ເປັນເຈົ້າການກໍ່ສ້າງນາຍທະຫານເຫຼົ່າຮົບເຕັກນິກໃຫ້ມີຄຸນນະພາບ
ເວລາອອກຂ່າວ: 2023-05-31 08:39:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 368 | ຄວາມນິຍົມ:
ວຽກງານການກໍ່ສ້າງແຜນກຳນົດພະນັກງານມີຄວາມສຳຄັນ ແລະ ຈຳເປັນເພາະວ່າເປັນວຽກແຖວໜ້າໃນການນຳ ພາ-ບັນຊາ ແລະ ການປະຕິບັດແນວທາງນະໂຍບາຍຂອງພັກ, ເປັນຂອດຕັດສິນເຖິງຜົນໄດ້ຜົນເສຍໃນການຈັດຕັ້ງປະຕິບັດວຽກງານລວມຂອງກົມກອງ ແລະ ເປັນກຸນແຈສຳຄັນຂອງກອງ ທັບ ຍ້ອນແນວນັ້ນ ຄະນະພັກກະຊວງປ້ອງກັນປະເທດ ຈິ່ງຖືເອົາວຽກງານດັ່ງກ່າວເປັນບູລິມະສິດແຖວໜ້າມອບໃຫ້ຄະນະພັກອົງການກົມໃຫຍ່, ຫ້ອງວ່າ ການກະຊວງ, ກຳລັງຫຼວງ-ກຳ ລັງທ້ອງຖິ່ນສຸມໃສ່ການກໍ່ສ້າງ ພະນັກງານສຶບທອດປ່ຽນແທນໃນອະນາຄົດ. ໃນນີ້, ເວົ້າສະເພາະ ຢູ່ອົງການກົມໃຫຍ່ເຕັກນິກກອງ ທັບ ຍາມໃດກໍໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຊີ້ນຳເປັນພິເສດ ໃນການສ້າງແຜນກຳນົດພະນັກ ງານເພື່ອຊອກໃຫ້ໄດ້ບັນດາເປົ້າໝາຍທີ່ມີເງື່ອນໄຂມາດຖານຄົບຖ້ວນຮັບປະກັນດ້ານປະລິມານ ແລະ ຄຸນນະພາບ, ທັງເປັນພື້ນ ຖານໃຫ້ແກ່ການບຳລຸງ, ກໍ່ສ້າງພະນັກງານແຕ່ລະເປົ້າໝາຍໃນສະເພາະໜ້າ ແລະ ຍາວນານ ທັງນີ້ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງກອງ ທັບ ເວົ້າສະເພາະຂະແໜງເຕັກ ນິກປ້ອງກັນຊາດ, ເຕັກນິກການທະຫານ ແລະ ຂະແໜງການຍຸດ ໂທ.
ສະຫາຍ ພັນເອກ ບຸນຖະໜອມ ສາຍຄຳຈັນ ຮອງຫົວໜ້າກົມເສ ນາເຕັກນິກ ກົມໃຫຍ່ເຕັກນິກກອງທັບ ໃຫ້ຮູ້ວ່າ: ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນໜ້າທີ່ການເມືອງແລະວິຊາສະເພາະຂອງເຫຼົ່າຮົບເຕັກນິກໃນກອງທັບ. ຄະນະນຳກົມໃຫຍ່ເຕັກນິກກອງທັບ ໄດ້ມອບໃຫ້ ກົມເສນາເຕັກນິກ ເປັນເຈົ້າການດ້ານວຽກງານກໍ່ສ້າງພະນັກງານຂະແໜງການເຕັກນິກ ດັ່ງນັ້ນຄະນະ ຈິ່ງໄດ້ນຳພານັກ ສຶກສາເຫຼົ່າຮົບສາຍເຕັກນິກຍຸດ ໂທປີທີ IV ຢູ່ວິທະຍາຄານເຕັກ ນິກການທະຫານ ຈຳນວນ 20 ສະຫາຍ ລົງພາກປະຕິບັດຕົວຈິງ ຢູ່ກອງພັນໃຫຍ່ 605 ກ່ຽວກັບການກວດກາເຕັກນິກ ແລະ ການນຳໃຊ້ລົດສູ້ຮົບເບແອັມ-21(BM-21) ທີ່ໄດ້ຮໍ່າຮຽນ ພາກທິດສະດີຢູ່ໃນຫ້ອງຮຽນ, ຫຼັກການ ແລະ ພາກການນຳໃຊ້ ພາຫະນະເຕັກນິກສູ້ຮົບຢູ່ພາກສະ ໜາມໃນການຄຸ້ມຄອງອາວຸດ-ກະສຸນຂອງເຫຼົ່າຮົບວິຊາສະເພາະປືນໃຫຍ່ໜ້າດິນໃຫ້ນັກສຶກສາຂະ ແໜງຍຸດໂທ ເພື່ອກຳແໜ້ນທິດສະດີ, ຫຼັກການປະຕິບັດຕົວຈິງທີ່ໄດ້ຮຽນມາໃຫ້ໄດ້ດີຂຶ້ນຕື່ມອີກບາດກ້າວໜຶ່ງ. ທັງນີ້ເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດຂອງກຳລັງປະກອບອາ ວຸດໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ມີຄວາມຊຳນິຊຳນານໃນການນຳໃຊ້ພາຫະນະເຕັກນິກສູ້ຮົບ, ພ້ອມກັນນຳເອົາບົດຮຽນຄັ້ງນີ້ໄປໝູນໃຊ້ ໃຫ້ມີຄຸນນະພາບ, ກຽມພ້ອມຮັບໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງຢູ່ພາຍໃນກົມກອງຂອງຕົນໃຫ້ມີປະສິດຜົນສູງ.
ໂດຍ: ວັນໄຊ ໄຊສະຫວັດ
ພາບ: ເພັງ ມະນີລະສິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ