ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ​ໃຫຍ່ 661 ສຳເລັດ​ການ​ອົບຮົມ-ຫັດ​​ແອບ ທະຫານ​ໃໝ່ ຊຸດ​ທີ VII
ເວລາອອກຂ່າວ: 2023-05-31 08:33:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 540 | ຄວາມນິຍົມ:



ໃນ​ວັນ​ທີ 26 ພຶດສະພາ 2023, ກອງພັນ​ໃຫຍ່ 661 ໄດ້​ສຳເລັດ​ການ​ອົບຮົມ-ຫັດ​ແອບ ທະຫານ​ໃໝ່ ຊຸດ​ທີ VII, ໂດຍ​ການ​ເປັນ​ປະທານ​ຂອງ ​ສະຫາຍ ພັນ​ເອກ ຄຳ​ປານ ແພງ​ພັນ ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 661, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ​ໃຫຍ່, ກອງພັນ​, ພະນັກງານ​ຄູ-ອາຈານ, ແຂກ​ຖືກ​ເຊີນ ພ້ອມ​ດ້ວຍກຳລັງທະຫານ​ໃໝ່​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ທອງ​ສີ ສີສະ​ຫວັດ ຮອງ​ຫົວໜ້າ​ພະ​ແນກ​ເສນາທິການ ກອງພັນ​ໃຫຍ່ 661 ໄດ້​ຜ່ານ​ບົດ​ສະຫຼຸບ​ການຈັດຕັ້ງ​ ອົບຮົມ-ຫັດ​ແອບ​ໃຫ້​ທະຫານ​ໃໝ່​ໃຫ້​ຮູ້​ວ່າ: ຜ່ານ​ການ​ອົບຮົມ-ຫັດ​ແອບ​ຕົວ​ຈິງ​ຂອງ​ກຳລັງ​ທະຫານ​ໃໝ່​ ​ຈຳນວນ 52 ສະຫາຍ, ເຫັນ​ວ່າ: ແຕ່​ລະ​ສະຫາຍ​​ໄດ້​ເອົາໃຈໃສ່​ໃນ​ການ​ຄົ້ນຄວ້າ​ຮຳ​ຮຽນ​ຢ່າງ​ຕັ້ງໜ້າບໍ່​ວ່າ​ທັງ​ພາກ​ທິດ​ສະ​ດີ ແລະ ພາກ​ປະຕິບັດ​ຕົວ​ຈິງ. ໃນ​ນີ້​, ຕີ​ລາຄາ​ຜົນ​ໄດ້​ຮັບ​ຄື: ວິຊາ​ການເມືອງ 42,30%, ວິຊາ​ລະບຽບ-ກິລາ 65,38%, ວິຊາ​ພະ​ລາທິການ-ເຕັກນິກ 61,53%, ວິຊາ​ສິລະ​ປະຍຸດ100%, ວິຊາ​ຍຸດ​ທະວີ​ທະຫານ​ຮາບ 94,23%, ຜ່ານ​ການ​ອົບຮົມ-ຫັດ​ແອບ​ໃນ​ຄັ້ງ​ນີ້ເຫັນ​ວ່າ​ແຕ່​ລະ​ສະຫາຍ​ແນວ​ຄິດ​ການເມືອງ​ໜັກແໜ້ນ ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ​່ວຽກ​ງານ, ມີ​ຄວາມ​ກະ​ຕື​ລື​ລົ້ນ, ມີ​ຄວາມ​ສາມັກຄີ​ເດັດດ່ຽວ ສາມ​ມາດ​ຜ່ານ​ຜ່າ​ອຸປະສັກ​ຄວາມ​ຫຍຸ້ງຍາກ​ໃນ​ການ​ອົບຮົມ-ຫັດ​ແອບ​ຮັບປະກັນ​ຄວາມ​ປອດ​ໄພ​ໄດ້100%. ໂດຍ: ບຸນ​ຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ