ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດການແຕ່ງຕັ້ງພະນັກງານຊີ້ນຳກອງຫຼອນເຂດປາກທວາຍ
ເວລາອອກຂ່າວ: 2023-05-30 08:48:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 104 | ຄວາມນິຍົມ:



ໃນວັນທີ 19 ພຶດສະພາ 2023 ນີ້, ທີ່ຫ້ອງການບ້ານປາກທວາຍ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ປະກາດການແຕ່ງຕັ້ງພະນັກງານຊີ້ນຳ ກອງຫຼອນເຂດປາກທວາຍ. ໂດຍ ການເປັນປະທານຂອງ ທ່ານ ຄຳປຸ່ນ ສີຫາລາດ ຮອງເຈົ້າເມືອງ ເມືອງທ່າພະບາດ ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ, ມີ ສະຫາຍ ພັນຕີ ສຸວັນຄຳ ດວງມາໄລ ຫົວໜ້າພະແນກເສນາທິການ ກອງບັນຊາການທະຫານເມືອງ ທ່າພະບາດ, ອຳນາດການປົກຄອງບ້ານ ແລະ ກຳລັງ ປກຊ-ປກສ ເຂົ້າຮ່ວມ. ສະຫາຍ ພັນຕີ ຄຳຈັນ ລາດຊະບຸດ ຮອງຫົວໜ້າພະແນກເສນາ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ເມືອງທ່າພະບາດ ວ່າດ້ວຍການແຕ່ງຕັ້ງພະນັກ ງານຮັບຜິດຊອບຊີ້ນຳກຳລັງກອງຫຼອນເຂດປາກທວາຍ, ເຊິ່ງໃນນີ້ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ຮ້ອຍໂທ ຂວັນຄຳ ແກ້ງອິນຊີ ເປ້ນຫົວໜ້າ, ສະຫາຍ ຮ້ອຍຕີ ອ໋ອກ ສະຫວັດວົງໄຊ ເປັນຮອງຫົວໜ້າ. ຕອນທ້າຍກອງປະຊຸມ, ທ່ານປະທານໄດ້ເນັ້ນໜັກໃຫ້ພະນັກ ງານຜູ້ທີ່ຖືກແຕ່ງຕັ້ງຄັ້ງນີ້ຕ້ອງມີຄວາມຮັບຜິດຊອບສູງ, ມີຄວາມອົດທົນເຮັດລ້ອນໜ້າທີ່ວຽກງານ ຕ່າງໆ, ຜ່ານຜ່າຄວາມຫຍຸ້ງຍາກທີ່ການຈັດຕັ້ງໄດ້ມອບໝາຍໃຫ້, ຮຽກຮ້ອງມາຍັງອຳນາດການປົກຄອງບ້ານຈົ່ງພ້ອມກັນເອົາໃຈໃສ່ຊ່ວຍເຫຼືອອູ້ມຊູເບິ່ງແຍ່ງຊີວິດການເປັນຢູ່ຂອງພະນັກງານທີ່ຖືກແຕ່ງຕັ້ງຄັ້ງນີ້ ອຳນວຍຄວາມສະດວກ, ຮ່ວມມື, ປະສານສົມທົບວຽກງານຕ່າງໆທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ປະສົບຜົນສໍາເລັດ. ໂດຍ: ນາງ ນ້ອຍ ບານທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ