ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະຊີ້ນໍາພາກສະໜາມຊ້ອມຮົບ ລາວ-ຈີນ ຈັດກິດຈະກໍາແຂ່ງຂັນນກິລາສາມັກຄີ
ເວລາອອກຂ່າວ: 2023-05-22 14:47:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 960 | ຄວາມນິຍົມ:



ໃນໄລຍະຂອງການຊ້ອມຮົບຮ່ວມ ລາວ-ຈີນ ຄັ້ງນີ້, ຄະນະຊີ້ນໍາພາກສະໜາມ ພ້ອມດ້ວຍນາຍ ແລະ ພົນທະຫານທັງສອງກອງທັບ ກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນ ນອກຈາກຈະໄດ້ແລກປ່ຽນບົດຮຽນທາງດ້ານວິຊາການທະຫານເຊິ່ງກັນ ແລະ ກັນແລ້ວ, ນາຍ ແລະ ພົນທະຫານຂອງສອງກອງທັບ ລາວ-ຈີນ ກໍໄດ້ຮ່ວມກັນຈັດກິດຈະກໍາແຂ່ງຂັນກິລາມິດຕະພາບຂຶ້ນ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຮອງຫົວໜ້າຄະນະຊີ້ນໍາຊ້ອມຮົບຮ່ວມ ລາວ - ຈີນ “ ໂລ້ກໍາບັງ ມິດຕະພາບ 2023 ” ມີສະຫາຍ ພົນຕີ ຢາງເຫວີນຫລີນ ຮອງຫົວໜ້າແມ່ທັບ 75 ເຂດສູ້ຮົບພາກໃຕ້ ກອງທັບປົດປ່ອຍປະຊາຊົນຈີນ ພ້ອມດ້ວຍອະນຸກໍາມະການ, ຕະຫຼອດຮອດນາຍ ແລະ ພົນທະຫານທັງສອງກອງທັບ ເຂົ້າຮ່ວມ. ເຊິ່ງກິລາທີ່ນໍາມາແຂ່ງຂັນມີ 2 ປະເພດກິລາ ຄື: ກິລາບານເຕະ ແລະ ກິລາດຶງເຊືອກ, ຜ່ານການແຂ່ງຂັນກິລາຕົວຈິງເຫັນໄດ້ເຖິງນໍ້າໃຈນັກກິລາຂອງ ທັງສອງກອງທັບ ຮູ້ແພ້, ຮູ້ຊະນະ ສ່ວນກອງເຊຍທັງສອງຝ່າຍກໍ່ໄດ້ສົ່ງກໍາລັງ, ແຮງໃຈເຊຍນັກກິລາຂອງຕົນດ້ວຍບັນຍາກາດອັນເບີກບານມ່ວນຊຶ່ນ ແລະ ການຈັດກິດຈະກໍາແຂ່ງຂັນກິລາຄັ້ງນີ້ ທັງເປັນການແລກປ່ຽນບົດຮຽນ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງນາຍ-ພົນທະຫານສອງ ກອງທັບ ລາວ-ຈີນ, ຈີນ-ລາວ ໃຫ້ມີຄວາມສຳພັນ ແລະ ເຂົ້າໃຈກັນເລິກເຊິ່ງ, ບົນຈິດໃຈເພີ່ມພູມຄູນສ້າງ ແລະ ສົ່ງເສີມສາຍສໍາພັນໄມຕີຈິດຂອງ ສອງຊາດລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ