ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດການ​ຮັບຮອງ​ເອົາ 2 ບ້ານ​ຂອງ​ເມືອງ​ຫີນ​ບູນ ແຂວງ​ຄຳ​ມ່ວນ ​ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ
ເວລາອອກຂ່າວ: 2023-05-26 09:08:06 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1352 | ຄວາມນິຍົມ:



ພິທີ​ປະກາດ​ບ້ານຄຳ​ແກ້ວ ແລະ ບ້ານພົງ ເປັນ​ບ້ານ​ປ້ອງກັນ​ ຊາດ​ເຂັ້ມແຂງ ເປັນ​ບ້ານ​ທີ 2, ບ້ານ​ທີ 3 ຂອງ​ເມືອງ​ຫີນ​ບູນ ແລະ ເປັນ​ບ້ານ​ທີ 48, ບ້ານ​ທີ 49 ຂອງ ​ແຂວງ​ຄຳ​ມ່ວນ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ພຶດສະພາ 2023 ນີ້, ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ຄຳ​ສິງ ອໍລະວັນ ກຳມະການພັກ ແຂວງ ເລຂາ​ພັກເມືອງ ເຈົ້າເມືອງ ເມືອງ​ຫີນ​ບູນ, ປະທານ​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ ກັນ​ຄວາມ​ສະຫງົບ​ເມືອງ, ມີ ສະຫາຍ ພັນ​ເອກ ບຸນ​ເລີດ ບຸບຜາ​ ວັນ ຮອງ​ເລຂາ​ຄະນະ​ພັກ, ຫົວ ໜ້າການ​ທະຫານ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ, ມີ​ຄະນະ​ຫ້ອງການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຂວງ, ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ​ທະຫານ​ເມືອງ, ​ປກສ ​ເມືອງ, ພະ​ແນກ​ກໍ່ສ້າງ​ຮາກ​ຖານ​ທະຫານ​ແຂວງ, ແຂກ​ຖືກ​ເຊີນ, ຄະນະ​ຮັບຜິດຊອບ, ອຳນາດ​ການ​ປົກຄອງ​ບ້ານ 2 ບ້ານ, ແນວ​ໂຮມ ແລະ ​ປະຊາຊົນ​ເຂົ້າ​ຮ່ວມ. ທ່ານ ກອບ​ແກ້ວ ດວງ​ພະຈັນ ເລຂາ​ພັກ​ບ້ານ ນາຍບ້ານ ບ້ານ​ຄຳ​ແກ້ວ ໄດ້​ຕາງໜ້າ​ທັງ 2 ບ້ານ​ຜ່ານ​ບົດ​ສະຫຼຸບ​ຕີ​ລາຄາ​ຄືນ​ການຈັດຕັ້ງ​ປະຕິບັດ​ກວດກາ​ປະ​ເມີນ​ຜົນ​ໃນ​ການ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ໃນ​ໄລຍະ​ຜ່ານ​ມາ​ອຳນາດ​ການ​ປົກຄອງ​ທັງ 2 ບ້ານ​ໄດ້​ມີ​ການ​ປະສານ​ສົມທົບ​ກັບ​ທຸກ​ພາກສ່ວນ​ທີ່​ກ່ຽວ​ຂ້ອງ​ໃນ​ການ​ສ້າງ​ບ້ານ ແລະ ຄອບຄົວ​ປ້ອງ​ກັນ​ຊາດ​ເຂັ້ມ ແຂງ ມີ​ຜົນສຳເລັດ​ຕາມ​ແຜນ ການ​ທີ່​ວາງ​ໄວ້ ອຳນາດ​ການປົກ ຄອງ​ບ້ານ​ໄດ້​ປະສານ​ສົມທົບ​ກັບ​ ຂະແໜງການ​ທີ່​ກ່ຽວຂ້ອງຖື​ເອົາ ​ວຽກ​ງານ​ການສຶກ​ສາອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ ກົກນຳ​ເອົາ​ມະຕິ ​ຄຳ​ສັ່ງ​ຕ່າງໆ​ ຂອງ​ພັກ-ກົດໝາຍ​ຂອງ​ລັດ, ເອ​ກະ​ສານກ່ຽວກັບວຽກ​ ງານ​ປ້ອງ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົ​​ບ​ມາ​ຈັດ​ຕັ້ງ​ເຜີຍແຜ່​ໃຫ້​ປະຊາຊົນ​ເຂົ້າໃຈ​ແຈ້ງ​ຕໍ່​ແນວທາງ​ນະໂຍ ບາຍ​ຂອງ​ພັກ, ມີ​ຄວາມ​ສະດຸ້ງ​ໄວ​ຕື່ນ​ຕົວ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢ່າງ​ຕັ້ງໜ້າ, ເປັນ​ເຈົ້າ​ການ​ຕິດຕາມ​ສະພາບ​ກຸ່ມ​ຄົນ​ບໍ່​ຫັວງ​ດີ​ພາຍ​ໃນ​ບ້ານ ແລະ ຂອບ​ເຂດ​ຂອງ​ຕົນ​ຮັບຜິດຊອບ ສາມາດ​ແກ້​ໄຂ​ສະພາບ​ໄດ້​ທັນ​ເວລາ, ບ້ານຄຳ​ແກ້ວ ແລະ ບ້ານພົງ ມີ​ພົນລະເມືອງທັງໝົດ 3.526 ຄົນ, ຍິງ 1.794 ຄົນ, ມີ 703 ຫຼັງ ຄາ​ເຮືອນ, ມີ 752 ຄອບຄົວ, ອາ ຊີບ​ຕົ້ນຕໍແມ່ນປູກຝັງ-ລ້ຽງ​ສັດ ແລະ ຄ້າຂາຍ ເຊິງ​ເປັນ​ທ່າແຮງ​ໃນ​ການ​ພັດທະນາ-ເສດຖະກິດ ວັດທະນະທຳ-ສັງຄົມ, ຮັບປະກັນ​ໃນ​ການ​ແກ້​ໄຂ​ຊິວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາເຜົ່າ​ນັບ​ມື້​ນັບ​ດີ​ຂຶ້ນ, ຜ່ານ​ການເກັບກຳຂໍ້​ ມູນ ແລະ ປະ​ເມີນ​ຜົນ​ເຫັນວ່າທັງ 2 ບ້ານ ສາມາດ​ປະຕິບັດ​ໄດ້ຕາມ 6 ມາດຖານເງຶ່ອນໄຂ​ທີ່​ຂັ້ນ​ເທິງ ​ວາງ​ອອກ. ຈາກ​ຜົນສຳເລັດ​ດັ່ງ ກ່າວ​ສາມາດ​ຮັບຮອງ​ເອົາບ້ານ​ຄຳ​ແກ້ວ ແລະ ບ້ານພົງ ເປັນ​ຄອບຄົວ ແລະ ບ້ານ​ປ້ອງ​ຊາດ​ເຂັ້ມແຂງ. ຈາກ​ນັ້ນ, ສະຫາຍ ພັນ​ໂທ ຫັດສະດີ ຈະເລີນ​ສຸກ ຫົວ ໜ້າ​ພະ​ແນກກໍ່ສ້າງ​ຮາກຖານ​ ກອງ​ບັນຊາ​ການທະຫານແຂວງ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ທ່ານ​ເຈົ້າ ແຂວງ ແຂວງ​ຄຳ​ມ່ວນ ແລະ ຂໍ້​ຕົກລົງ​ຂອງ​ທ່ານ​ເຈົ້າເມືອງ, ກອງ ​ບັນຊາ​ການ​ທະຫານເມືອງ ວ່າດ້ວຍ​ການ​ມອບ​ໃບຢັ້ງຢືນ ແລະ ຮັບຮອງ​ເອົາ 2 ບ້ານ​ທີ່​ຂຶ້ນ​ກັບ​ເມືອງ​ຫີນບູນ ເປັນ​ບ້ານ​ປ້ອງກັນ​ ຊາດ​ເຂັ້ມແຂງ. ເຊິ່ງ​ບ້ານ​ຄຳ ແກ້ວ ໄດ້​ຖືກ​ຮັບຮອງ​ຄອບຄົວ​ປ້ອງ​ກັນ​ຊາດ​ໄດ້ 92 % ແລະ ບ້ານພົງ ໄດ້ 77 %. ພ້ອມ​ດຽວ​ກັນ​ນັ້ນ, ​ຄະ​​​ນະ​ປະທານ​ຍັງ​ໄດ້ຂຶ້ນ ມອບ​ໃບຢັ້ງຢືນ​ຄອບຄົວ ແລະ ບ້ານ​ປ້ອງກັນ​ຊາດ​ເຂັ້ມແຂງ ແລະ ຜ່ານເນື້ອໃນ​ຂໍ້​ແຂ່ງຂັນ​ໃນ ການສ້າງຄອບ ຄົວ, ບ້ານ ​ປກຊ ເຂັ້ມແຂງ ໃນຕໍ່ໜ້າ​ຕື່ມ​ອີກ. ໂດຍ: ວິໄລ​ວອນ ພົມ​ມະ​ວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ