ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວຽກງານສື່ສານພາກສະໜາມ ມີຄວາມສໍາຄັນຕໍ່ການຊ້ອມຮົບຮ່ວມ ລາວ-ຈີນ
ເວລາອອກຂ່າວ: 2023-05-24 15:01:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 764 | ຄວາມນິຍົມ:



ເພື່ອເປັນການປະກອບສ່ວນໃຫ້ການຊ້ອມຮົບຮ່ວມລາວ-ຈີນ “ໂລ້ກໍາບັງມິດຕະພາບ-2023” ໃຫ້ມີຜົນສໍາເລັດຕາມແຜນການ ກົມສື່ສານ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດຕັ້ງພາກສ່ວນຮັບປະກັນວຽກງານຕິດຕໍ່ສື່ສານເຂົ້າປະຈໍາຢູ່ພາກສະໜາມ ເພື່ອໃຫ້ມີຄວາມຮັບປະກັນໄດ້ຕາມວຽກງານໜ້າທີ່ວິຊາສະເພາະ. ສະຫາຍ ພັນໂທ ດອນສະຫວັນ ບົນຄໍາພັນ ຫົວໜ້າພະແນກເສນາ ກົມສື່ສານ ອະນຸກໍາມະການຮັບປະກັນວຽກງານສື່ສານພາກສະໜາມ ໄດ້ໃຫ້ສໍາພາດວ່າ: ພາຍຫຼັງສໍາເລັດກອງປະຊຸມມອບໝາຍໜ້າທີ່ຈາກຫົວໜ້າກົມໃຫຍ່ເສນາທິການກອງທັບ ພວກເຮົາກໍໄດ້ຫ້າງຫາກະກຽມບັນດາກໍາລັງ, ພາຫະນະ ແລະ ອຸປະກອນສື່ສານທີ່ກຽມເຂົ້າມາຮັບໃຊ້ໃນການຊ້ອມຮົບ, ດ້ານກໍາລັງ ພວກເຮົາກໍໄດ້ສັງລວມເອົາ 5 ກົມກອງສື່ສານເຂດໃຈກາງ, ພາຫະນະກໍໄດ້ນໍາໃຊ້ລົດວິຊາສະເພາະຈໍານວນ 7 ຄັນ ໃນການຮັບປະກັນໃນຄັ້ງນີ້, ດ້ານອຸປະກອນສື່ສານ ກໍໄດ້ຄັດເລືອກເອົາອຸປະກອນທີ່ມີຄຸນນະພາບດີເຂົ້າມາຮັບໃຊ້ໃນວຽກງານຮັບປະກັນຄັ້ງນີ້, ພາຍຫຼັງພວກເຮົາກະກຽມກໍາລັງ, ພາຫະນະ ແລະ ອຸປະກອນສໍາເລັດແລ້ວ ກໍໄດ້ຈັດຝຶກອົບຮົບໃຫ້ແກ່ພະນັກງານ-ນັກຮົບວິຊາສະເພາະເພື່ອໃຫ້ມີຄວາມຊໍານິຊໍານານໃນການນໍາໃຊ້ອຸປະກອນສື່ສານ, ຫຼັງຈາກນັ້ນເມື່ອໄດ້ຮັບຄໍາສັ່ງເຄື່ອນທັບ ຈາກກົມໃຫຍ່ເສນາທິການກອງທັບ ພວກເຮົາກໍໄດ້ຈັດຕັ້ງກໍາລັງເຄື່ອນທັບເຂົ້າຢຶດສະໜາມ ເມື່ອມາຮອດຂອບເຂດເຕົ້າໂຮມ ພວກເຮົາກໍໄດ້ຂະຫຍາຍລະບົບຕິດຕໍ່ສື່ສານ, ໃນການຂະຫຍາຍລະບົບຕິດຕໍ່ສື່ສານໃນຄັ້ງນີ້ ກໍໄດ້ນໍາໃຊ້ຫຼາຍທາງຕິດຕໍ່ ເປັນຕົ້ນແມ່ນ 3 ທາງຕິດຕໍ່ຫຼັກຄື: ທາງໂທລະລົມເຊັ່ນ: ວິທະຍຸ, ໂຟນີ້ ທີ່ມີຄຸນນະພາບສູງ, ທາງໂທລະສັບ 2 ລະບົບ ຄື: ໂທລະສັບທາງພາກສະໜາມ ແລະ ໂທລະສັບໃນຕົວເມືອງ ຫຼື ໂທລະສັບໂອໂຕເມຕິກ ແລະ ທາງຕິດຕໍ່ສື່ສານທີ່ທັນສະໄໝຄື: ການຕິດຕໍ່ທາງດ້ານ 3G, 4G ຫຼື ຕິດຕໍ່ທາງດ້ານອິນເຕີເນັດ, ທັງ 3 ທາງຕິດຕໍ່ນີ້ກໍໄດ້ຮັບປະກັນໃຫ້ທັງສອງກໍາລັງລາວ-ຈີນ ສາມາດຮັບປະກັນການຕິດຕໍ່ບັນຊາລະຫວ່າງກໍາລັງໂຕເອງ ແລະ ປະສານກັບກໍາລັງຂອງເພື່ອນທີ່ມີການຕິດຕໍ່ພົວພັນກັນ ສາມາດຮັບປະກັນໄດ້ 100%, ນອກນັ້ນກໍໄດ້ຕິດຕັ້ງອິນເຕີເນັດຢູ່ 4 ຈຸດຕາມທີ່ຝ່າຍຈີນຕ້ອງການ ແລະ ກໍສາມາດຮັບປະກັນການສົ່ງຂໍ້ມູນຂ່າວສານລະຫວ່າງກອງທັບລາວ ແລະ ກອງທັບຈີນປະສານງານກັນໄດ້ຢ່າງຄ່ອງແຄ້ວ, ພາຍຫຼັງການກະກຽມ ແລະ ຂະຫຍາຍສໍາເລັດແລ້ວ ພວກເຮົາກໍສາມາດຮັບປະກັນໃຫ້ກໍາລັງຊ້ອມຮ່ວມແຕ່ລະປີກ, ແຕ່ລະທິດຕາມຄວາມມຸ້ງປະສົງຂອງຂັ້ນເທິງ ສາມາດບັນຊາກໍາລັງເຖິງຈຸດທີ່ໝາຍ ແລະ ສາມາດທໍາລາຍສິ່ງຕ່າງໆຂອງສັດຕູ, ພາຍຫຼັງສໍາເລັດການຝຶກຊ້ອມຮ່ວມໃນຄັ້ງນີ້ ພວກເຮົາກໍໄດ້ຈັດຕັ້ງສະຫຼຸບຖອດຖອນບົດຮຽນກັບກອງທັບປົດປ່ອຍປະຊາຊົນຈີນ ເປັນຕົ້ນແມ່ນວຽກງານຮັບປະກັນຕິດຕໍ່ສື່ສານໃນຄັ້ງນີ້ ເພື່ອຈະນໍາເອົາບົດຮຽນໄປຈັດຕັ້ງປັບປຸງເປັນບົດຮຽນໃນຄັ້ງຕໍ່ໄປ ເພື່ອເຮັດໃຫ້ເຫຼົ່າຮົບສື່ສານຂອງພວກເຮົາມີຄວາມເຂັ້ມແຂງ, ມີຄວາມຮັບປະກັນ ດັ່ງຄໍາຂວັນທີ່ວ່າ: ປິດລັບ, ປອດໄພ, ວ່ອງໄວ, ຊັດເຈນ. ໂດຍ: ອານຸສອນ-ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ