ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງ​ພົນ​ທີ 3 ປະກາດ​ການ​ເລື່ອນ​ຊັ້ນ​ນາຍ​ສິບ
ເວລາອອກຂ່າວ: 2023-05-31 08:31:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1332 | ຄວາມນິຍົມ:



ໃນ​ວັນ​ທີ 26 ພຶດສະພາ 2023 ນີ້, ກອງ​ພົນ​ທີ 3 ໄດ້​ປະກາດ​ການ​ເລື່ອນ​ຊັ້ນ​ນາຍ​ສິບ ໂດຍ​ການ​ເປັນ​ປະທານຂອງ​ ສະຫາຍ ພັນ​ເອກ ຊາຍ​ທອງ ປີ​ຊາ​ຈັນ ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 3, ມີ ຄະນະ​ພັກ-ຄະນະ​ບັນຊາ​​ຈາກ​ອົງການ, ກົມ​ກອງ​ຕະຫຼອດ​ຮອດ​ຜູ້​ທີ່​ໄດ້​ຮັບ​ຊັ້ນໃໝ່​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ອາຍ ສຸ​ລິ​ພາ ຫົວໜ້າ​ພະ​ແນກ​ກຳລັງ​ພົນກອງ​ພົນ​ທີ 3 ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ວ່າ​ດ້ວຍ​ ການ​ອະນຸມັດ​ເລື່ອນ ​ຊັ້ນ​ນາຍ​ສິບ ຢູ່​ກອງ​ພົນ​ທີ ອີງ​ຕາມ​ຂໍ້​ກຳນົດ​ ວ່າ​ດ້ວຍ​ ລະບຽບ​ການ​ຂອງ​ນາຍ​ສິບ ແລະ ພົນທະຫານ​ໃນ​ກອງທັບ​ປະຊາຊົນ​ລາວ (ສະບັບ​ປັບປຸງ) ກົມ​ໃຫຍ່​ເສນາ​ ທິ​ການ​ກອງທັບ​ຕົກລົງ​ເລື່ອນ​ຊັ້ນ​ສິບ​ຕີ ຂຶ້ນ ສິບ​ໂທ ຈຳນວນ 40 ສະຫາຍ, ສິບ​ໂທ ຂຶ້ນ ສິບ​ເອກ ຈຳນວນ 97 ສະຫາຍ. ສະຫາຍ ພັນ​ເອກ ຊາຍ​ທອງ ປີ​ຊາ​ຈັນ ໄດ້​ກ່າວ​ສະແດງ​ຄວາມ​ຍອ້ງ​ຍໍ​ຊົມເຊີຍ​ຕໍ່​ພົນ​ທະຫານ​ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ໃໝ່​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ເນັ້ນ​ໜັກ​ໃຫ້​​ແຕ່​ ລະ​ສະຫາຍ ຈົ່ງ​ສືບຕໍ່​ເພີ່ມ​ທະວີ​ຄວາມ​ສາມັກຄີ​ໃຫ້​ເປັນ​ປຶກ​ແຜ່ນ​ແໜ້ນໜາ, ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ​ແບບ​ວິທະຍາສາດ​ໃຫ້​ສອດຄ່ອງ​ກັບ​ໜ້າທີ່​ການເມືອງ​ຂອງ​ຕົນ, ຕັ້ງໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃຫ້​ມີ​ຄຸນ​ທາດ​ການເມືອງ​ຄຸນສົມບັດ​ສິນ​ທຳ​ປະ ຕິວັດ, ເອົາໃຈໃສ່​ຄົ້ນຄວ້າ​ຊອກ​ຮູ້​ຮໍ່າຮຽນ​ເພື່ອ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ຕົນ​ໃຫ້​ສູງ​ຂຶ້ນ ເພື່ອ​ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່ ທີ່​ພັກ ແລະ ລັດ​ມອບ​ໝາຍ​ໃຫ້​ດ້ວຍ​ໝາກຜົນ​ສູງ. ​ໂດຍ: ເທບ​ພະ​ກອນ ລັດຕະນະ​ສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ