ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮັບປະກັນທາງດ້ານເຕັກນິກ ພາຫະນະ ແລະ ຍຸດໂທປະກອນ ຢູ່ພາກສະໜາມ
ເວລາອອກຂ່າວ: 2023-05-23 14:41:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1233 | ຄວາມນິຍົມ:



ເພື່ອຮັບປະກັນໃຫ້ການນຳໃຊ້ພາຫະນະເຕັກນິກ ແລະ ວັດຖຸອຸປະກອນຮັບໃຊ້ ຢູ່ພາກສະໜາມມີຄວາມຮັບປະກັນ 100% ກົມໃຫຍ່ເຕັກນິກກອງທັບໄດ້ຈັດຕັ້ງພາກສ່ວນຮັບປະກັນ, ປະຈຳການຢູ່ພາກສະໜາມ ຊ້ອມຮົບຮ່ວມລາວ-ຈີນ “ໂລ້ກຳບັງມິດຕະພາບ-2023” ເພື່ອເປັນການປະກອບສ່ວນໃຫ້ການຊ້ອມຮົບຮ່ວມຄັ້ງນີ້ມີຜົນສຳເລັດຕາມແຜນການ. ສະຫາຍ ພັນເອກ ວຽງເພັດ ສົມມະນີ ຫົວໜ້າກົມເສນາ-ເຕັກນິກ ກົມໃຫຍ່ເຕັກນິກກອງທັບ ຫົວໜ້າຊີ້ນໍາວຽກງານເຕັກນິກພາກສະໜາມ ໄດ້ໃຫ້ສໍາພາດກ່ຽວກັບການຈັດຕັ້ງປະຕິບັດວຽກງານຮັບປະກັນເຕັກນິກໃຫ້ບັນດາພາຫະນະ, ເຕັກນິກ ແລະ ອຸປະກອນນຳໃຊ້ຢູ່ພາກສະໜາມ ພາຍຫຼັງໄດ້ຮັບມອບໝາຍຈາກກະຊວງປ້ອງກັນປະເທດ ກໍ່ຄືກົມໃຫຍ່ເຕັກນິກກອງທັບ, ພາກສ່ວນຄະນະຮັບປະກັນເຕັກນິກ ໄດ້ເອກະພາບຈັດຕັ້ງກຳລັງອ້າຍນ້ອງ ແລະ ພາຫະນະຮັບປະກັນເຕັກນິກ ເຂົ້າສູ່ສະໜາມຕາມກຳໜົດເວລາທີ່ຂັ້ນເທິງມອບໝາຍໃຫ້, ຈັດຕັ້ງປະຕິບັດວຽກງານກຽມພ້ອມສູ້ຮົບ ຕາມຂໍ້ກຳນົດກົດລະບຽບຂອງກອງທັບວາງອອກ ໄປຄຽງຄູ່ກັບການກຽມພ້ອມຮັບປະກັນເຕັກນິກ, ສ້ອມແປງ, ພາຫະນະ, ອາວຸດຍຸດໂທ ແລະ ອຸປະກອນອື່ນໆທີ່ນຳໃຊ້ຢູ່ພາກສະໜາມ ໃຫ້ມີຄວາມສາມາດນຳໃຊ້ທຸກເວລາ ແລະ ຮັບປະກັນຄວາມປອດໄພ 100% ເປັນການປະກອບສ່ວນໃຫ້ການຊ້ອມຮົບຮ່ວມລາວ-ຈີນ “ໂລ້ກຳບັງມິດຕະພາບ- 2023” ມີປະສິດທິພາບ ແລະ ຜົນສຳເລັດຕາມແຜນການ. ສະຫາຍ ຍັງໃຫ້ຮູ້ຕື່ມອີກວ່າ: ພາຍຫຼັງໄດ້ຮັບແຕ່ງຕັ້ງ ແລະ ມອບໝາຍໜ້າທີ່ຈາກຂັ້ນເທິງ ຄະນະຊີ້ນໍາວຽກງານເຕັກນິກພາກສະໜາມໄດ້ແຕ່ງຕັ້ງພະນັກງານ-ນັກຮົບ ເຂົ້າຢຶດສະໜາມ ເພື່ອປັບປຸງ, ອະນາໄມສະຖານທີ່ພັກເຊົາ, ບ່ອນນອນ, ບ່ອນກິນ-ຢູ່, ບ່ອນຈອດລົດ, ບ່ອນສ້ອມແປງ ແລະ ປະຕູໂຂງຮາວຮົ້ວ, ວຽກງານຮັບປະກັນເຕັກນິກ ແມ່ນວຽກງານໜຶ່ງທີ່ມີຄວາມໝາຍຄວາມສໍາຄັນຕໍ່ການຫັດແອບຊ້ອມຮົບຮ່ວມລາວ-ຈີນ ໃນຄັ້ງນີ້, ເພື່ອເຮັດໃຫ້ວຽກງານນີ້ມີຜົນສໍາເລັດຕາມຄາດໝາຍ ແມ່ນໄດ້ແຕ່ງຕັ້ງພະນັກງານວິຊາສະເພາະເຕັກນິກລົງເຄື່ອນໄຫວກວດກາພາຫະນະອາວຸດຍຸດໂທປະກອນເຕັກນິກແຕ່ລະກົມກອງທີ່ເຂົ້າຮ່ວມເຝິກຊ້ອມຮົບຮ່ວມລາວ-ຈີນ “ໂລ້ກໍາບັງມິດຕະພາບ-2023”, ເພື່ອໃຫ້ມີຄວາມຮັບປະກັນໃຫ້ແກ່ການສ້ອມແປງ, ກູ້ແກ່ພາຫະນະ, ອາວຸດຍຸດໂທປະກອນເຕັກນິກທີ່ເປ່ເພ, ໂດຍສະເພາະແມ່ນໄດ້ສຸ່ມໃສ່ຮັບປະກັນເຕັກນິກໃຫ້ກົມກອງທີ່ເຮັດໜ້າທີ່ຢູ່ຈຸດໜັກ, ສະເພາະແມ່ນກອງພັນໃຫຍ່ 11, ໃຫ້ມີຄວາມຮັບປະກັນຕາມຄວາມຕ້ອງການນໍາໃຊ້ຂອງຂັ້ນເທິງ, ພາຍຫຼັງສໍາເລັດໜ້າທີ່ແລ້ວ ພວກເຮົາຈະໄດ້ຊີ້ນໍາອ້າຍນ້ອງເກັບກູ້ເຄື່ອງມືອຸປະກອນເຕັກນິກຕ່າງໆໃຫ້ຄົບຖ້ວນ ບໍ່ໃຫ້ຕົກເຮ່ຍເສຍຫາຍ, ກວດກາ ແລະ ສ້ອມແປງພາຫະນະອາວຸດຍຸດໂທປະກອນທີ່ເປເພໃຫ້ກັບຄືນສູ່ກົມກອງດ້ວຍຄວາມປອດໄພ 100%. ໂດຍ: ອານຸສອນ+ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ