ໂຮງຮຽນການທະຫານທ້ອງຖິ່ນແຂວງບໍລິຄຳໄຊ ຍົກສູງການອົບຮົມ-ຫັດແອບ ໃຫ້ທະຫານໃໝ່
ເວລາອອກຂ່າວ: 2023-05-31 08:38:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1737 | ຄວາມນິຍົມ:
ສະຫາຍ ພັນໂທ ເພັດມະນີ ຈັນລາຄຳ ຫົວໜ້າການທະຫານ ໂຮງຮຽນການທະຫານທ້ອງ ຖິ່ນ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ການຈັດຕັ້ງອົບຮົມ-ຫັດແອບໃຫ້ທະຫານໃໝ່ພັນທະປ້ອງກັນຊາດໃນໄລຍະ 3 ເດືອນໃນຄັ້ງນີ້ ໂດຍປະຕິບັດຕາມແຜນການລະດົມພົນ ຂອງກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອົບຮົມ-ຫັດແອບໃຫ້ທະຫານໃໝ່ພັນທະປ້ອງກັນຊາດ ເປັນການເຝິກຝົນຫຼໍ່ຫຼອມກຳລັງແຮງກາຍໃຫ້ນັກຮົບ ໄດ້ຮຽນຮູ້ສິລະປະຍຸດ-ຍຸດທະວິທີຂັ້ນພື້ນຖານຂອງທະຫານຮາບປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ.
ເຊິ່ງຊຸດອົບຮົມໃນຄັ້ງນີ້ ມີທະ ຫານໃໝ່ທັງໝົດ 33 ສະ ຫາຍ, ເນື້ອໃນທີ່ນຳມາອົບຮົມ ມີ 3 ພາກຄື: ພາກການເມືອງປະກອບ ມີ 6 ບົດ, ພາກພະລາທິການ-ເຕັກນິກປະກອບມີ 3 ບົດ, ພາກ ການທະຫານ ປະກອບມີ 8 ບົດ ສາມາດປະເມີນຜົນພາກການ ເມືອງໄດ້ 89 %, ພາກພະລາທິ ການເຕັກນິກ 85 % ແລະ ພາກ ການທະຫານ 87 %, ແລະ ວິ ຊາງົດງາມ, ຮູບແຖວການເຄົາ ລົບທຸງ, ການເດີນຂະບວນສວນ ສະໜາມ, ການຫັດກາຍມືເປົາ 2 ບົດ 24 ຈັງຫວະ, ຍຸດທະວິທີຂັ້ນພື້ນຖານຂອງທະຫານຮາບແມ່ນການເລັ່ງປືນ, ນັ່ງ 3 ເສົ້າ, ນອນຍິງ ແລະ ຢືນຍິງ. ຜ່ານການອົບ ຮົມ-ຫັດແອບຕົວຈິງ ທັງພາກ ທິດສະດີໃນຫ້ອງຮຽນ ແລະ ພາກ ສະໜາມມີນັກຮຽນເກັ່ງ 18 ສະ ຫາຍ, ກາງ 9 ສະຫາຍ, ໄດ້ຄາດ ໝາຍ 6 ສະຫາຍ ພ້ອມທັງຮັບ ປະກັນຄວາມປອດໄພ 100%. ຈາກນັ້ນ, ໄດ້ມອບໃບຢັ້ງຢືນໃຫ້ທະ ຫານໃໝ່ຕື່ມອີກ.
ສະຫາຍ ພັນເອກ ຄຳແດງ ແພງພົງພັນ ຫົວໜ້າການທະຫານກອງບັນຊາການທະຫານແຂວງ ບໍລິຄຳໄຊ ຍັງໃຫ້ຮູ້ຕື່ມອີກວ່າ: ຜົນສຳເລັດທີ່ໄດ້ມານັ້ນ ກໍຍ້ອນຄະນະພັກ-ຄະນະບັນຊາທຸກຂັ້ນຕະຫຼອດຮອດພະນັກງານຄູ-ອາ ຈານ ແລະ ນັກຮຽນ ໄດ້ພ້ອມກັນ ຜ່ານຜ່າທຸກອຸປະສັກຄວາມຫຍຸ້ງ ຍາກນາ ນາປະການ ແລະ ພ້ອມກັນ ປະຕິບັດຕາມແຜນການຮຽນ-ການສອນໄດ້ເປັນຢ່າງດີ, ບໍ່ວ່າຈະເປັນລະບຽບແບບແຜນການອົບຮົບກໍເຄັ່ງຄັດ ແລະ ມີຄວາມ ສອດຄອງກັບເງື່ອນໄຂພູມີປະ ເທດທີ່ກົມກອງຕັ້ງທັບ ຈາກຜົນ ສຳເລັດທີ່ກ່າວມານັ້ນ ເພື່ອເປັນ ການຢັ້ງຢືນເຖິງໝາກຜົນພະນັກ ງານ-ນັກຮົບ ຕ້ອງຖືເອົາວຽກ ງານການສືກສາອົບຮົມການ ເມືອງ-ນຳພາແນວຄິດເປັນກົກ ເອົາການອົບຮົມ-ຫັດແອບເປັນ ສຳຄັນ ແລະ ພ້ອມກັນນຳເອົາເນື້ອໃນບົດຮຽນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງທີ່ຄູ-ອາຈານໄດ້ສິດສອນໃຫ້ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ຢູ່ກົມກອງຂອງຕົນໃຫ້ເກີດດອກອອກຜົນ ແລະ ເຮັດສຳເລັດໜ້າທີ່ການເມືອງ ທີ່ການຈັດຕັ້ງຂັ້ນເທີງມອບໝາຍໃຫ້.
ໂດຍ: ນາງນ້ອຍ ບານທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ