ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໜ່ວຍ​ສະຫະພັນ​ແມ່ຍິງ​ ຫ້ອງ​ການເມືອງ ກົມ​ໃຫຍ່​ການເມືອງ​ກອງທັບ ດຳເນີນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VI
ເວລາອອກຂ່າວ: 2023-06-05 09:06:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 357 | ຄວາມນິຍົມ:



ໃນ​ວັນ​ທີ 2 ມິຖຸນາ 2023 ນີ້, ໜ່ວຍ​ສະຫະພັນ​ແມ່ຍິງ​ ຫ້ອງ​ການເມືອງ ​ກົມ​ໃຫ​ຍ່​ການເມືອງ​ກອງທັບ ດຳເນີນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VI, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ວັນ​ທອງ ພົງ​ສະຫວັນ ຮອງ​ຫົວ ໜ້າ​ຫ້ອງ​ການເມືອງ ກົມ​ໃຫ​​ຍ່ການເມືອງ​ກອງທັບ, ມີ​ຄະນະ​ໜ່ວຍ​ສະຫະພັນ​ແມ່ຍິງ ​ຫ້ອງ​ການ ເມືອງ, ແຂກ​ຖືກ​ເຊີນ ພ້ອມ​ດ້ວຍ​ສະມາຊິກ​ໜ່ວຍ​ສະຫະພັນ​ແມ່ຍິງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ນາງ ບົວ​ແສງ ດາລາ​ເພັດ ຫົວໜ້າ​ໜ່ວຍ​ສະຫະພັນ​ແມ່ຍິງ​ ຫ້ອງ​ການເມືອງ ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ສະຫຼຸບ​ຕີ​ລາຄາ​ຄືນ​ການເຄື່ອນໄຫວ​ວຽກ​ງານ​ຮອບດ້ານ​ໃນ​ໄລຍະ 5 ປີຜ່ານມາ​, ເຊິ່ງ​ຄະນະ​ນຳ​ສະຫະ ພັນ​ແມ່ຍິງ​ ຫ້ອງ​ການເມືອງ​ ໄດ້​ສົມທົບ​ກັບ​ຄະນະ​ພັກ-ຄະນະ​ບັນຊາ​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ ການເມືອງ-ນຳພາ​ແນວ​ຄິດ ດ້ວຍ​ຫຼາຍ​ຮູບ​ການ ກຳ​ແໜ້ນ, ເຊື່ອມ​ຊຶມ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ, ປະຕິບັດ​ມະຕິ, ຄຳ​ສັ່ງ, ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ກອງ ທັບ​ວາງ​ຢ່າງ​ອອກ​ເຂັ້ມ​ງວດ, ສະກັດ​ກັ້ນ​ບໍ່​ໃຫ້​ມີ​ປະກົດ​ການ​ຫຍໍ້ທໍ້​ເກີດ​ຂື້ນ​ກັບ​ບຸກຄົນ ແລະ ຄອບຄົວ, ສ້າງ​ທຸກ​ເງື່ອນໄຂ​ເພື່ອ​ໃຫ້​ສະມາຊິກ​ແມ່ຍິງ​ມີ​ສ່ວນ​ຮ່ວມ​ໃນ​ການ​ຄົ້ນຄວ້າ ແລະ ປຶກສາ​ຫາລື​ວຽກ​ງານ​ທີ່​ພົວພັນ​ເຖິງ​ສິດຜົນປະໂຫຍດ​ຂອງ​ແມ່ຍິງ ແລະ ເດັກນ້ອຍ. ນອກ​ນີ້, ຍັງ​ໄດ້​ຈັດ​ຕັ້ງ​ສະມາຊິກ​ສະຫະພັນ​ແມ່ຍິງ​ເຂົ້າ​ຮ່ວມ​ຮັບ​ຟັງ​ປາຖະກະຖາ​ເນື່ອງ​ໃນ​ວັນ​ປະຫວັດສາດ​ສຳຄັນ​ຕ່າງໆ​ຂອງ​ພັກ-ລັດ, ໄດ້​ໄປ​ອວຍພອນ​ວັນ​ບຸນ​ສຳຄັນ​ຕ່າງໆ​ນຳ​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ ພ້ອມ​ນັ້ນ, ​ກໍ​ໄດ້​ເຄື່ອນ​ໄຫວ​ກິດຈະກຳ​ອື່ນໆ​ຢ່າງ​ຕໍ່​ເນື່ອງ​ລຽນຕິດ ແລະ ເປັນ​ປົກກະຕິ​ເຮັດ​ໃຫ້​ສະມາຊິກ​ສະຫະພັນ​ແມ່ຍິງ​ມີ​ແນວ​ຄິດ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ຮັກສາ​ໄດ້​ລັກສະນະ​ທີ່​ເປັນ​ມູນເຊື້ອ​ຂອງ​ແມ່ຍິງ​ລາວ​ວາງ​ອອກ. ກອງ​ປະຊຸມ​ຍັງ​ໄດ້​ໃຊ້​ສິດ​ປະຊາທິປະໄຕ​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ໜ່ວຍ​ສະຫະພັນ​ແມ່ຍິງ​ຊຸດ​ໃໝ່ ປະກອບ​ດ້ວຍ ສະຫາຍ ພັນ​ໂທ ນາງ ສຸພາບ ມະນີ​ວົງ ເປັນ​ເລຂາ, ສະຫາຍ ພັນ​ໂທ ນາງ ທອງ​ແພງ ວົງສາ ເປັນ​ຮອງ​ເລຂາ ແລະ ສະຫາຍ ພັນ​ຕີ ນາງ ຈັນ​ວອນ ສີຄຳ​ພອນ ເປັນ​ກຳມະການ. ໂດຍ: ສົມ​ຄິດ ພູມ​ມີ​ຈິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ