ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງຫົວໜ້າກົມທະຫານຊາຍແດນ ຕ້ອນຮັບຜູ້ອໍານວຍການສໍານັກກິດຈະການຊາຍແດນທະຫານກັບປະເທດເພື່ອນບ້ານ ກອງທັບຣາຊະອານາຈັກໄທ
ເວລາອອກຂ່າວ: 2023-05-30 09:32:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3007 | ຄວາມນິຍົມ:



ວັນທີ 29 ພຶດສະພາ 2023 ນີ້, ຢູ່ໂຮງແຮມລາວເທວ ນະຄອນຫຼວງວຽງຈັນ ສປປ ລາວ, ທ່ານ ພັນເອກ ອຸ່ນຄຳ ສີແຫວນວົງສັກ ຮອງຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ ສປປ ລາວ ໄດ້ຕ້ອນຮັບ ທ່ານ ພົນຕີ ຍຸດທະພູມ ບຸນຍະລິດ ຜູ້ອໍານວຍການສໍານັກກິດຈະການຊາຍແດນທະຫານກັບປະເທດເພື່ອນບ້ານ ກົມກິດຈະການຊາຍແດນທະຫານ ກອງທັບຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຮັດວຽກ ແລະ ຢ້ຽມຢາມ ສປປ ລາວ ໃນລະຫວ່າງ ວັນທີ 29 ພຶດສະພາ ເຖິງວັນທີ 1 ມິຖຸນາ 2023. ໂອກາດນີ້ ທ່ານ ພັນເອກ ອຸ່ນຄຳ ສີແຫວນວົງສັກ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ ທ່ານ ພົນຕີ ຍຸດທະພູມ ບຸນຍະລິດ ພ້ອມດ້ວຍຄະນະ ທີ່ໄດ້ມາເຮັດວຽກ ແລະ ຢ້ຽມຢາມໃນຄັ້ງນີ້ ເຊິ່ງເປັນບາດກ້າວໜຶ່ງຂອງການເສີມສ້າງການຮ່ວມມືຂອງສອງກະຊວງປ້ອງກັນປະເທດ ລາວ-ໄທ ແລະ ທັງເປັນການປະກອບສ່ວນເຮັດໃຫ້ສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ ໄດ້ຮັບການເສີມຂະຫຍາຍໃຫ້ດີຂຶ້ນເທື່ອລະກ້າວ. ຈາກນັ້ນ ທ່ານ ພົນຕີ ຍຸດທະພູມ ບຸນຍະລິດ ກໍໄດ້ສະແດງ ຄວາມຂອບໃຈຕໍ່ຮອງຫົວໜ້າກົມທະຫານຊາຍແດນ ກອງທັບປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ເຕັມໄປດ້ວຍໄມຕີຈິດມິດຕະພາບທີ່ດີ ຈາກນັ້ນຄະນະຜູ້ແທນໄດ້ເດີນທາງໄປ ຢ້ຽມຊົມສະຖານທີ່ທ່ຽວທາງວັດທະນາທຳ ສຳຄັນຢູ່ນະຄອນຫຼວງວຽງຈັນ ອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ