ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ນ້ຳໃຈ​ຈາກ​ນັກ​ສຶກ​ສາ ວິທະຍາຄານ ນາຍ​ທະຫານ​ບົກ ກົມ​ມະ​ດຳ ​ຊຸດ​ທີ 18
ເວລາອອກຂ່າວ: 2023-05-31 08:36:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 451 | ຄວາມນິຍົມ:



ໃນ​ໂອກາດ​ທີ່​ນັກ​ສຶກ​ສາ ວິທະຍາຄານ ນາຍ​ທະຫານ​ບົກ ກົມ​ມະ​ດຳ ຊຸດ​ທີ 18 ມາ​ເຝິກ​ງານ​ຢູ່​ກອງພັນ 791 ກອງພັນ​ໃຫຍ່ 279. ໃນ​ວັນ​ທີ 19 ພຶດສະ ພາ 2023 ນີ້, ນັກ​ສຶກ​ສາ​ດັ່ງກ່າວ ໄດ້​ນຳ​ເອົາ​ເຄື່ອງນຸ່ງ​​ນັກ​ກິລາຈຳ ນວນ 15 ຊຸດ ມາ​ມອບ​ໃຫ້​ກອງ ພັນ 791. ສະຫາຍ ພັນ​ໂທ ພົງ​ສະຫວັນ ສິມ​ພິມ​ມະ​ລາ ຫົວໜ້າ​ການເມືອງ​ກອງພັນ 791 ໄດ້​ຕາງໜ້າ​ກ່າວ​ຮັບ​ເຄື່ອງ, ພ້ອມ​ທັງ​ໄດ້​ສະແດງ​ຄວາມ​ຂອບ​ອົກ​ຂອບໃຈ​ນຳ​ນັກ​ ສຶກ​ສາ ວິທະຍາຄານ​ນາຍ​ທະຫານ​ບົກ​ ກົມ​ມະ​ດຳ ຊຸດ​ທີ 18 ທີ່​ໄດ້​ນຳ​ເອົາ​ເຄື່ອງ​ມາ​ມອບ​ໃຫ້​ຄັ້ງ​ນີ້, ເຊິ່ງ​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ຂະ​ບວນ​ການ​ກິລາ​ຢູ່​ກົມ​ກອງ​ໃຫ້​ຟົດຟື້ນ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ນຳ​ເອົາ​ເຄື່ອງ​ດັ່ງກ່າວ​ໄປ​ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ກິລາ​ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ. ໂອກາດ​ດັ່ງກ່າວ, ຍັງ​ໄດ້​ຈັດ​ກິດຈະກຳ​ແຂ່ງຂັນ​ກິລາ​ເປ​ຕັງ​ມິດຕະພາບ​ຮ່ວມ​ກັນ ລະຫວ່າງ​ຄະນະ​ພັກ-ຄະນະ​ບັນຊາ ກອງພັນ 791 ກັບ ນັກ​ສຶກ​ສາ ວິທະຍາຄານ ນາຍ​ທະຫານ ​ບົກກົມ​ມະ​ດຳ ຕື່ມ​ອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ