ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບາງທັດສະນະຄວາມຮູ້ສຶກໃນການເຄື່ອນໄຫວ ສຳຫຼວດເສັ້ນທາງໂຮ່ຈີມິນເບື້ອງດິນລາວ
ເວລາອອກຂ່າວ: 2023-05-02 09:07:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 399299989 | ຄວາມນິຍົມ:



ສະຫາຍ ພັນເອກ ແກ້ວ​ສຸວັນ ຜາງ​ພິລາ​ວົງ ຮອງ​ຫົວໜ້າ​ກົມ​ໂຄສະນາ​ອົບຮົມ ກົມ​ໃຫຍ່​ການເມືອງ​ກອງທັບ, ຫົວໜ້າ​ຄະນະ​ຊີ້​ນຳ​ສຳ​ຫຼວດ​ເສັ້ນທາງ​ໂຮ່​ຈີມິນ ເບື້ອງ​ດິນ​ລາວ ໃຫ້​ຮູ້​ວ່າ: ລາວແລະ ​ຫວຽດນາມ ເປັນ​ສອງ​ປະເທດ ເພື່ອນ​ມິດ​ຍຸດ​ທະ​ສາດ, ມີ​ດິນ​ແດນ​ຕິດ​ຈອດ​ກັນ ແຕ່​ເໜືອ​ຮອດ​ໃຕ້, ມີ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ອັນ​ເປັນ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານລະຫວ່າງສອງ​ພັກ, ສອງ​ລັດ, ສອງ​ກອງທັບ ແລະ ປະຊາຊົນ​ສອງ​ຊາດ ລາວ - ຫວຽດນາມ, ຫວຽດນາມ-ລາວ ໂດຍ​ແມ່ນປະທານ ໂຮ່​ຈີມິນ ຜູ້ນຳ​ທີ່​ຍິ່ງ​ໃຫຍ່​ຂອງ​ພັກ, ລັດ, ປະຊາຊົນ​ຫວຽດນາມ ແລະ ປະທານ ໄກສອນ ພົມວິຫານ , ປະທານ ສຸ​ພານຸ​ວົງ ຂອງ​ພັກ, ລັດ ແລະ ​ປະຊາຊົນ​ລາວ ທີ່​ເຄົາລົບ​ຮັກ​ຂອງ​ສອງ​ຊາດ​ໄດ້​ຮ່ວມ​ກັນ​ກໍ່​ຕັ້ງ​ຂຶ້ນ, ທະ​ນຸ​ຖະໜອມ ແລະ ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ​ຈາກ​ບັນດາ​ການ​ນຳ​ພັກ-ລັດ ຮຸ່ນ​ຄົນ​ຕ່າງໆ, ສອງ​ປະເທດ​ລາວ-ຫວຽດນາມ​ ໄດ້​ພ້ອມ​ກັນ​ສືບ​ທອດ​ມາ​ເປັນ​ເວລາ​ຫຼາຍ​ທົດ​ສະ​ວັດ ທັງ​ຢູ່​ໃນ​ໄລຍະ​ຕໍ່ສູ້​ກູ້​ຊາດ ເພື່ອ​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ​ໃນ​ເມື່ອ​ກ່ອນ ກໍຄືໃນ​ໄລຍະ​ປົກ​ປັກ​ຮັກສາ ແລະ ພັດທະນາ​ປະເທດ​ຊາດ​ໃນ​ປັດຈຸບັນ. ພວກ​ເຮົາ​ເຫັນ​ວ່າ ຕະຫຼອດ​ໄລຍະ​ຜ່ານ​ມາ, ພັກ, ລັດຖະບານ, ກອງທັບ ແລະ ປະຊາຊົນ​ຫວຽດນາມ ຍາມ​ໃດ​ກໍມີ​ຄວາມ​ເປັນ​ຫ່ວງ​ເປັນໃຍ, ໃຫ້ການ​ສະໜັບ ສະໜູນ, ຊ່ວຍເຫຼືອ​ຫຼາຍ​ດ້ານ​ອັນ​ລ້ຳ​ຄ່າ, ທາງ​ດ້ານ​ວັດຖຸ ແລະ ຈິດໃຈ ຄວາມ​ສາມັກຄີ​ຊວ່ຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ ຢ່າງ​ຈິງ​ໃຈຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະໂຫຍດ​ຮ່ວມ​ກັນ​ເປັນຕົ້ນ​ແມ່ນ​ກອງທັບ​ປະຊາຊົນ​ຫວຽດນາມ ໄດ້​ສົມທົບ​ກັບ​ກອງທັບ​ປະຊາຊົນ​ລາວ​ຮ່ວມ​ກັນ​ສຳ​ຫຼວດ​ເສັ້ນທາງ​ໂຮ່ງ​ຈີມິນ ເບື້ອງ​ດິນ​ລາວ ເພື່ອ​ອະນຸລັກ​ຮ່ອງ​ຮອຍ​ປະຫວັດສາດ​ມູນເຊື້ອ​ແຫ່ງ​ການ​ຕໍ່ສູ້​ກູ້​ຊາດ​ທັງ​ສອງ​ຊາດ​ພວກ​ເຮົາ​ທີ່​ເປັນ​ຈຸ​ເຕົ້າໂຮມ​ຕ່າງໆ​ໃນ​ການ​ເຄື່ອນ​ທັບ​ໄປ​ປົດ​ປ່ອຍ​ພາກ​ໃຕ້​ຂອງ​ຫວຽດນາມ ໃນ​ໄລຍະ​ປີ 1975 ໂດຍ​ຜ່ານ​ພາກ​ກາງ ແລະ ພາກ​ໃຕ້​ຂອງ​ປະເທດ​ລາວ. ພາຍຫຼັງ​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ກະຊວງ​ປ້ອງ​ກັນ​ປະເທດ, ກົມ​ໃຫຍ່​ການເມືອງ​ກອງທັບ ຄະນະ​ສຳ​ຫຼວດ​ເສັ້ນທາງ​ໂຮ່​ຈີມິນ​ເບື້ອງ​ດິນ​ລາວ​ຂອງ​ໄດ້​ພ້ອມ​ກັນ​ປຶກສາ​ຫາລື​ກັນ ແລະ ເຫັນ​ດີ​ເປັນ​ເອກະ​ພາບ​ໃນ​ການ​ລົງ​ເກັບ​ກຳ​ຂໍ້​ມູນ, ສຳ​ຫຼວດ​ຮ່ອງຮອຍ​ປະຫວັດສາດ​ການ​ຕໍ່ສູ້​ໃນ​ຄັ້ງ​ນີ້ ເປັນຕົ້ນ​ແມ່ນ​ໄດ້​ແບ່ງ​ຄວາມ​ຮັບ ຜິດຊອບ​ໃຫ້​ເປັນ​ຄະນະ​ຊີ້​ນຳ​ລວມ ແລະ ​ທີມ​ງານ​ສຳ​ຫຼວດ​ພື້ນ​ທີ່​ຕົວ​ຈິງ​ພາກ​ສະໜາມ, ແບ່ງ​ບຸກຄົນ​ຮັບຜິດຊອບ​ນັບ​ແຕ່​ວັນ​ທີ 23 ມີນາ 2023 ເຖີງ​ວັນ​ທີ 10 ເມສາ 2023 ກຳນົດ​ເວລາ​ທັງ​ໝົດ​ 18 ມື້ ໄດ້​ເຄື່ອນ​ໄຫວ​ສຳ​ຫຼວດ​ຕາມ​ແຜນ ການ​ທີ່​ຂັ້ນ​ເທິງ​ກຳນົດ. ໃນ​ນັ້ນ, ​ໄດ້​ສຳ​ຫຼວດ​ຕົວ​ຈິງ​ຢູ່ 7 ແຂວງ, 19 ເມືອງ ແລະ 19 ຈຸດ​ປີກ​ຍ່ອຍ. ຕະຫຼອດ​ໄລຍະ​ສຳ​ຫຼວດ​ຕົວຈິງ​ມີ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ດ້ານ ເປັນຕົ້ນ​ແມ່ນ​ດ້ານ​ດິນ​ຟ້າ​ອາກາດ, ພື້ນ​ທີ່​ເຂົ້າ​ສຳ​ຫຼວດ​ເປັນ​ເຂດ​ປ່າດົງ​ຕຶບໜາ, ຮ່ອງຮອຍ​ຫີນ​ຜາ ແລະ ​ແຫຼ່ງ​ຂໍ້​ມູນ​ຈາກປະຊາຊົນ​ທ້ອງຖິ່ນ ບາງ​ຄົນ​ທີ່​ເຄີຍ​ຮ່ວມ​ສຳພັນ​ສູ້​ຮົບ, ລຳ​ລຽງ​ອາວຸດ​ກະສຸນ, ອາຫານ, ເຄື່ອງຮັບ​ໃຊ້ໄດ້​ເສຍ​ຊີວິດ​ແລ້ວ ແຕ່​ເຖິງ​ແນວໃດ​ກໍຕາມ​ຍ້ອນ​ຄວາມ​ຕັດ​ສີນ​ໃຈ​ສູງ​ຂອງ​ຄະນະ​ພວກ​ເຮົາ​ບວກ​ກັບ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ​ໃຫ້ການ​ຊຸກຍູ້​ແລະ ​ສະໜອງ​ຂໍ້​ມູນ​ບາງ​ສ່ວນ​ກ່ຽວ​ກັບ​ຮ່ອງຮອຍ​ດັ່ງກ່າວ​ເປັນ ​ບ່ອນ​ອີງ​ໃນ​ການ​ບັນ​ທຶກ​ຂໍ້​ມູນ​ດ້ານ​ຕ່າງ​ທີ່​ກ່ຽວຂ້ອງ ແກ່​ການ​ຂຽນ​ບົດ​ລາຍ​ງານ​ສະເໜີ​ຂັ້ນ​ເທິງ​ອະນຸມັດ​ເປັນ​ຮ່ອງຮອຍ​ປະຫວັດສາດ​ແຫ່ງ​ຊາດ​ລາວ ແລະ ເປັນ​ການ​ປະກອບສ່ວນ​ການ​ພັດທະນາເສດຖະກິດ-ສັງຄົມ ແລະ ສົ່ງເສີມ​ການ​ທ່ຽວ​ທາງ​ທຳ​ມະ​ຊາດ, ເຂດ​ຮ່ອງຮອຍ​ປະ​ຫວັດ​ສາດ​ການ​ຮ່ວມ​ສຳພັນ​ສູ້​ຮົບ ໃນ​ແຂວງ​ພາກ​ກາງ ແລະ ໃຕ້​ຂອງ ​ສປ​ປ ລາວ, ທັງ​ເປັນ​ການ​ໂຄສະນາ​ເຜີຍແຜ່​ວັດທະນະ​ທຳ​ຮີດຄອງ​ປະເພນີ​ຂອງ​ລາວ ແລະ ຮ່ອງຮອຍ​ປະ​ຫວັດ​ສາດ​ຂອງ​ຊາດ​ມູນເຊື້ອ​ຄວາມ​ສາມັກຄີ​ພິເສດ​ຂອງ​ສອງ​ຊາດ​ລາວ-ຫວຽດນາມ ໃນ​ສະໄໝ​ຕໍ່ສູ້​ກູ້​ຊາດ​ໃນ​ເມື່ອ​ກ່ອນ, ເຮັດ​ໃຫ້​ ຄົນ​ຮຸ່ນ​ຫຼັງ​ໄດ້​ສຶກ​ສາ​ຮຽນ​ຮູ້, ເສີມ​ຂະຫຍາຍ​ສາຍ​ພົວພັນ​ຮ່ວມ​ມື​ພິເສດ​ລະຫວ່າງ ​ລາວ-ຫຽດ​ນາມ, ຫວຽດນາມ-ລາວ ​ໃຫ້​ໝັ້ນ ຄົງ​ຕະຫຼອດ​ການ​ລະ​ນານ. ສະຫາຍ ພັນ​ເອກ ດວງ​ມະນີ ສີ​ວິ​ໄຊ ຮອງ​ຫົວໜ້າ​ຫ້ອງການ ກົມ​ໃຫຍ່​ການເມືອງ​ກອງທັບ.ຄະນະ​ສຳ​ຫຼວດ​ເສັ້ນທາງ​ໂຮ່​ຈີມິນ ເບື້ອງ​ດິນ​ລາວ ຍັງ​ໃຫ້​ຮູ້​ຕື່ມ​ອີ​ກ ວ່າ: ໃນ​ການ​​ສຳ​ຫຼວດ​ພື້ນ​ທີ່​ຕົວ​ຈິງ​ໃນ​ແຕ່​ລະ​ຈຸດ​​ມີ​ຄວາມ​ສະດວກ​ຫຼາຍ​ດ້ານ​ເປັນຕົ້ນ​ແມ່ນ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ແມ່ນ​ອຳນວຍ​ຄວາມ​ສະດວກ​ໃຫ້​ໃນ​ການ​ຮ່ວມ​ມື​ສະໜອງ​ຂໍ້​ມູນໃນ​ການ​ນຳ​ທາງ​ຄະນະ​ພວກ​ເຮົາ​ເຂົ້າ​ເຖິງ​ຈຸດ​ຕ່າງໆ, ຮ່ອງຮອຍ​ການ​ຕໍ່ສູ້, ລຳ​ລຽງ​ໄດ້​ເຫັນ​ພາບ, ໄດ້​ຈົດ​ບັນທຶກ​ເກັບ​ກຳ​ຂໍ້​ມູນ​ຢ່າງ​ລະອຽດ​ຖີ່ຖ້ວນ ແລະ ຊັດ​ເຈນ​ດີ​ ເພື່ອ​ປະກອບ​ເຂົ້າ​ໃນ​ການ​ສືກ​ສາ​ຮຽນ​ຮູ້​ທາງ​ປະຫວັດສາດ​ການ​ຮ່ວມ​ສຳພັນ​ສູ້​ຮົບ ລາວ-ຫວຽດນາມ. ນອກຈາກ​ນີ້​, ກະ​ຍັງ​ມີ​ບາງ​ຈຸດ​ທີ່​ຍັງ​ຫຼົງ​ເຫຼືອ​ໄວ້​ໜ້ອຍ ຫຼື ບໍ່​ຍັງ​ເຫຼືອເພາະວ່າ​ອີງ​ຕາມ​ການ​ເວລາ ແລະ ການ​ພັດທະນາ​ເສດຖະກິດ-ສັງ ຄົມ, ພື້ນຖານ​ໂຄງ​ລ່າງ​ຂອງ​ບ້ານ​ເມືອງ ແລະ ມີ​ບາງ​ບ່ອນ​ທີ່​ເຂົ້າ​ໄປ​ບໍ່​ເຖິງ​ເພາະວ່າ​ຢູ່​ຫ່າງ​ໄກ​ສອກຫຼີກຕ້ອງ​ໄດ້​ໃຊ້​ເວລາ​ຫຼາຍ​ມື້​ຈິງ​ເຂົ້າ​ໄປ​ເຖິງ ສະນັ້ນ​ຈິງ​ໄດ້​ມອບ​ໃຫ້​ ກຳລັງ​ທະຫານ​ທ້ອງຖິ່ນ​ແຕ່​ລະ​ແຂວງ​ທີ່​ມີ​ການ​ສຳ​ຫຼວດ​ນັ້ນ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ, ປະຊາຊົນ​ເຂດ​ດັ່ງກ່າວ​ເກັບ​ກຳ​ຂໍ້​ມູນ​ຕົວ​ຈິງ​ແລ້ວ​ສະໜອງ​ໃຫ້​ຕາມ​ພາຍຫຼັງ ​ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ຂຽນ​ບົດ​ວິພາກ​ປະຫວັດສາດ​ການ​ຕໍ່ສູ້, ເສັ້ນທາງ​ລຳລຽງ​ໂຮ່​ຈີມິນ​ປົດ​ປ່ອຍ​ພາກ​ໃຕ້​ຂອງ​ຫວຽດນາມ​ໄດ້​ຢ່າງ​ສົມບູນ​ແລະ ​ມີ​ໄຊ. ໂດຍ: ບົວ​ລາ ສໍ​ລາ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ