ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດການແຕ່ງຕັ້ງ​ ປະທານຄະນະກຳມະການ ປກຊ-ປກສ​ ແຂວງສາລະວັນ
ເວລາອອກຂ່າວ: 2023-05-16 15:49:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2114 | ຄວາມນິຍົມ:



ພິທີ​ ປະກາດການແຕ່ງຕັ້ງ​ ປະທານຄະນະກຳມະການ ປກຊ-ປກສ​ ແຂວງສາລະວັນ,​ ໄດ້ຈັດຂຶ້ນໃນວັນທີ​ 16 ພຶດສະພາ​ 2023​ນີ້,​ ຢູ່ທີ່ຫ້ອງວ່າການປົກຄອງແຂວງ,​ ໂດຍການເປັນປະທານຂອງສະຫາຍ​ ພົນເອກ​ ຈັນສະໝອນ​ ຈັນຍາລາດ​ ກຳມະການກົມການເມືອງສູນກາງພັກ,​ ຮອງນາຍົກລັດຖະມົນຕີ,​ລັດຖະມົນຕີ​ກະຊວງ​ປ້ອງກັນ​ປະເທດ,​ ຮອງ​ປະທານ​ ຜູ້​ປະຈໍາການ​ ຄະນະກໍາມະ​ການ​ ປກຊ​-ປກສ​ ສູນກາງ, ມີການນໍາຂອງແຂວງ,​ ຫ້ອງການ​ ປກຊ-ປກສ​ ສູນກາງ,​ ພະນັກງານຫລັກແຫຼ່ງກອງບັນຊາການທະຫານແຂວງ, ປກສ ແຂວງ ແລະ​ ພະແນກການອ້ອມຂ້າງແຂວງເຂົ້າຮ່ວມ. ສະຫາຍ​ ພົນຈັດຕະວາ​ ພູວັນ ພິມມະຈັນ​ ຫົວຫນ້າການເມືອງທະຫານແຂວງສາລະວັນ,​ ຮອງ​ປະທານຄະນະກໍາມະການ ປກຊ-​ປກສ​ ແຂວງ​ ໄດ້ລາຍງານໃຫ້ຊາບໂດຍຫຍໍ້​ສະພາບການຈັດຕັ້ງປະຕິບັດວຽກງານວຽກງານປກຊ-ປກສ​ໃນໄລຍະ​ຜ່ານມາ.​ ຈາກນັ້ນ,​ ສະຫາຍ​ ພົນຕີ​ ສະຫວ່າງ​ໄຊ​ ສິນ​ນະວົງ​ ຫົວໜ້າຫ້ອງການ ຄະນະກຳມະການ ປກຊ-ປກສ ສູນກາງ,​ ກໍໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ​ ວ່າດ້ວຍການແຕ່ງຕັ້ງສະຫາຍ​ ດາວວົງ ພອນແກ້ວ ກຳມະການສູນກາງພັກ,​ ເຈົ້າແຂວງ​ ເປັນປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບແຂວງສາລະວັນ ສະຫາຍ.​ ໂອກາດນີ້, ສະຫາຍ​ລັດຖະມົນຕີກະຊວງປ້ອງກັນປະເທດ​ໄດ້ມີຄໍາເຫັນໂອ້ລົມ ແລະ​ ໃຫ້ທິດຊີ້ນໍາຫລາຍບັນຫາສໍາຄັນ ເພື່ອເປັນແນວທາງແລະບ່ອນອີງໃຫ້ແກ່ຄະນະກຳມະການ ປກຊ-ປກສ​ ແຂວງສາລະວັນ​ ໃນການຈັດຕັ້ງປະຕິບັດຫນ້າທີ່ວຽກງານໃນຕໍ່ຫນ້າ,​ເພື່ອສືບຕໍ່ປົກປັກຮັກສາເຮັດໃຫ້ສະພາບພາຍໃນທົ່ວແຂວງສາລະວັນ ມີຄວາມສະຫງົບໜັກແໜ້ນ,​ ການພັດທະນາເສດຖະກິດ-ສັງຄົມຂອງແຂວງມີການຂະຫຍາຍຕົວຕໍ່ເນື່ອງ,​ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງນັບມື້ດີຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ