ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນ​ໃຫຍ່ 497 ເຝິກຊ້ອມ​ເຄື່ອນ​ທັບ ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້
ເວລາອອກຂ່າວ: 2023-05-31 08:24:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 484 | ຄວາມນິຍົມ:



ວັນ​ທີ 23 ພຶດສະພາ 2023, ກອງພັນ​ໃຫຍ່ 497 ໄດ້​ຈັດ​ຕັ້ງ​ປະຕິບັດ​ການ​ເຝິກຊ້ອມ​ເຄື່ອນ​ທັບຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້​ໃຫ້​ກຳລັງ​ທະຫານ​ໃໝ່, ໂດຍ​ການ​ນຳພາ​ຂອງ ສະຫາຍ ພັນ​ຕີ ແຕ໋ງວົງ​ພະຈັນ ຊ່ວຍ​ວຽກ​ຂະແໜງ​ອົບຮົມ ກອງພັນ​ໃຫຍ່ 497, ຄູ​ປະຈຳ​ວິຊາ, ມີ​ຄະນະ​ພັກ-ຄະນະ​ບັນຊາ ກອງຮ້ອຍ, ພະນັກງານ​ວິຊາ​ສະເພາະ ພ້ອມ​ດ້ວຍທະຫານ​ໃໝ່ ເຂົ້າ​ຮ່ວມ. ເພື່ອ​ແນໃສ່​ເຮັດ​ໃຫ້​ກຳລັງ​ທະ ຫານ​ໃໝ່ ກຳ​ໄດ້​ທິດ​ສະ​ດີ​ຫຼັກການ ແລະ ບົດຮຽນ​ທີ່​ໄດ້​ຮຽນ​ມາ ກໍ​ຄືພຶດຕິ​ກຳ​ຕົວ​ຈິງ, ມີ​ຄວາມ​ເຂົ້າໃຈ​ຢ່າງ​ເລິກເຊິ່ງ​ກ່ຽວ​ກັບ​ຄວາມ​ໝາຍ ຄວາມ​ສຳຄັນ​ຂອງ​ວຽກ​ງານອົບຮົມ-ຫັດ​ແອບການ​ເຄື່ອນ​ທັບ, ຍຸດ​ທະວີ​ທີ​ທະຫານ​ຮາບ, ຄວາມ​ຮູ້​ພື້ນຖານ​ວຽກ​ງານ​ພັກ-ວຽກ​ງານ​ການເມືອງ ໃນ​ສະພາ ວະ​ຕ່າງໆ, ວຽກ​ງານ​ພະລາທິ ການ​ຮັບ​ໃຊ້​ວຽກ​ງານ​ສູ້​ຮົບ, ວຽກ​ງານ​ເຕັກນິກ, ອົບຮົມ 5 ເຕັກນິກ​ການ​ແພດ, ອົບຮົມ​ທິດ​ສະ​ດີ​ຫຼັກການ​ວິທີ​ນຳ​ໃຊ້​ອາວຸດ​ໃຫ້​ມີ​ຄວາມ​ຊຳນິ​ຊຳນານ ພ້ອມ​ທັງ, ເປັນ​ການ​ຍົກ​ລະດັບ​ຄວາມ​ຮູ້ ຄວາມ​ສາມາດ​ກຽມພ້ອມ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ​ທີ່​ຖືກ​ມອບ​ໝາຍ ທັງ​ເປັນ​ການ​ຊຸກຍູ້​ຂະ​ບວນ​ການຈັດຕັ້ງ​ປະຕິບັດ​ຂໍ້​ກຳນົດ​, ກົດ​ລະບຽບ, ແບບແຜນ​ວິທີ​ເຮັດ​ວຽກ ເຝິກຝົນ​ຫຼໍ່​ຫຼອມ ແລະ ທົດ​ສອບກຳລັງ​ແຮງ​ກາຍ, ແຮງ​ໃຈ, ຄວາມ​ອົດທົນ​ຂອງ​ທະຫານ​ໃໝ່, ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ​ກຽມພ້ອມ​ຮັບ​ໃຊ້​ຊາດ ກໍ​ຄືກຳລັງ​ປະກອບ​ອາວຸດ ໃຫ້​ມີ​ຄວາມ​ເຂັ້ມແຂງ, ການ​ເຄື່ອນ​ທັບ. ໂອກາດ​ດັ່ງກ່າວ, ຍັງ​​ມີ​ການ​ສ້າງ​ກໍລະນີ​ຫຼາຍ​ຮູບ​ແບບ ເພື່ອ​ເຮັດ​ໃຫ້​ທະຫານ​ໃໝ່, ຍົກ​ສູງ​ສະຕິ​ລະວັງ​ຕົວ, ມີ​ໄຫວ​ພິກ, ຄ່ອງ​ແຄ້ວ ວ່ອງໄວ ແລະ ຮູ້ຈັກ​ອາໄສ​ພູມີ​ປະເທດ​ຕົວ​ຈິງ, ສາມາດ​ຮັບ ປະກັນ​ຄວາມ​ປອດ​ໄພ ແລະ ຮອດ​ຈຸດ​ທີ່​ໝາຍ​ຖືກຕ້ອງ​ຕາມ​ກຳນົດ​ເວລາ. ໂດຍ: ເປີ້ນ ແສງ​ຄຳ​ມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ