ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງ​ທຶນ​ໜຶ່ງ​ດວງ​ໃຈ ມອບ​ຕັ່ງ​ສະ​ແຕນ​ເຫຼດ ໃຫ້​ໂຮງໝໍ​ທະຫານ​ແຂວງ​ບໍ​ລິ​ຄຳ​ໄຊ
ເວລາອອກຂ່າວ: 2023-06-06 09:05:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 239839552 | ຄວາມນິຍົມ:



ວັນ​ທີ 29 ພຶດສະພາ 2023 ນີ້, ກອງ​ທຶນ​ໜຶ່ງ​ດວງ​ໃຈ ບໍ​ລິ​ຄຳ​ໄຊ ​ຊ່ວຍເຫຼືອ​ສັງຄົມ ນຳ​ໂດຍ​ທ່ານ ​ນາງ ແອັງ ໄຊ​ສົງຄາມ ປະ ທານ​ກອງ​ທຶນ​ດັ່ງກ່າວ​ພ້ອມດ້ວຍ​ ຄະນະ ໄດ້​ນຳ​ເອົາ​ຕັ່ງ​ສະ​ແຕນ​ເຫຼດ ຈຳນວນ 14 ຊຸດ ລວມ​ມູນ​ຄ່າ 17.700.000 ກີບ ມອບໃຫ້ ​ໂຮງໝໍ​ທະຫານ​ແຂວງບໍ​ລິ​ຄຳ​ໄຊ, ໂດຍ​ມີ​ ສະຫາຍ ພົນ​ຈັດຕະວາ ຈວງ​ຈັນ ລາດ​ຊະ​ວົງ ຫົວໜ້າ​ການເມືອງ​ ກອງ​ບັນຊາ​ການທະ ຫານ​ແຂວງ​ບໍ​ລິ​ຄຳ​ໄຊ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ, ພະແນກການ​ທີ່​ກ່ຽວຂ້ອງ, ຄະນະ​ອຳນວຍ​ການ​ໂຮງໝໍ​ທະ ຫານ ພ້ອມ​ດ້ວຍ​ພະນັກງານ ແພດ-ໝໍ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພະ ຍານ. ກ່າວ​ຮັບ​ເຄື່ອງ​ດັ່ງກ່າວ​ໂດຍ ສະຫາຍ ພັນ​ໂທ ຄຳ​ມອນ ແກ້ວ​ມະນີ ຫົວໜ້າ​ການ​ທະຫານໂຮງ ໝໍ​ທະຫານ​ແຂວງ​ບໍ​ລິ​ຄຳ​ໄຊ, ພ້ອມ​ທັງ​ໄດ້​ສະແດງ​ຄວາມ​ຂອບ ໃຈ ຕໍ່​ກອງ​ທຶນ​ໜຶ່ງ​ດວງ​ໃຈ ບໍ​ລິ​ຄຳ​ໄຊ ຊ່ວຍເຫຼືອ​ສັງຄົມ ທີ່​ເຫັນ​ໄດ້​ຄວາມ​ຈຳເປັນ ຈຶ່ງ​ໄດ້​ໃຫ້ການ​ອຸປະຖຳ​ຊ່ວຍເຫຼືອ​ແກ່​ໂຮງໝໍ​ ທະຫານແຂວງໃນ​ຄັ້ງ​ນີ້, ພ້ອມ​ທັງ​ອວຍພອນ​ໃຫ້​ທ່ານ ນາງ ແອັງ ໄຊ​ສົງຄາມ ພ້ອມ​ດ້ວຍ​ຄະນະ ຈົ່ງ​ມີ​ຄວາມ​ຜາ​ສຸກ​ໃນ​ຊີວິດ​ສ່ວນ​ຕົວ ແລະ ຄອບຄົວ, ປະສົບ​ຜົນສຳເລັດ​ໃນ​ໜ້າທີ່​ການ​ງານ​ທຸກ​ປະການ. ຈາກ​ນັ້ນ, ສະຫາຍ ພົນ​ຈັດຕະ ວາ ຈວງ​ຈັນ ລາດ​ຊະ​ວົງ​ໄດ້​ມອບ​ໃບ​ຍ້ອງຍໍ​ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ ໃຫ້​ກອງ​ທຶນ​ໜຶ່ງ​ດວງ​ໃຈ ບໍ​ລິ​ຄຳ​ໄຊ ຊ່ວຍເຫຼືອ​ສັງຄົມ ເພື່ອ​ເປັນ​ການ​ຍ້ອງຍໍ​ສັນ ລະເສີນ ທີ່​ກອງ​ທຶນ​ດັ່ງກ່າວ​ໄດ້​ໃຫ້ການ​ຊ່ວຍເຫຼືອ​ໂຮງໝໍ​ທະຫານ​ແຂວງ​ບໍ​ລິ​ຄຳ​ໄຊ ໃນ​ຄັ້ງ​ນີ້. ໂດຍ: ສີ​ທອງ ຈັນທະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ