ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫຼາຍ​ໜ່ວຍ​ພັກ​ໄດ້​ຮັບຮອງ​ເປັນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ
ເວລາອອກຂ່າວ: 2023-05-31 08:40:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1114 | ຄວາມນິຍົມ:



ສະຫາຍ ພົນ​ຈັດຕະວາ ສົມ​ຈິດ ກິດ​ຕິ​ຍະ​ລາດ ເລຂາ​ຄະ ນະ​ພັກ​ກອງ​ພົນ, ຫົວໜ້າການ ເມືອງ​ ກອງ​ພົນ​ທີ 4 ໃຫ້​ຮູ້​ວ່າ: ​ຄະນະ​ພັກ-ຄະນະ​ບັນຊາຖື​ເອົາ​ວຽກ​ງານ​ການ​ກໍ່ສ້າງ​ພັກ​ເປັນ​ຄັນ​ທຸງ​ນຳ​ໜ້າ​ຕັດ​ສີນ​ທຸກ​ຂົງເຂດ​ວຽກ​ງານ​ລວມ​ຂອງ​ກົມ​ກອງ, ເອົາ​ວຽກ​ງານ​ການເມືອງ-ແນວ​ຄິດ​ເປັນ​ສຳຄັນ ໃນ​ການ​ຊີ້​ນຳ-ນຳພາ​ສຶກ​ສາ​ອົບຮົມ​ໃຫ້​ຖັນ​ແຖວ​ພະນັກງານ​ສະມາຊິກ​ພັກ-ນັກຮົບ ດ້ວຍ​ການຈັດຕັ້ງ​ຄົ້ນຄວ້າ​ເຊື່ອມ​ຊຶມ ມະຕິ​ ຄຳ​ສັ່ງ​ແນວທາງ​ແຜນ​ນະໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ ແລະ ຂໍ້​ກຳນົດ ​ກົດ​ລະບຽບ​ຂອງ​ກອງທັບ ເຮັດ​ໃຫ້​ຖັນ​ແຖວ​ພະນັກງານ​ສະມາຊິກ​ພັກ ເຂົ້າໃຈ​ແຈ້ງ​ຕໍ່​ອຸດົມ​ການຂອງ ​ພັກ ແລະ ເປັນ​ແບບຢ່າງ​ນຳ​ໜ້າ​ໃຫ້​ແກ່​ມະຫາຊົນ, ພາຍໃນມີ​ຄວາມ​ສະຫງົບ ມີ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ, ຮັກສາ​ໄດ້​ທາດແທ້​ ມູນເຊື້ອ​ຂອງພັກ, ພະນັກງານ ​ສະມາຊິກ​ພັກ-ນັກຮົບ​ມີ​ຄວາມ​ ຈົງ​ຮັກ​ພັກ ດີຕໍ່ພັກຕໍ່​ປະເທດຊາດ, ຕໍ່​ປະຊາຊົນ​ບັນດາເຜົ່າ, ສັດຊື່​ບໍລິສຸດ, ມີ​ຄວາມ​ກະຕືລືລົ້ນຕໍ່​ ການ​ປະຕິບັດ​ໜ້າທີ່​ການເມືອງ, ເດັດດ່ຽວ​ຕອບ​ຕ້ານ​ທຸກ​ກົນອຸບາຍ​ຫັນປ່ຽນ​ໂດຍ​ສັນຕິ​ຂອງ​ສັດຕູ ແລະ​ ເຮັດ​ສຳເລັດ​ໜ້າທີ່​ວຽກ​ງານ ທີ່​ໄດ້​ຮັບ​ມອບ​ໝາຍ. ຍາມ​ໃດ​ຄະ ນະ​ພັກ-ຄະນະ​ບັນຊາ ກໍ​ຍຶດ​ໝັ້ນ​ແນວທາງ​ປ່ຽນແປງ​ໃໝ່​ຂອງ​ພັກ​ຢ່າງ​ຕາຍໃຈ ແລະ ​ພ້ອມ​ກັນ​ເສີມ​ຂະຫຍາຍ​ບົດບາດ​ການ​ນຳພາ​ຂອງ​ພັກ​ຢ່າງ​ສະເໝີ​ຕົ້ນ​ສະເໝີ​ປາຍ ເຮັດ​ໃຫ້​ການຈັດຕັ້ງ​ພັກ ທຸກ​ຂັ້ນ​ມີ​ການ​ຂະຫຍາຍຕົວ​ດ້ວຍ​ທ່ວງ​ທ່າ​ທີ່​ໜັກ​ແໜ້ນ, ເປັນ​ແກນ​ນຳ​ໃນ​ລະບົບ​ການເມືອງ​ຢ່າງ​ແທ້​ຈິງ, ໂຄງ​ປະກອບ​ການຈັດຕັ້ງພັກ ​ໄດ້​ຮັບ​ການ​ບູລະນະ​ປັບປຸງ​ດີ​ຂຶ້ນ​ເປັນ​ກ້າວໆ ຈຳນວນ​ກົມ​ກອງ, ໜ່ວຍ​ພັກ​ໄດ້​ເພີ່ມ​ຂຶ້ນ​ທາງ​ດ້ານ​ຈຳນວນ ແລະ ຄຸນ​ນະ​ພາບ​ເປັນ ໃຈ​ກາງເຕົ້າໂຮມ​ຄວາມ​ສາມັກ ຄີພາຍ​ໃນ ແລະ ໄດ້​ຮັບ​ຄວາມໄວ້​ ວາງໃຈ​ຈາກ​ມະຫາຊົນ​ຢ່າງ​ກວ້າງ​ຂວາງ, ຮັກສາ​ລະບອບ​ດຳເນີນ​ຊີວິດ​ການເມືອງ​ພາຍ​ໃນ​ພັກ, ເສຍ​ເງິນ​ສະຕິ​ພັກ, ຂະຫຍາຍ​ມະຫາຊົນ​ຜູ້​ກ້າວໜ້າ​ເຂົ້າ​ເປັນ​ສະມາຊິກ​ພັກ​ຖືກ​ຕາມ​ຂັ້ນ​ຕອນ​ກົດ​ລະບຽບ​ຂອງ​ພັກ ໄປ​ຄວບ​ຄູ່​ກັບ​ການ​ສ້າງ​ພະນັກງານ 3 ຮຸ່ນ, ຮຸ່ນ​ໜຸ່ມ, ກາງ ແລະ ອາວຸໂສ ຮັບ ປະກັນ​ລັກສະນະ​ສືບ​ທອດ​ປ່ຽນ​ແທນ​ໃນ​ອານາ​ຄົດ. ສະຫາຍ ພົນ​ຈັດຕະວາ ສົມຄິດ ກິດ​ຕິ​ຍະ​ລາດ ຍັງ​ກ່າວ​ຕື່ມ​ອີ​ກ ວ່າ: ປັດຈຸບັນ​ທົ່ວ​ກອງ​ພົນ​ທີ 4 ປະກອບ​ມີ 1 ຄະນະ​ພັກກອງພົນ, ມີ 1 ຄະນະ​ພັກ​ກອງພັນ​ໃຫຍ່, ມີ 21 ຄະນະ​ພັກ​ຮາກ​ຖານ, ມີ 95 ໜ່ວຍ​ພັກ​ທີ່​ຂຶ້ນ​ກັບ​ຄະນະ​ພັກ​ຮາກ​ຖານ, ມີ 14 ໜ່ວຍ​ພັກ​ເອກະລາດ ແລະ ມີ​ສະມາຊິກ​ພັກ​ທັງ​ໝົດ 2.504 ສະຫາຍ, ຍິງ 338 ສະຫາຍ. ຜ່ານການຈັດຕັ້ງ​ປະຕິບັດ​ການ ສ້າງໜ່ວຍ​ພັກ ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2022 ຜ່ານ​ມາ ຫຼາຍ​ໜ່ວຍ​ພັກ​ໄດ້​ຮັບຮອງ​ຈາກ​ຄະນະ​ປະຈຳ​ພັກ​ກະຊວງ ປ້ອງ​ກັນ​ປະເທດ​ເປັນ ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ມີ 52 ໜ່ວຍ​ພັກ ຖືກ​ສະເໜີ​ຮັບຮອງ 4 ສະໄໝ​ຕິດ ມີ 11 ໜ່ວຍ​ພັກ, ສະເໜີ​ຮັບຮອງ 3 ສະໄໝ​ຕິດ ມີ 18 ໜ່ວຍ​ພັກ, ສະເໜີ​ຮັບຮອງ 2 ສະໄໝ​ຕິດ ມີ 14 ໜ່ວຍ​ພັກ ແລະ ສະເໜີ​ຮັບຮອງ​ໃໝ່ ມີ 9 ໜ່ວຍ​ພັກ​ຢ່າງ​ສົມ​ກຽດ. ໂດຍ: ວັນ​ໄຊ ໄຊ​ສະ​ຫວັດ ຂໍ້​ມູນ: ບົວ​ຄຳ ທອງ​ລັດສະໝີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ