ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກແໜ້ນ ມີ​ທ່າ​ຂະຫຍາຍຕົວ​ດີ
ເວລາອອກຂ່າວ: 2023-05-26 09:09:09 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 4118 | ຄວາມນິຍົມ:



ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ ໃສ ເຂັ້ມແຂງ ໜັກ​ແໜ້ນ ຢູ່ກຳ​ລັງ​ຫຼວງ-ກຳລັງ​ທ້ອງຖິ່ນ ​ໃນທົ່ວ​ ກອງທັບ​ເຫັນ​ວ່າ​ມີ​ທ່າກ້າວຂະ ຫຍາຍຕົວ​ເພີ່ມ​ຂຶ້ນ​ທາງ​ດ້ານ​ຈຳ ນວນ ແລະ ຄຸນ​ນະ​ພາບ ໃນນີ້, ເວົ້າ​ສະເພາະ​ຢູ່​ກອງພັນໃຫຍ່ 703 ກອງ​ບັນຊາ​ການ​ທະຫານ​ອາກາດ ແມ່ນ​ຄະນະ​ພັກ​ໜຶ່ງ​ທີ່​ມີ​ພາລະ​ບົດບາດ​ໃນ​ການ​ຊີ້​ນຳ-ນຳພາ​ປັບປຸງ​ກໍ່ສ້າງ​ກົມ​ກອງ​ເປັນ​ເສນາ​ທິ​ການ​ໃຫ້​ຄະນະ​ພັກ​ ຂັ້ນ​ເທິງ​ທາງ​ດ້ານ​ວຽກ​ງານ​ຮັບ ປະກັນ​ການບິນ ແລະ ຮັບ​ໃຊ້​ໃນ​ການເຄື່ອນໄຫວ​ສູ້​ຮົບ, ລຳລຽງ​ຂົນສົ່ງ​ໂດຍ​ປິ່ນ​ອ້ອມ​ໜ້າທີ່​ການ ເມືອງ​ຂອງ​ກົມ​ກອງ. ສະຫາຍ ພັນ​ໂທ ພົງ​ລຳ​ໄພ ພັນທະ​ວົງ ຊ່ວຍ​ວຽກ​ຂະແໜງ​ຈັດ​ຕັ້ງ​ພັກ ກອງພັນ​ໃຫຍ່ 703 ໄດ້​​ໃຫ້​ຮູ້​ວ່າ: ການ​ກໍ່ສ້າງ​ໜ່ວຍ​ພັກ ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2022 ຜ່ານ​ມາ ຄະນະ​ພັກ-ຄະນະ​ບັນຊາ ຍາມ ​ໃດ​ກໍ​ໄດ້​ເອົາໃຈໃສ່​ຊີ້​ນຳ​ພະນັກ ງານ​ສະມາຊິກ​ພັກ-ນັກຮົບ​ເປັນ​ເຈົ້າ​ການເຄື່ອນໄຫວ​ຕາມ​ໜ້າທີ່​ການເມືອງ ແລະ ວຽກ​ງານ​ວິຊາ​ ສະເພາະ​ຂອງ​ຕົນ​ດ້ວຍການຈັດ ຕັ້ງ​ຜັນ​ຂະຫຍາຍຫັນ​ເອົາ​ເນື້ອ​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງທີ XI ຂອງ​ພັກ ກໍຄື​ມະຕິ​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ V ຂອງ​ຄະນະ​ພັກ​ກະຊວງ​ປ້ອງ​ປະເທດ​ວາງ​ອອກ ເປັນ​ແຜນການ​ອັນ​ລະອຽດ​ເຮັດ​ໃຫ້​ພະນັກງານ​ສະມາຊິກ​ພັກ-ນັກຮົບ ຮູ້​ປ້ອງ​ກັນ​ຕົນ​ເອງ, ປ້ອງ ​ກັນ​ພັກ ແລະ ປ້ອງ​ກັນ​ການຈັດ ຕັ້ງ ໃຫ້​ມີ​ຄວາມ​ປອດ​ໃສໜັກແໜ້ນ ທາງ​ດ້ານ​ການເມືອງ-ແນວ​ຄິດ ແລະ ເຂັ້ມແຂງ​ທາງດ້ານການຈັດ ຕັ້ງ, ແບບແຜນ​ການ​ນຳພາ, ຫັນ​ເອົາ 5 ຫຼັກການ 3 ທິດ​ນຳ​ຂອງ ​ພັກ​ເປັນ​ໄມ້​ຫຼາວັດແທກຄຸນທາດ ​ການເມືອງ​ຂອງ​ພະນັກງານ​ສະ ມາຊິກ​ພັກ​ໃຫ້​ມີ​ຄວາມ​ຮັບຜິດ ຊອບ​ສູງ, ຖື​ເອົາ​ການ​ສ່ອງ​ແສງ​ລາຍ​ງານ​ຂັ້ນ​ໜ່ວຍ​ພັກ, ຄະນະ​ພັກ​ຮາກ​ຖານ ປະຈຳ​ເດືອນ ແລະ ປະຈຳ​ໄຕ​ມາດ​ເປັນ​ການ​ສຳ​ຫຼວດ​ກວດກາ​ຕິ​ຊົມ​ກໍ່ສ້າງ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະ​​ເທ​ດວາງ​ອອກ ເປັນຕົ້ນ​ແມ່ນ​ຂົງເຂດ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ຕ້ອງ​ຕິດ​ແທດ​ກັບ​ໜ້າທີ່​ວຽກ​ງານ​ວິຊາ​ສະເພາະ​ຂອງ​ກົມ​ກອງ. ພ້ອມ​ນັ້ນ​, ຍັງ​ໄດ້​ເອົາໃຈໃສ່ ຕ້ານ ແລະ ສະກັດ​ກັ້ນ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ​ ບັນຫາ​ທີ່​ອັດ​ຕັນ​ຖ່ວງ​ດຶງ​ຕໍ່​​ການ​ພັດທະນາ​ກົມ​ກອງ​ໃຫ້​ຂາດ​ຕົວ ເປັນ​ຕົ້ນ​ແມ່ນ​ແນວ​ຄິດ​ອັກ​ຄະຕິ​ຄັບແຄບ,ໃຈນ້ອຍ ເພາະວ່າ​ວຽກ​ງານ​ແນວ​ຄິດ​ແມ່ນ​ປັດໄຈ​ຕັດ​ສີນ​ຊີ້​ຂາດ​ທຸກ​ໄຊຊະນະ​ວຽກ​ງານ​ລວມ​ຂອງ​ການ​ນຳພາ.ຢາກ​ເຮັດ​ໄດ້​ຄື​ແນວ​ນັ້ນ​ຄະນະ​ພັກ​ທຸກ​ຂັ້ນ​ຕ້ອງ​ຖື​ເອົາ​ວຽກ​ງານ​ສືກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ຄັນ ເອົາ​ວຽກ​ງານ​ວິຊາ​ສະເພາະ​ເປັນໃຈ​ກາງ ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ປະຕິບັດ​ໜ້າທີ່​ການເມືອງ​ຂອງ​ຕົນ​ໃຫ້​ເດີນ​ແມ່ນ​ແລ່ນ​ສະດວກ​ດີ ແລະ ມີ​ຜົນສຳເລັດ​ເປັນ​ກ້າວໆ ​ໃນ​ຮູບ​ແບບ​ສ້າງ​ກອງທັບ​ປະຕິວັດ​ ແລະ​ມີ​ແບບແຜນ​ທັນ​ສະ​ໄໝ. ສະຫາຍ ພັນ​ເອກ ສູນ​ທອນ ພົມ​ມະ​ແສນ ເລຂາ​ຄະນະ​ພັກ, ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 703 ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ປັດຈຸ ບັນ​ທົ່ວ​ກອງພັນໃຫຍ່ 703 ມີ 15 ໜ່ວຍ​ພັກ, ປະກອບ​ມີ 3 ຄະນະ​ພັກ​ຮາກ​ຖານ, ມີ 7 ໜ່ວຍ​ພັກ​ຂຶ້ນ​ກັບ, 4 ໜ່ວຍ​ພັກ​ເອກະລາດ ແລະ 5 ໜ່ວຍ​ພັກ​ພະແນກການ, ໄດ້​ຕີ​ລາຄາ​ແບ່ງ​ເພດ​ຄຸນ​ນະ​ພາບ​ການ​ນຳພາ​ຂອງ​ການຈັດຕັ້ງ​ພັກ ແລະ ສະມາຊິກ​ພັກ ຕາມ 5 ເນື້ອ​ໃນ​ມາດຖານ​ໃນ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2022 ມີ 14 ໜ່ວຍ​ພັກ​ແຂງ ເທົ່າ​ກັບ 93,3%, ກາງ 1 ໜ່ວຍ​ພັກ, ເທົ່າ​ກັບ 6,7% , ມີ​ສາ​ມະ​ຊິກ​ພັກ 369 ສະຫາຍ, ຍິງ 61 ສະຫາຍ, ແຂງ 318 ສະຫາຍ, ຍິງ 43 ສະ ຫາຍ, ກາງ 28 ສະຫາຍ, ຍິງ 10 ສະຫາຍ, ບໍ່​ໄດ​້ແບ່ງ​ປະເພດ 23 ສະຫາຍ, ຍິງ 8 ສະຫາຍ ( ລໍຖ້າ​ບຳນານ ແລະ ປິ່ນປົວຍາວ ​ນານ). ໂດຍ: ວັນ​ໄຊ ໄຊ​ສະ​ຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ