ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໝາກຜົນ​ການ​ນຳພາ​ຂອງ​ຄະນະ​ພັກ ກອງພັນ​ໃຫຍ່ 702
ເວລາອອກຂ່າວ: 2023-05-30 09:04:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 335 | ຄວາມນິຍົມ:



ກອງພັນ​ໃຫຍ່ 702 ແມ່ນ​ຄະນະ​ພັກ​ໜຶ່ງ​ທີ່​ຂຶ້ນ​ກັບ​ອົງຄະ​ນະ​ພັກ​ກອງ​ບັນຊາ​ການ​ທະຫານ​ອາກາດ, ມີ​ພາລະ​ບົດບາດ​ສຳຄັນ​ໃນ​ການເຄື່ອນໄຫວ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ ທີ່​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້ ເປັນ​ຄະນະ​ພັກ ຊີ້​ນຳ​ຮາກ​ຖານ​ພັກ, ໜ່ວຍ​ພັກ, ພະນັກງານ​ສະມາຊິກ​ພັກ-ນັກຮົບ ໃຫ້​ມີ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ, ຮັບ​ຮູ້ ແລະ ເຂົ້າໃຈ​ຕໍ່​ພາລະ​ບົດບາດ​ໃນ​ການ​ນຳພາ​ຂອງ​ກົມ​ກອງ ​ເປັນຕົ້ນ​ແມ່ນ​ວຽກ​ງານ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ, ຕິດ​ພັນ​ກັບ​ໜ້າທີ່​ວີ​ຊາ​ສະເພາະ​ໃນ​ການ​ເປັນ​ເສນາ​ທິ​ການ​ໃຫ້​ອົງຄະ​ນະ​ພັກ​ກອງ​ບັນຊາ​ການ​ທະຫານ​ອາກາດ ກໍ​ຄື ກະຊວງ​ປ້ອງ​ກັນ​ປະເທດ ດ້ານ​ວຽກ​ງານ​ຮັບປະກັນ​ປ້ອງ​ກັນ​ເຂດ​ນ່ານ​ຟ້າ, ຈຸ​ບິນ​ຂັບ​ໄລ່ ແລະ ກໍ່ສ້າງ​ບຸກ​ຄະ​ລະ​ກອນ​ນັກ​ບິນ. ສະຫາຍ ພັນ​ເອກ ສີວິໄລ​ພົງ ເພົ້າ​ວິໄລ ເລຂາ​ຄະນະ​ພັກ, ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 702 ໃຫ້​ຮູ້​ວ່າ: ໃນ​ນີ້, ເວົ້າ​ສະເພາະ​ຂົງເຂດ​ວຽກ​ງານ​ການ​ນຳພາ​ໄລຍະ​ຜ່ານ​ມາ ຄະນະ​ພັກ-ຄະນະ​ບັນຊາ ເວລາ​ໃດ​ກໍ​ຍົກ​ສູງ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນໃຈ​ກາງໃນ​ການ​ປັບປຸງ​ກໍ່ສ້າງ​ຮາກ​ຖານ​ພັກ​ໃຫ້​ມີ​ຄວາມ​ເຕີບ​ໃຫຍ່​ເຂັ້ມແຂງ ເຊິ່ງ​ໄດ້​ນຳ​ເອົາ​ແນວທາງ​ນະໂຍບາຍ​ຂອງ​ພັກ ເປັນຕົ້ນ​ແມ່ນ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XI ຂອງ​ພັກ, ແຜນ​ພັດທະນາ​ເສດຖະກິດ​ສັງຄົມ​ແຫ່ງ​ລັດ, ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ V ຂອງ​ອົງຄະ​ນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ມາ​ຈັດ​ຕັ້ງ​ເຜີຍແຜ່​ໃຫ້​ບັນດາ​ຄະນະ​ພັກ​ຮາກ​ຖານ, ໜ່ວຍ​ພັກ​ຂັ້ນ​ຕ່າງໆ​ທີ່​ຂຶ້ນ ​ກັບ​ຄະນະ​ພັກ ກອງພັນ​ໃຫຍ່ 702 ເປັນ​ການ​ສຶກ​ສາ​ອົບຮົມ​ພະນັກງານ​ສະມາຊິກ​ພັກ-ນັກຮົບ ໃຫ້​ຮັບ​ຮູ້​ເຂົ້າໃຈ​ຢ່າງ​ເລິກເຊິ່ງ ແລະ ກຳ​ແໜ້ນ​ຕໍ່​ແນວທາງ, ອຸດົມ​ການ​ຂອງ​ພັກ, ມີ​ທັດສະນະ​ຫຼັກ​ໝັ້ນ​ຊົນ​ຊັ້ນ​ປະຕິວັດ, ເປັນ​ເຈົ້າ​ຕົນ​ເອງ ແລະ ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ, ມີ​ສະຕິ​ລະວັງ​ຕົວ, ຮູ້​ຈຳແນກ​ມິດ-ສັດຕູ​ໄດ້​ຢ່າງ​ຈະແຈ້ງ, ມີ​ນ້ຳໃຈ​ເສຍສະຫຼະ​ອັນ​ສູງ​ສົ່ງ​ເພື່ອ​ຜົນ​ປະໂຫຍດ​ລວມ​ຂອງ​ຊາດ​ຕໍ່​ປະຊາຊົນ ແລະ ກົມ​ກອງ, ເປັນ​ເຈົ້າ​ການ​ປົກ​ປັກ​ຮັກສາ​ລະບອບ​ໃໝ່​ໄວ້​ໃຫ້​ໝັ້ນ​ຄົງ, ປັດຈຸບັນ ກອງ ພັນ​ໃຫຍ່ 702 ມີ​​ທັງ​ໝົດ 22 ໜ່ວຍ​ພັກ, ໜ່ວຍ​ພັກ​ແຂງ 18 ໜ່ວຍກວມ 81,82 %, ໜ່ວຍ​ພັກ​ກາງ 4 ໜ່ວຍ ກວມ 18,18 %, ມີ​ສະມາຊິກ​ພັກ​ທັງ​ໝົດ 410 ສະຫາຍ, ຍິງ 55 ສະຫາຍ, ມີ​ສະມາຊິກ​ພັກ​ແຂງ 398 ສະຫາຍ, ຍິງ 54 ສະຫາຍ ກວມ 97,07%, ສະມາຊິກ​ກາງ 11 ສະຫາຍ, ຍິງ 1 ສະຫາຍ ກວມ 2,68%, ແລະ ໄດ້​ຖືກ​ຮັບຮອງ​ເປັນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ຈາກ​ຄະນະ​ປະຈຳ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ 18 ໜ່ວຍ​ພັກ. ໃນ​ນີ້, ໜ່ວຍ​ພັກ​ທີ່​ຖືກ​ຮັບຮອງ 4 ຄັ້ງ​ຕິດຕໍ່​ກັນ​ມີ 13 ໜ່ວຍ​ພັກ, 3 ຄັ້ງ​ຕິດຕໍ່​ກັນ 1 ໜ່ວຍ​ພັກ,ຮັບຮອງ​ໃໝ່ 4 ໜ່ວຍ​ພັກ. ສະຫາຍ ພັນ​ເອກ ສີວິໄລ​ພົງ ເພົ້າ​ວິໄລ ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ສຳລັບ​ທິດ​ທາງ​ແຜນການ​ໃນຕໍ່ໜ້າ ຄະນະ​ພັກ-ຄະນະ​ບັນຊາແຕ່ລະ ​ຂັ້ນ ຈະ​ໄດ້​ສຸມ​ໃສ່​ການ​ກໍ່ສ້າງ​ ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ຍູ້​ແຮງ​ການ​ສ້າງ​ກອງ 3 ປອດ(ປອດ​ໃສ ປອດ​ໄພ ປອດຄະດີ), ກອງ​ວັດທະນະທຳ-ນັກຮົບ​ວັດທະນາະທຳ ເອົາໃຈໃສ່​ເຊື່ອມ​ຊຶມ, ກຳ​ແໜ້ນ​ຄຳ​ສັ່ງ​ແນະນຳ​ຂອງ​ພັກ​ ບົນ​ພື້ນຖານ​ຍຶດ​ໝັ້ນ​ຫຼັກການ​ລວມ​ສູນ​ປະຊາທິປະໄຕ​ສຽງ​ສ່ວນ​ໜ້ອຍ​ປະຕິບັດ​ຕາມ​ສຽງ​ສ່ວນ​ຫຼາຍ ບຸກຄົນ​ຂຶ້ນ​ນຳ​ການຈັດຕັ້ງ ຕາມ 5 ເນື້ອ​ໃນ​ມາດຖານ​ໃນ​ການ​ປັບປຸງ​ກໍ່ສ້າງ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ​ໃຫ້​ເພີ່ມ​ຂຶ້ນ​ທາງ​ດ້ານ​ຈຳນວນ ແລະ ຄຸນ​ນະ​ພາບ ໂດຍ​ຖື​ເອົາ​ວຽກ​ງານ​ສືກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ກົກ ກຳ​ແໜ້ນ​ແນວ​ຄິດ​ພະນັກງານ​ສະມາຊິກ​ພັກ-ນັກຮົບ ຕີ​ຖອຍ​ປະກົດ​ການ​ຫຍໍ້ທໍ້​ໃນ​ກົມ​ກອງ​ໃຫ້​ຂາດ​ຕົວ, ຕ້ານ​ແລະສະກັດ​ກັ້ນ​ແນວ​ຄິດ​ເອກະ​ຊົນ, ເຫັນແກ່ຕົວ, ພັກ​ພວກ​ຈຸ້ມ​ເຈື້ອ, ຄອງ​ເດີມ​ອາດຍາ​ສິດ ເພື່ອ​ແນໃສ່​ປັບປຸງ​ການຈັດຕັ້ງ​ພັກ​ໃຫ້​ມີ​ຄວາມ​ເຂັ້ມແຂງ​ທັງ 4 ດ້ານ​ຄື: ດ້ານ​ການເມືອງ-ແນວ​ຄິດ, ການຈັດຕັ້ງ, ແບບແຜນ​ການ​ນຳພາ ແລະ ວິທີ​ເຮັດ​ວຽກ. ໂດຍ: ວັນໄຊ ໄຊສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ