ຫົວໜ້າອຳນວຍການ ສະຖານີໂທລະພາບກອງທັບ ເຄື່ອນໄຫວເຮັດວຽກ ຢູ່ ວຕກ
ເວລາອອກຂ່າວ: 2023-05-30 08:50:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 243 | ຄວາມນິຍົມ:
ວັນທີ 24 ພຶດສະພາ 2023 ນີ້, ສະຫາຍ ພັນເອກ ຈະເລີນສຸກ ວັງເວີນໂຂງ ຫົວໜ້າອຳນວຍການສະຖານີໂທລະພາບກອງທັບ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກ ຢູ່ ວິທະຍາຄານເຕັກນິກການທະຫານ (ວຕກ). ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ພູທອນ ຄຸນລີວົງ ຮອງຫົວໜ້າອຳນວຍການ, ຫົວໜ້າຫ້ອງ
ການເມືອງ, ມີບັນດາອົງການຈັດຕັ້ງມະຫາຊົນ, ນັກໂຕ້ວາທີ ແລະ ຊາວໜຸ່ມທົ່ວ ວຕກ ເຂົ້າຮ່ວມ.
ສະຫາຍ ຊັ້ນ 1 ນາງ ແອັນນ່າ ສີດາລາ ວິຊາການໂຄງການໂຕ້ວາທີ ເພື່ອຊາດ ເພື່ອການພັດທະນາ ໃນລາຍການ “ຟັງຂ້ອຍເວົ້າ” ທັງເປັນວິທະຍານິກອນໄດ້ນຳສະເໜີເປົ້າໝາຍ, ຈຸດປະສົງ ແລະ ເນື້ອໃນລະອຽດຂອງການແຂ່ງຂັນໂຕ້ວາທີ ຄັ້ງທີ I ປະຈຳປີ 2023 ໃນຫົວຂໍ້ ເປົ້າໝາຍການພັດທະນາແບບຍືນຍົງ 2030, ສອງວາລະແຫ່ງຊາດ, ບັນຫາຢາເສບຕິດ ແລະ ບັນຫາຫຍຸ້ງຍາກເສດຖະກິດການເງິນ ແລະ ການປົກປັກຮັກສາປະເທດຊາດ. ໂດຍແນໃສ່ສົ່ງເສີມພັດທະນາ ທັກສະທາງດ້ານວາທະສິນ ການປາກເວົ້າ ແລະ ຄວາມຮູ້, ຄວາມສາມາດ, ກ້າຄິດ ກ້າສະແດງອອກໃນການເວົ້າຕໍ່ໜ້າມວນຊົນຢ່າງມີສິລະປະທີ່ດີໃຫ້ແກ່ນັກຮົບຊາວໜຸ່ມ-ແມ່ຍິງ, ນັກຮຽນ-ນັກສຶກສາທີ່ມີອາຍຸ 18-35 ປີ, ມີຄວາມຮູ້, ຄວາມສາມາດ, ມັກຮັກໃນການສົນທະນາ ເວົ້າສະເພາະແມ່ນເພື່ອເຮັດໃຫ້ຊາວໜຸ່ມ-ໄວໜຸ່ມ ທົ່ວ ວຕກ ສົນໃຈເຂົ້າຮ່ວມໂຄງການແຂ່ງຂັນໂຕ້ວາທີເພື່ອຊາດໃນຄັ້ງນີ້.
ໃນໂອກາດດຽວກັນ, ສະຫາຍ ພັນເອກ ພູທອນ ຄຸນລີວົງ ໄດ້ສະແດງຄວາມຂອບໃຈ ມາຍັງທີມງານໂທລະພາບກອງທັບ ທີ່ໄດ້ມີກິດຈະກຳນີ້ທີ່ເປັນຄວາມຮູ້, ນຳເອົາບົດຮຽນອັນແປກໃໝ່ ມາເຜີຍແຜ່ໃຫ້ພະນັກງານ-ນັກຮົບ, ຊາວໜຸ່ມ-ໄວໜຸ່ມ ທົ່ວ ວຕກ ໄດ້ມີໂອກາດເຂົ້າຮ່ວມໂຄງການ ເພື່ອພັດທະນາທັກສະໃນການເວົ້າຂອງພະນັກງານ-ນັກຮົບ ທົ່ວ ວຕກ ມີຄວາມກ້າຄິດ ກ້າສະແດງອອກ, ນຳເອົາຄວາມຮູ້ດັ່ງກ່າວມາໝູນໃຊ້ເຂົ້າໃນໜ້າທີ່ການເມືອງຕົວຈິງຂອງຕົນ ເພື່ອຮັບປະກັນໃນການພັດທະນາກົມກອງໃຫ້ມີຄວາມທັນສະໄໝເທື່ອລະກ້າວ ແລະ ພ້ອມທີ່ຈະສົ່ງທີມນັກໂຕ້ວາທີເຂົ້າຮ່ວມການແຂ່ງຂັນຢ່າງສຸດກົກສຸດປາຍ.
ໂດຍ: ເພັດນາລີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ