ປະກາດການແຕ່ງຕັ້ງພະນັກງານຊີ້ນຳກອງຫຼອນເຂດປາກທວາຍ
ເວລາອອກຂ່າວ: 2023-05-30 08:48:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 106 | ຄວາມນິຍົມ:
ໃນວັນທີ 19 ພຶດສະພາ 2023 ນີ້, ທີ່ຫ້ອງການບ້ານປາກທວາຍ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ປະກາດການແຕ່ງຕັ້ງພະນັກງານຊີ້ນຳ ກອງຫຼອນເຂດປາກທວາຍ. ໂດຍ ການເປັນປະທານຂອງ ທ່ານ ຄຳປຸ່ນ ສີຫາລາດ ຮອງເຈົ້າເມືອງ ເມືອງທ່າພະບາດ ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ, ມີ ສະຫາຍ ພັນຕີ ສຸວັນຄຳ ດວງມາໄລ ຫົວໜ້າພະແນກເສນາທິການ ກອງບັນຊາການທະຫານເມືອງ
ທ່າພະບາດ, ອຳນາດການປົກຄອງບ້ານ ແລະ ກຳລັງ ປກຊ-ປກສ ເຂົ້າຮ່ວມ.
ສະຫາຍ ພັນຕີ ຄຳຈັນ ລາດຊະບຸດ ຮອງຫົວໜ້າພະແນກເສນາ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ເມືອງທ່າພະບາດ ວ່າດ້ວຍການແຕ່ງຕັ້ງພະນັກ
ງານຮັບຜິດຊອບຊີ້ນຳກຳລັງກອງຫຼອນເຂດປາກທວາຍ, ເຊິ່ງໃນນີ້ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ຮ້ອຍໂທ ຂວັນຄຳ ແກ້ງອິນຊີ ເປ້ນຫົວໜ້າ, ສະຫາຍ ຮ້ອຍຕີ ອ໋ອກ ສະຫວັດວົງໄຊ ເປັນຮອງຫົວໜ້າ.
ຕອນທ້າຍກອງປະຊຸມ, ທ່ານປະທານໄດ້ເນັ້ນໜັກໃຫ້ພະນັກ ງານຜູ້ທີ່ຖືກແຕ່ງຕັ້ງຄັ້ງນີ້ຕ້ອງມີຄວາມຮັບຜິດຊອບສູງ, ມີຄວາມອົດທົນເຮັດລ້ອນໜ້າທີ່ວຽກງານ
ຕ່າງໆ, ຜ່ານຜ່າຄວາມຫຍຸ້ງຍາກທີ່ການຈັດຕັ້ງໄດ້ມອບໝາຍໃຫ້, ຮຽກຮ້ອງມາຍັງອຳນາດການປົກຄອງບ້ານຈົ່ງພ້ອມກັນເອົາໃຈໃສ່ຊ່ວຍເຫຼືອອູ້ມຊູເບິ່ງແຍ່ງຊີວິດການເປັນຢູ່ຂອງພະນັກງານທີ່ຖືກແຕ່ງຕັ້ງຄັ້ງນີ້ ອຳນວຍຄວາມສະດວກ, ຮ່ວມມື, ປະສານສົມທົບວຽກງານຕ່າງໆທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ປະສົບຜົນສໍາເລັດ.
ໂດຍ: ນາງ ນ້ອຍ ບານທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ