ມອບຫຼຽນກາລະນຶກ 65 ປີ ໃຫ້ອະດີດພະນັກງານຫຼັກແຫຼ່ງຫ້ອງການຊາວໜຸ່ມກອງທັບ
ເວລາອອກຂ່າວ: 2023-05-26 09:05:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 477 | ຄວາມນິຍົມ:
ເນື່ອງໃນໂອກາດວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 68 ປີ (14 ເມສາ 1955-14 ເມສາ 2023), ໃນບໍ່ດົນນີ້, ຫ້ອງການຊາວໜຸ່ມກອງ
ທັບ ນຳໂດຍສະຫາຍ ພັນເອກ ສຸດໃຈ ມະຫາວົງ ເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຫົວໜ້າຫ້ອງການຊາວໜຸ່ມກອງທັບ ພ້ອມດ້ວຍພະນັກງານຫຼັກແຫຼ່ງຫ້ອງການຊາວໜຸ່ມ ໄດ້ເຄື່ອນໄຫວໂຄງການຕອບບຸນແທນຄຸນ ແລະ ມອບຫຼຽນກາລະນຶກ 65 ປີ ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ພະນັກງານບຳນານ-ອະດີດພະນັກງານຫຼັກແຫຼ່ງຫ້ອງການຊາວໜຸ່ມກອງທັບລວມທັງໝົດ 7
ສະຫາຍ, ເພື່ອລະນຶກເຖິງຜົນງານ, ຄຸນງາມຄວາມດີຂອງບັນດາສະຫາຍເຫຼົ່ານັ້ນທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ປະກອບສ່ວນເຂົ້າໃນວຽກງານ-ຂະບວນການຊາວໜຸ່ມໃນໄລຍະຜ່ານມາ ກໍຄື ປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງຫ້ອງການຊາວໜຸ່ມກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງໃນແຕ່ລະໄລຍະ.
ໂດຍປະຕິບັດຕາມຂໍ້ຕົກລົງຂອງເລຂາຄະນະບໍລິຫານງານສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ ວ່າດ້ວຍການມອບຫຼຽນກາລະນຶກ 65 ປີ ວັນສ້າງ
ຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ແກ່ບຸກຄົນ ແລະ ກົມກອງໃນກອງທັບປະຊາຊົນລາວ ແລະ ປະຕິບັດຕາມທິດຊີ້ນຳຂອງກຳມະການຄະນະປະຈຳພັກກະ
ຊວງປ້ອງກັນປະເທດ. ໃນນີ້, ໄດ້ມອບຫຼຽນກາລະນຶກ 65 ປີ ໃຫ້ ສະຫາຍ ພັນເອກ ອິນກອງ ວຽງດາວົງ ອະດີດກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມສະໄໝທີ V, ອະດີດຫົວໜ້າຫ້ອງການຊາວໜຸ່ມ, ສະຫາຍ ພັນເອກ ບົວຄຳ ຄູນມີສຸກ ອະດີດຮັກສາການຫົວໜ້າຫ້ອງການຊາວໜຸ່ມ, ສະຫາຍ ພັນເອກ ບົວຄຳ ແກ້ວມະຫາວົງ ອະດີດຮອງຫົວໜ້າຫ້ອງການຊາວໜຸ່ມ, ສະຫາຍ ພັນໂທ ສູນດາລາ ພິມມະເສນ ອະດີດຮອງຫົວໜ້າຫ້ອງການຊາວໜຸ່ມ, ສະຫາຍ ພັນເອກ ອິນໂທ ທຳມະນີລາ ອະດີດຫົວໜ້າພະແນກອົບຮົມ-ຈັດຕັ້ງ, ສະຫາຍ ພັນໂທ ພິນນະຄອນ ອິນປຣາສີ
ອະດີດຫົວໜ້າພະແນກໂຄສະນາ-ຂະບວນການ ແລະ ສະຫາຍ ພັນໂທ ສີພາ ສີອຳພອນ ອະດີດຫົວໜ້າພະແນກແຜນການ-ສັງລວມຫ້ອງການຊາວໜຸ່ມກອງທັບ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ