ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ​ຫຼຽນ​ກາ​ລະນຶກ 65 ປີ ໃຫ້​ອະດີດ​ພະນັກງານ​ຫຼັກ​ແຫຼ່ງ​ຫ້ອງການ​ຊາວ​ໜຸ່ມ​ກອງທັບ
ເວລາອອກຂ່າວ: 2023-05-26 09:05:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 469 | ຄວາມນິຍົມ:



ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ຄະນະ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ​ຄົບຮອບ 68 ປີ (14 ເມສາ 1955-14 ເມສາ 2023), ໃນ​ບໍ່​ດົນ​ນີ້, ຫ້ອງການ​ຊາວ​ໜຸ່ມ​ກອງ ທັບ ນຳ​ໂດຍ​ສະຫາຍ ພັນ​ເອກ ສຸດ​ໃຈ ມະຫາວົງ ເລຂາທິການ​ສູນ​ກາງຊາວ​ໜຸ່ມ​ປະຊາຊົນ​ປະຕິວັດລາວ ຫົວໜ້າ​ຫ້ອງການ​ຊາວ​ໜຸ່ມກອງທັບ ພ້ອມ​ດ້ວຍ​ພະນັກງານ​ຫຼັກ​ແຫຼ່ງ​ຫ້ອງການ​ຊາວ​ໜຸ່ມ ໄດ້​ເຄື່ອນ​ໄຫວ​ໂຄງການ​ຕອບ​ບຸນ​ແທນ​ຄຸນ ແລະ ມອບ​ຫຼຽນ​ກາ​ລະນຶກ 65 ປີ ຂອງ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ໃຫ້​ພະນັກງານ​ບຳນານ-ອະດີດ​ພະນັກງານ​ຫຼັກ​ແຫຼ່ງ​ຫ້ອງການ​ຊາວ​ໜຸ່ມກອງ​ທັບ​ລວມ​ທັງ​ໝົດ 7 ສະຫາຍ, ເພື່ອ​ລະນຶກ​ເຖິງ​ຜົນງານ, ຄຸນງາມຄວາມດີ​ຂອງ​ບັນດາ​ສະຫາຍ​ເຫຼົ່ານັ້ນ​ທີ່​ໄດ້​ອຸທິດ​ເຫື່ອແຮງ, ສະຕິ​ປັນຍາ ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ-ຂະ​ບວນການ​ຊາວ​ໜຸ່ມ​ໃນ​ໄລຍະ​ຜ່ານ​ມາ ກໍ​ຄື ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ກໍ່ສ້າງຫ້ອງການ​ຊາວ​ໜຸ່ມ​ກອງທັບ ໃຫ້​ເຕີບ​ໃຫຍ່​ເຂັ້ມແຂງ​ໃນ​ແຕ່​ລະ​ໄລຍະ. ໂດຍ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ຂອງ​ເລຂາ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ຫນຸ່ມ​ປະຊາຊົນ​ປະຕິວັດ​ລາວ ວ່າ​ດ້ວຍ​ການ​ມອບ​ຫຼຽນ​ກາ​ລະນຶກ 65 ປີ ວັນ​ສ້າງ ຕັ້ງ​ຄະນະ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ໃຫ້​ແກ່​ບຸກຄົນ ແລະ ກົມ​ກອງ​ໃນ​ກອງທັບ​ປະຊາຊົນ​ລາວ ແລະ ປະຕິບັດ​ຕາມ​ທິດ​ຊີ້​ນຳ​ຂອງ​ກຳມະການ​ຄະນະ​ປະຈຳ​ພັກ​ກະ ຊວງ​ປ້ອງ​ກັນ​ປະເທດ. ໃນ​ນີ້, ໄດ້​ມອບ​ຫຼຽນ​ກາ​ລະນຶກ 65 ປີ ໃຫ້ ສະຫາຍ ພັນ​ເອກ ອິນ​ກອງ ວຽງ​ດາ​ວົງ ອະດີດ​ກຳມະການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ສະໄໝທີ V, ອະດີດ​ຫົວໜ້າ​ຫ້ອງການ​ຊາວ​ໜຸ່ມ, ສະຫາຍ ພັນ​ເອກ ບົວ​ຄຳ ຄູນ​ມີ​ສຸກ ອະດີດ​ຮັກສາ​ການ​ຫົວໜ້າ​ຫ້ອງການ​ຊາວ​ໜຸ່ມ, ສະຫາຍ ພັນ​ເອກ ບົວ​ຄຳ ແກ້ວ​ມະຫາວົງ ອະດີດ​ຮອງ​ຫົວໜ້າ​ຫ້ອງການ​ຊາວ​ໜຸ່ມ, ສະຫາຍ ພັນ​ໂທ ສູນ​ດາລາ ພິມ​ມະ​ເສນ ອະດີດ​ຮອງ​ຫົວໜ້າ​ຫ້ອງການ​ຊາວ​ໜຸ່ມ, ສະຫາຍ ພັນ​ເອກ ອິນ​ໂທ ທຳ​ມະນີ​ລາ ອະດີດ​ຫົວໜ້າ​ພະ​ແນກ​ອົບຮົມ-ຈັດ​ຕັ້ງ, ສະຫາຍ ພັນ​ໂທ ພິນ​ນະຄອນ ອິນ​ປຣາ​ສີ ອະດີດ​ຫົວໜ້າ​ພະ​ແນກ​ໂຄສະນາ-ຂະ​ບວນ​ການ ແລະ ສະຫາຍ ພັນ​ໂທ ສີ​ພາ ສີ​ອຳພອນ ອະດີດ​ຫົວໜ້າ​ພະ​ແນກ​ແຜນການ-ສັງ​ລວມ​ຫ້ອງການ​ຊາວ​ໜຸ່ມ​ກອງທັບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ