ຂະແໜງສະຫະພັນແມ່ຍິງໂຮງງານແຜນທີ່ກອງທັບ ເປັນເຈົ້າການຜັນຂະຫຍາຍແຜນພັດທະນາແມ່ຍິງ
ເວລາອອກຂ່າວ: 2023-06-07 08:45:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1796 | ຄວາມນິຍົມ:
ສະຫາຍ ພັນຕີ ນາງ ຄຳຫຼ້າ ທອງວຽງໄຊ ຫົວໜ້າຂະແໜງສະຫະພັນແມ່ຍິງ ໂຮງງານແຜນ ທີ່ກອງທັບ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມກອງທັບວ່າ: ໄລຍະ
5 ປີທີ່ຜ່ານມາຂະແໜງສະຫະພັນແມ່ຍິງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ສະມາຊິກແມ່ຍິງຮັບຮູ້ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ 7 ລະບອບ 18 ຂອງກອງທັບ ແລະ ເນື້ອໃນຂໍ້ແຂ່ງຂັນ 3 ດີຂອງສູນກາງສະຫະພັນແມ່ຍິງລາວວາງອອກ ໃນນີ້, ໄດ້ເປັນເຈົ້າການຊີ້ນຳສະມາຊິກແມ່ຍິງດຳເນີນຊີວິດການເມືອງເປັນປົກກະຕິ, ເຂົ້າຮ່ວມ
ຮັບຟັງປາຖະກະຖາມູນເຊື້ອວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ກໍຄືຂອງແມ່ຍິງລາວ ແລະ ແມ່ຍິງສາກົນຢ່າງເປັນຂະບວກການຟົດຟື້ນກວ້າງຂວາງ ອັນທີ່ພົ້ນເດັ່ນຂະແໜງສະຫະພັນແມ່ຍິງໂຮງງານແຜນທີ່ກອງທັບໄດ້ຜັນຂະ
ຫຍາຍແຜນພັດທະນາແມ່ຍິງ 9 ແຜນງງານ 29 ໂຄງການຂອງສະຫະພັນແມ່ຍິງລາວອອກມາຈັດຕັ້ງປະຕິບັດ, ເສີມຂະຫຍາຍມູນເຊື້ອດຸໝັ່ນອອກແຮງງານເພີ່ມ
ພູນຜະລິດຜົນປູກຝັງ-ລ້ຽງສັດຕາມເງື່ອນໄຂ ແລະ ຄວາມສາມາດຂອງແຕ່ລະບຸກຄົນ ເພື່ອເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນເທື່ອລະກ້າວ. ເຊິ່ງໃນໄລຍະ 5 ປີຜ່ານມາສາມາດສ້າງໄດ້ຜົນງານຕົວຈິງດັ່ງນີ້: ປູກຜັກທຸກຊະນິດໄດ້ 14.990
ກິໂລກຣາມ ຄິດເປັນເງິນ 78.990.000 ກີບ, ລ້ຽງສັດປີກໄດ້ 2.050 ກິໂລກຣາມ ຄິດເປັນເງິນ 90.300,000 ກີບ, ຂາຍກົບ, ປາ ໄດ້ 5,701 ກິໂລກຣາມ
ເປັນເງິນ 110.930.000 ກີບ, ຂາຍໂຕດ້ວງໝາກພ້າວ ໄດ້ 12.000.000 ກີບ ນອກຈາກນີ້ຍັງໄດ້ຕ່ຳຫູກທໍໄໝ ຄິດເປັນເງິນ60.000.000 ກີບ ສັງລວມແລ້ວ ຂະແໜງສະຫະພັນແມ່ຍິງໂຮງງານແຜນທີ່ກອງທັບ ສາມາດສ້າງລາຍຮັບທັງໝົດປະ
ມານ 350.000.000ກີບ.ພ້ອມນີ້ຍັງມີກອງທຶນຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ມີສະມາຊິກກອງທຶນ 441 ຄົນ ຍິງ 231 ຄົນ ມີເງິນທ້ອນທັງໝົດ 1.163.771.000 ກີບ, ປ່ອຍໃຫ້ສະມາຊິກກູ້ຢືມ 977.000.000 ກີບ
ຜ່ານການຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາເຂົ້າໃນການເຄື່ອນໄຫວວຽກງານໃນແຕ່ລະດ້ານສາມາດຄັດເລືອກໄດ້ແມ່ຍິງ 3 ດີ 80 %, ພົນລະເມືອງດີ 100%, ພັດທະ
ນາດີ 97% ຄອບຄົວດີ 98%, ຈາກຜົນງານດັ່ງກ່າວເຮັດໃຫ້ຂະແໜງ ແລະ ບຸກຄົນໄດ້ຮັບໃບຍໍຍ້ອງຂັ້ນກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງ
ທັບ, ສູນກາງສະຫະພັນແມ່ຍິງລາວຢ່າງສົມກຽດ.
ສຳລັບທິດທາງແຜນການໃນຕໍ່ໜ້າຂະແໜງສະຫະພັນແມ່ຍິງໂຮງງານແຜນທີ່ກອງທັບ ຈະໄດ້ສຶບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກ
ງານສະມາຊິກແມ່ຍິງ ມີຄວາມຮັບຮູ້ເຊື່ອມຊຶມກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ, ເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງລາວກໍຄືຫ້ອງການສະຫະພັນແມ່ຍິງກອງທັບວາງອອກ ເພື່ອພ້ອມກັນຈັດຕັ້ງຜັນຂະຫຍາຍ 9 ແຜນງານ 29 ຂອງສູນກາງສະຫະພັນແມ່ຍິງລາວເຂົ້າໃນການເຄື່ອນໄຫວວຽກງານຕາມພາລະບົດບາດໜ້າທີ່ການເມືອງຂອງຕົນໃຫ້ໄດ້ຮັບໝາກຜົນອັນຈົບງາມສູງຂຶ້ນເລື້ອຍໆ.
ໂດຍ: ຈິດ ເພັດພູທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ