ນ້ຳໃຈຈາກນັກສຶກສາ ວິທະຍາຄານ ນາຍທະຫານບົກ ກົມມະດຳ ຊຸດທີ 18
ເວລາອອກຂ່າວ: 2023-05-31 08:36:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 453 | ຄວາມນິຍົມ:
ໃນໂອກາດທີ່ນັກສຶກສາ ວິທະຍາຄານ ນາຍທະຫານບົກ ກົມມະດຳ ຊຸດທີ 18 ມາເຝິກງານຢູ່ກອງພັນ 791 ກອງພັນໃຫຍ່ 279. ໃນວັນທີ 19 ພຶດສະ
ພາ 2023 ນີ້, ນັກສຶກສາດັ່ງກ່າວ ໄດ້ນຳເອົາເຄື່ອງນຸ່ງນັກກິລາຈຳ ນວນ 15 ຊຸດ ມາມອບໃຫ້ກອງ ພັນ 791.
ສະຫາຍ ພັນໂທ ພົງສະຫວັນ ສິມພິມມະລາ ຫົວໜ້າການເມືອງກອງພັນ 791 ໄດ້ຕາງໜ້າກ່າວຮັບເຄື່ອງ, ພ້ອມທັງໄດ້ສະແດງຄວາມຂອບອົກຂອບໃຈນຳນັກ
ສຶກສາ ວິທະຍາຄານນາຍທະຫານບົກ ກົມມະດຳ ຊຸດທີ 18 ທີ່ໄດ້ນຳເອົາເຄື່ອງມາມອບໃຫ້ຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນຂະບວນການກິລາຢູ່ກົມກອງໃຫ້ຟົດຟື້ນ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະນຳເອົາເຄື່ອງດັ່ງກ່າວໄປໝູນໃຊ້ເຂົ້າໃນວຽກງານກິລາໃຫ້ເກີດປະໂຫຍດສູງສຸດ.
ໂອກາດດັ່ງກ່າວ, ຍັງໄດ້ຈັດກິດຈະກຳແຂ່ງຂັນກິລາເປຕັງມິດຕະພາບຮ່ວມກັນ ລະຫວ່າງຄະນະພັກ-ຄະນະບັນຊາ ກອງພັນ 791 ກັບ ນັກສຶກສາ ວິທະຍາຄານ ນາຍທະຫານ ບົກກົມມະດຳ ຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ