ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປຸກລະດົມການ​ບໍລິຈາກ​ເລືອດ​ຊ່ວຍ​ເຫຼືອ​ສັງຄົມ
ເວລາອອກຂ່າວ: 2023-06-02 09:21:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 577 | ຄວາມນິຍົມ:



ວັນ​ທີ 30 ພຶດສະພາ 2023, ສະ​ຖາ​ບັນ​ອະນາໄມ​ກັນ​ພະຍາດ ແລະ ສົ່ງເສີມ​ສຸຂະພາບ​ກອງທັບ ໄດ້​ຈັດ​ຕັ້ງ​ປຸກລະດົມ​ການ​ບໍລິຈາກ​ເລືອດ​ຊ່ວຍ​ເຫຼືອ​ສັງຄົມ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ພຶດສະພາ ສົນທິ​ລາດ ຫົວໜ້າ​ການ​ທະຫານ ສະ​ຖາ​ບັນ​ ອະນາໄມ​ກັນ​ພະຍາດ ແລະ ສົ່ງເສີມ​ສຸຂະພາບ​ກອງທັບ, ມີ ສະ ຫາຍ ດຣ ຈັນທະ​ລາ ສຸກ​ສາຄອນ ຫົວໜ້າ​ສູນ​ເລືອດ​ແຫ່ງ​ຊາດ ອົງ ການ​ກາແດງ​ແຫ່ງ​ຊາດ​ລາວ, ນັກວິຊາການທີ່​ມາ​ຈາກ​ສະ​ຖາ​ບັນ​ເລືອດ​ແຫ່ງ​ຊາດ ຕະຫຼອດ​ຮອດ​ນາຍ ແລະ ພົນທະຫານ ເຂົ້າ​ຮ່ວມ. ການ​ປຸກລະດົມ​ການ​ບໍລິຈາກ​ເລືອດ​ຄັ້ງ​ນີ້, ມີ​ຜູ້​ອາສາ​ສະໝັກ​ບໍລິຈາກ​ເລືອດ​ທັງ​ໝົດ 21 ສະ ຫາຍ, ສາມາດ​ຮັບ​ບໍລິຈາກ​ເລືອດ​ຕົວ​ຈິງ​ໄດ້ 18 ສະຫາຍ ແລະ ໄດ້​ເລືອດ​ຈຳນວນ​ທັງ​ໝົດ 18 ຖົງ. ໂດຍ: ອ້ອຍ​ພັນ ແພງ​ບຸນ​ມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ