ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໜ່ວຍ​ພັກ​ທີ 2 ພະ​ແນກ​ເຕັກນິກ ກອງພັນ​ໃຫຍ່ 279 ດຳເນີນ​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ I
ເວລາອອກຂ່າວ: 2023-06-06 08:52:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 239839089 | ຄວາມນິຍົມ:



ວັນ​ທີ 31 ພຶດສະພາ 2023, ໜ່ວຍ​ພັກ​ທີ 2 ພະ​ແນກ​ເຕັກນິກ ກອງພັນ​ໃຫຍ່ 279 ໄດ້​ດຳເນີນ​ກອງ​ປະຊຸມ​ໃຫຍ​່ ຄັ້ງ​ທີ I,​ໂດຍ​ມີ ສະຫາຍ ພັນ​ໂທ ວຽງ​ວິໄລ ອຸນ​ມີ​ໄຊ ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ ຮອງ​ຫົວໜ້າພະ​ແນກ​ເຕັກນິກ, ມີ​ຄະ ນະ​ໜ່ວຍ​ພັກ, ແຂກ​ຖືກ​ເຊີນ ຕະຫຼອດ​ຮອດ​ສະມາຊິກ​ພັກພາຍ​ໃນ​ໜ່ວຍ ເຂົ້າ​ຮ່ວມ. ສະຫາຍ ​ພັນ​ຕີ ເພັງ​ມະນີ ເນວິ​ສຸກ ເລຂາ​ໜ່ວຍ​ພັກ​ທີ 2 ໄດ້​ຜ່ານ​ບົດ​ລາຍ​ງານ​ການເມືອງ​ທັງ​ສອງ​ພາກໃນ​ການຈັດຕັ້ງ​ນຳພາ​ໜ້າທີ່​ວຽກ​ງານ​ໃນ​ໄລຍະ​ຜ່ານ ​ມາ. ໃນ​ນັ້ນ​, ຄະນະ​ໜ່ວຍ​ພັກ ໄດ້​ຖື​ເອົາ​ການ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ເພື່ອ​ເຮັດ​ໃຫ້​ສະມາຊິກ​ພັກ, ພະນັກງານ ພາຍ​ໃນ​ໜ່ວຍ​ໄດ້​ຮັບ​ຮູ້​ເຊື່ອມ​ຊຶມ​ກຳ​ແໜ້ນ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ, ລະບຽບ​ກົດໝາຍ​ຂອງ​ລັດ, ມະຕິ​, ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ, ລະບຽບ​ວິ​ໄນ​ຂອງ​ກອງທັບ, ມູນເຊື້ອ​ອັນ​ດີງາມ​ຂອງ​ພັກ, ຂອງ​ຊາດ, ຂອງ​ກົມ​ກອງ ຕິດ​ພັນ​ກັບ​ການ​ຊຸກຍູ້​ເຂົ້າ​ຮ່ວມ​ຂະ​ບວນ​ການ​ຕ່າງໆຢ່າງ​ເປັນ​ຂະ​ບວນ​ຟົດຟື້ນ. ນອກ​ນັ້ນ​, ຄະນະ​ໜ່ວຍ​ພັກ ໄດ້​ເອົາໃຈໃສ່​ຊີ້​ນຳ​ຈຸ​ພັກ​ເຄື່ອນ​ໄຫວ​ປັບປຸງ​ກໍ່ສ້າງ​ພັກ ​ຈຸ​ພັກ​ທັງ 4 ດ້ານ: ດ້ານ​ການເມືອງ​ແນວ​ຄິດ, ດ້ານ​ການຈັດຕັ້ງ ແລະ ແບບແຜນ​ນຳພາ​ຂອງ​ພັກ ໂດຍ​ຕິດ​ພັນ​ກັບ​ການ​ກໍ່ສ້າງ​ກົມ​ກອງ 3 ປອດ ປອດ​ໃສ, ປອດ​ໄພ, ປອດ​ຄະດີ ແລະ ເຂັ້ມແຂງ ​ໜັກ​ແໜ້ນ. ນອກ​ ນັ້ນ, ​ຍັງ​ໄດ້​ປະຕິບັດ​ລະບອບ​ດຳເນີນ​ຊີວິດ​ການເມືອງພາຍ​ໃນ​ພັກ​ເປັນ​ປົກກະຕິ, ປະຕິບັດ​ລະບອບ​ສ່ອງ​ແສງ​ລາຍ​ງານ ແລະ ເສຍ​ເງິນ​ສະຕິ​ພັກ​ໃຫ້​ຂັ້ນ​ເທິງ​ເປັນ​ປະຈຳ, ປັດຈຸບັນ​ພາຍ​ໃນ​ໜ່ວຍພັກ ມີ​ສະມາຊິກ​ພັກ​ ທັງ​ໝົດ 13 ສະ ຫາຍ, ສະມາຊິກ​ພັກ​ແຂງ​ຮູ້​ນຳພາ​ຮອບດ້ານ 9 ສະຫາຍ ເທົ່າ​ກັບ 75%, ສະມາຊິກ​ແຂງ​ດ້ານ​ໃດ​ດ້ານ​ໜຶ່ງ 2 ສະຫາຍ ເທົ່າ​ກັບ 25%, ບໍ່​ໄດ້​ຈັດ​ປະເພດ 2 ສະຫາຍ (ສະມາຊິກ​ພັກ​ສຳຮອງ). ນອກ​ນັ້ນ, ວຽກ​ງານ​ອື່ນໆໄດ້​ ເຄື່ອນ​ໄຫວ​ຕາມ​ພາລະ​ບົດບາດ​ ໜ້າທີ່, ພ້ອມ​ທັງ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ບັນດາ​ວຽກ​ງານຕ່າງໆ ​ຢ່າງ​ຕັ້ງໜ້າ ແລະ ເປັນ​ຂະ​ບວນ​ ການ​ຟົດຟື້ນ, ນອກ​ນີ້​ ຍັງ​ໄດ້ປະ ຕິບັດ​ຕາມ​ທິດ​ນຳ​ຂອງ​ກົມ​ໃຫຍ​່ພະລາທິການ​ວາງ​ອອກ 4 ປູກ 4 ລ້ຽງ ຕາມ​ເງ​​ື່ອນ​ໄຂ​ສະພາບ​ ຄວາມ​ເປັນ​ຈິງ​ຂອງ​ໜ່ວຍ ເພື່ອ​ຊອກ​ຫາ​ແຫຼ່ງ​ລາຍ​ຮັບ ​ໂດຍ​ຖື​ເອົາ​ການ​ປູກຝັງ-ລ້ຽງສັດ ໃນ​ນັ້ນ, ​ໄດ້​ປູກ​ພືດ-​ຜັກ​ຊະນິດ​ຕ່າງໆ​ສາມາດ​ເກັບ​ກູ້​ໄດ້​ທັງ​ໝົດ 250 ກິ​ໂລກຣາມ ເປັນເງິນ 1.750.000 ກີບ, ລ້ຽງ​ນົກ​ກະທາ ຈຳນວນ 600 ໂຕ, ເປັນ​ເງິນ 3.000.000 ກີບ, ລ້ຽງ​ເປັດ 30 ໂຕ, ລ້ຽງ​ກົບ 400 ໂຕ ເປັນ​ເງິນ 1.500.000 ກີບ ສາມາດ​ສ້າງ​ລາຍ​ຮັບ​ໄດ້​ທັງ​ໝົດຈາກ​ການ​ປູກຝັງ-ລ້ຽງສັດ 6.250.000 ກີບ ຄິດ​ສະເລ່ຍ​ໄດ້ 346.000 ກີບຕໍ່ຄົນ. ກອງ​ປະຊຸມ ຍັງ​ໄດ້​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ໜ່ວຍ​ພັກ​ຊຸດ​ໃໝ່​ໄດ້​ຕາມ​ລະດັບ​ຄາດໝາຍ. ໂດຍ: ສາຄອນ ສຸລິເຍດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ