ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

​ກທອ ປະກາດ​ການ​ເລື່ອນ​ຊັ້ນ ແລະ ເລື່ອນ​ທຽບ​ຊັ້ນ​ ໃຫ້​ນາຍ​ທະຫານ
ເວລາອອກຂ່າວ: 2023-05-30 08:52:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1591 | ຄວາມນິຍົມ:



ໃນ​ວັນ​ທີ 25 ພຶດສະພາ 2023 ນີ້, ກອງ​ບັນຊາ​ການ ​ທະຫານອາກາດ (ກທອ)​ ໄດ້ປະກາດການ​ເລື່ອນ​ຊັ້ນ ແລະ ເລື່ອນ​ທຽບ​ຊັ້ນ​ໃຫ້​ນາຍ​ທະຫານ​ກອງ​ບັນ ຊາ​ການ​ທະຫານ​ອາກາດ, ກອງພັນ​ໃຫຍ່ 703 ແລະ ກອງຮ້ອຍ​ຣາ​ດາ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ຄຳ​ຫຼ້າ ສິມ​ມະ​ວົງ ຮອງ​ຫົວໜ້າ​ກອງ​ບັນຊາ​ການ​ທະຫານ​ອາກາດ, ຫົວໜ້າ​ຫ້ອງ​ການເມືອງ , ມີ​ຄະນະ​ອົງການ 6 ຫ້ອງ, ຄະນະ​ພັກ-ຄະນະ​ບັນຊາ ກອງພັນ​ໃຫຍ່ 703 ແລະ ບັນດາ​ພະແນກການ ພ້ອມ​ດ້ວຍ​ນາຍ​ທະ ຫານ​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ໃໝ່​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ວົງ​ເດືອນ ບຸດ​ຈະເລີນ ຫົວໜ້າ​ພະ​ແນກ​ພະ ນັກງານ ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ອາກາດ ​ໄດ້​​ຜ່ານ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ເລື່ອນ​ຊັ້ນ ແລະ ເລື່ອນ​ທຽບ​ຊັ້ນ​ໃຫ້​ນາຍ​ທະຫານ​ກອງ​ບັນຊາ​ການ​ທະຫານ​ອາກາດ, ກອງພັນ​ໃຫຍ່ 703 ແລະ ກອງ​ຮ້ອຍ​ຣາ​ດາ, ອີງ​ຕາມກົດໝາຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ, ​ກະຊວງ​ປ້ອງ​ກັນ​ປະເທດ ຕົກລົງ: ເລື່ອນ​ຊັ້ນ ແລະ ເລື່ອນ​ທຽບ​ຊັ້ນ​ຮ້ອຍ​ເອກ​ ຂຶ້ນ​ ພັນ​ຕີ ຈຳນວນ 17 ສະຫາຍ, ຍິງ 3 ສະຫາຍ, ເລື່ອນ​ຊັ້ນ ແລະ ເລື່ອນ​ທຽບ​ຊັ້ນ ຮ້ອຍ​ໂທ​ ຂຶ້ນ​ ຮ້ອຍ​ເອກ ຈຳນວນ 16 ສະຫາຍ, ຍິງ 1 ສະຫາຍ, ເລື່ອນ​ຊັ້ນ ແລະ ເລື່ອນ​ທຽບ​ຊັ້ນ ຮ້ອຍ​ຕີ​ ຂຶ້ນ​ ຮ້ອຍ​ໂທ ຈຳນວນ 20 ສະຫາຍ, ຍິງ 7 ສະຫາຍ, ເລື່ອນ​ຊັ້ນ ​ວາທີ​ ຂຶ້ນ​ຮ້ອຍ​ຕີ ຈຳນວນ 1 ສະຫາຍ. ສະຫາຍ ພັນ​ເອກ ຄຳ​ຫຼ້າ ສິມ​ມະ​ວົງ ໄດ້​ກ່າວ​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ນາຍ​ທະຫານ​ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ໃໝ່ ທີ່​ເຮັດ​ໜ້າ​ທີ​່ການເມືອງ​ຂອງ​ກົມ​ກອງ​ມີ​ຜົນສຳເລັດ, ພ້ອມ​ທັງ​ຮຽກຮ້ອງ​ມາ​ຍັງ​ນາຍ​ທະຫານຈົ່ງ​ພ້ອມ​ກັນ​ຍົກ​ສູງ​ຄວາມ​ຮັບຜິດ ຊອບ​ວຽກ​ງານ, ສືບ​ຕໍ່​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ທາງ​ດ້ານ​ຄຸນ​ທາດ​ການເມືອງ, ດ້ານ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ຄວາມ​ຮູ້​ ຄວາມ​ສາ ມາດ​ນຳພາ-ຊີ້​ນຳ​ບັນດາ​ຂົງເຂດ​ວຽກ​ງານ​ຂອງ​ກົມ​ກອງ​ໃຫ້​ຂະຫຍາຍຕົວ ແລະ ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ, ແບບແຜນ​ການ​ນຳ​ພາໃຫ້​ກ້າວ​ສູ່​ລວງ​ເລິກ​ວຽກ​ງານຕົວ​ຈິງ​ ຖືກ​ກັບ​ເປົ້າ​ໝາຍ​ວຽກ​ງານ​ວິຊາ​ສະເພາະ​ຂອງ​ກົມ​ກອງ​ຕາມ​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້, ມີ​ທັດສະນະ​ມະຫາຊົນ​ກວ້​​າງ​ຂວາງ ​ເອື້ອເຟື້ອ​ເຜື່ອ​ແຜ່ ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ, ມີ​ສະຕິ​ຕໍ່​ການຈັດ​ຕັ້ງ, ເຊື່ອ​ໝັ້ນ​ການ​ນຳພາ​ຂອງ​ພັກ, ກົດ​ລະບຽບ​ຂອງ​ລັດ, ເປັນ​ແບບຢ່າງ​ທີ່​ດີ​ໃນ​ການເຄື່ອນໄຫວ​ວຽກ​ງານ​ປິ່ນ​ອ້ອມ​ຂອງ​ກົມ​ກອງ ແລະ ພ້ອມ​ກັນປະຕິບັດໜ້າທີ່​ການເມືອງ​ຂອງ​ກົມ​ກອງໃຫ້​ມີ​ຄວາມ​ຮັບຜິດຊອບ​ສູງ​ຂຶ້ນ​ກວ່າ​ເກົ່າ. ໂດຍ: ສີ​ທາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ