ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນ​ໃຫຍ່ 642 ມອບ​ເງິນ​ໃຫ້​ນາຍ​ທະຫານ​ອອກ​ການ​ຮັບ​ເງິນ​ອຸດ​ໜູນ​ເທື່ອ​ດຽວ
ເວລາອອກຂ່າວ: 2023-05-31 08:30:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2160 | ຄວາມນິຍົມ:



ໃນ​ວັນ​ທີ 26 ພຶດສະພາ 2023 ນີ້, ກອງພັນ​ໃຫຍ່ 642 ໄດ້​ຈັດ​ພິທີ​ມອບ​ເງິນ​ໃຫ້​ນາຍ​ທະຫານ​ອອກ​ການ​ຮັບ​ເງິນ​ອຸດ​ໜູນ​ເທື່ອ​ດຽວ, ເປັນ​ກຽດ​ກ່າວ​ມອບ​ໂດຍ ສະຫາຍ ພັນ​ໂທ ສຸວັນ ນະ​ຄີລີ ຫົວໜ້າ​ພະແນກການ​ເມືອງ​ ກອງພັນ​ໃຫຍ່ 642, ມີ​ວິຊາ​ການ​ທີ່​ກ່ຽວຂ້ອງ ພ້ອມ​ດ້ວຍ​ບັນດາ​ຜູ້​ທີ່​ຕາງໜ້າ ແລະ ຜູ້​ທີ່​ໄດ້​ຮັບ​ເງິນ​ເຂົ້າ​ຮ່ວມ. ໂດຍ​ອີງ​ຕາມ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ ​ການ​ອະນຸມັດ​ໃຫ້​ນາຍ​ທະຫານ​ອອກ​ການ​ຮັບ​ເງິນ​ອຸດ​ໜູນ​ເທື່ອ​ດຽວ, ໂດຍ​ປະຕິບັດ​ຕາມ​ກົດໝາຍ ​ວ່າ​ດ້ວຍ ​ປະກັນ​ສັງຄົມ(ສະບັບ​ປັບປຸງ ) ແລະ ອີງ​ຕາມ​ການ​ສະເໜີຈາກ​ກົມ​ກອງ​ພື້ນຖານ ໂດຍ​ຜ່ານ​ການ​ຄົ້ນ​ຄ້ວ​​າ​ໃນ​ກອງ​ປະຊຸມ​ຄັ້ງ​ວັນ​ທີ 20 ກັນຍາ 2022, ກະ ຊວງ​ປ້ອງ​ກັນ​ປະເທດ​ຕົກລົງ ໃຫ້​ນາຍ​ທະຫານ​ອອກ​ການ​ຮັບ​ເງິນ​ອຸດ​ໜູນ​ເທື່ອ​ດຽວ ​ຈຳນວນ 4 ສະຫາຍ ໃນ​ນີ້​ ມີ​ຄື: ສະຫາຍ ພັນ​ຕີ ລາວ​ກູ​ຊົງ ສີ​ສັງວອນ, ສະຫາຍ​ຮ້ອຍ​ໂທ ຄອນ​ແທ໋ກ ຄຳ​ວິໄລ, ສະຫາຍ ​ຮ້ອຍ​ຕີ ປ໋ອກ ຫຼວງ​ອາ​ໄພ ແລະ ສະຫາຍ ຮ້ອຍ​ຕີ ດ໋າ ກອງ​ແພງ​ຕາ ລວມ​ເປັນ​ເງິນ​ທັງ​ໝົດ 281.076.879 ກີບ ໂອກາດ​ນີ້​, ສະຫາຍ ພັນ​ໂທ ສຸວັນ ນະ​ຄີລີ ໄດ້​ສະແດງ​ຄວາມ​ຍ້ອງ​ຍໍ​ຊົມເຊີຍ​ຕໍ່​ຜົນງານ​ການເຄື່ອນໄຫວ​ຂອງ​ບັນດາ​ສະຫາຍ​ທີ່​ໄດ້​ປະກອບສ່ວນ​ເຫື່ອແຮງສະຕິ​ປັນຍາເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ປະເທດ​ຊາດ ເວົ້າ​ລວມ, ເວົ້າ​ສະເພາະ​ແມ່ນ​ປະກອບສ່ວນ​ອັນ​ສຳຄັນ​ໃນ​ການ​ປັບປຸງ​ກໍ່ສ້າງ​ກົມ​ກອງໃຫ້​ເຕີບ​ໃຫຍ່​ເຂັ້ມແຂງ, ສຶບ​ຕໍ່​ຮ່ວມ​ມື​ເຄື່ອນ​ໄຫວ​ນຳ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ເປັນ​ແບບ ຢ່າງ​ທີ່​ດີ​ໃນ​ການ​ສຶກ​ສາ​ອົບຮົມ​ລູກ​ຫຼານ ປະຊາຊົນ​ໃຫ້​ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ-ລັດ, ການ​ປະຕິບັດ​ນະໂຍບາຍ​ດັ່ງກ່າວ​​ແມ່ນ​ການ​ຊ່ວຍ​ແບ່ງ​ເບົາ​ພາລະ​ໃນ​ຄອບຄົວ​ສ່ວນ​ໃດ​ສ່ວນ​ໜຶ່ງ ​ຫຼື​ ຈະ​ເປັນ​ກ້ອນ​ທຶນ​ໃດ​ໜຶ່ງ​ໃຫ້​ບັນດາ​ສະຫາຍ​ນຳ​ໃຊ້​ເຂົ້າ​ໃນ​ການ​ສ້າງສາ​ເສດຖະກິດ​ຂອງ​ຄອບຄົວ​ໃຫ້​ມີ​ການ​ພັດທະນາ​ຍ່ິງໆ​ຂຶ້ນ. ໂດຍ: ແຟນ​ຕ່າ ໄຊ​ຍະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ