ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ງານແຂ່ງຂັນສິລະປະສະໝັກຫຼີ້ນທົ່ວກອງທັບຄັ້ງທີ V ຮອບຊີງຊະນະເລີດດຳເນີນໄປຢ່າງຄຶກຄື້ນມ່ວນຊື່ນ
ເວລາອອກຂ່າວ: 2018-11-14 21:42:01 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 290 | ຄວາມນິຍົມ:



ໃນຄ່ຳຄືນຂອງວັນທີ 12-13 ພະຈິກ 2018 ນີ້, ງານແຂ່ງ ຂັນສິລະປະສະໝັກຫິຼ້ນທົ່ວກອງ ທັບຄັ້ງທີ V ຮອບຊີງຊະນະເລີດ ຢູ່ສະໂມສອນກົມໃຫຍ່ການເມືອງ ກອງທັບ ເພື່ອຂ່ຳນັບຮັບຕ້ອນວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໄດ້ດຳເນີນໄປ ດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ, ເຊິ່ງໃຫ້ການເຂົ້າຮ່ວມຮັບຊົມ ຂອງ ທ່ານ ພົນໂທ ຈັນສະໜອນ ຈັນຍາລາດ ກຳມະ ການກົມການເມືອງສູນກາງ ພັກ, ລັດຖະມົນຕີກະຊວງປ້ອງ ກັນປະເທດ, ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນ ກາງພັກ, ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີ ບັນດາທ່ານຄະນະນຳກະຊວງ, ຄະນະນຳບັນດາກົມໃຫຍ່, ຫ້ອງ ວ່າການກະຊວງ, ບັນດາທ່ານ ແຂກທີ່ຖືກເຊີນພ້ອມດ້ວຍບັນ ດາພະນັກງານ-ນັກຮົບຈາກອົງ ການ, ກົມກອງ ແລະ ປະຊາຊົນ ອ້ອມຂ້າງເຂົ້າຮ່ວມຮັບຊົມ. ໃນຄ່ຳຄືນທີ 1 ປະກອບມີ 4 ຄະນະທີ່ຂຶ້ນສະແດງ ໃນນີ້ມີຄະ ນະສິລະປະໂຮງຮຽນກໍ່ສ້າງ ນາຍສິບທະຫານຮາບເລກ 2 ວຽງໄຊປະກອບມີ 5 ລາຍການ ສະແດງຄື: ຮ້ອງປະສານຟ້ອນ ໝູ່ຍິງ-ຊາຍໃນ ບົດເພງ: ກອງ ທັບລາວກ້າວໄປ, ຮ້ອງຄູ່ຍິງ-ຊາຍ: ຈົ່ງຄອຍອ້າຍກັບມາ, ລຳ ຄອນສະຫວັນ: ກອງທັບປະຊາ ຊົນລາວເຕີບໃຫຍ່ໃຕ້ຮົ່ມທຸງພັກ, ຟ້ອນລວມໝູ່ຍິງ-ຊາຍ: ປະເພນີ ແຮກຫົວນາ, ຮ້ອງປະສານຟ້ອນ ໝູ່ຍິງ-ຊາຍໃນບົດເພງ: ກົມກອງ ວັດທະນະທຳ, ຄະນະສິລະປະ ກອງບັນຊາການທະຫານແຂວງ ອຸດົມໄຊປະກອບມີ 5 ລາຍການ ຄື: ຮ້ອງເພງລວມປະສານຟ້ອນ ມາໃນບົດເພງ: ຮ່ວມໃຈສະຫຼອງ 70 ປີກອງທັບປະຊາຊົນລາວ, ຮ້ອງດ່ຽວຊາຍມູນເຊື້ອແຫ່ງໄຊ ຊະນະ, ຟ້ອນໝູ່ຍິງ-ຊາຍ ມ່ວນ ຊື່ນບຸນເກຼີ, ລວມໝູ່ຍິງ: ຢາມ ຄ້າຍອ້າຍທະຫານ, ຮ້ອງລວມໝູ່ ຍິງ-ຊາຍປະກອບຟ້ອນ: ສຽງ ຮ້ອງຕະລຸມບອນ, ຄະນະຫ້ອງ ວ່າການກະຊວງປ້ອງກັນປະ ເທດປະກອບມີ 5 ລາຍການຄື: ຮ້ອງປະສານຟ້ອນໝູ່ຍິງ-ຊາຍ ໃນບົດເພງ: ລາວຮ່ວມໃຈ, ຮ້ອງ ດ່ຽວຊາຍໃນບົດເພງ: ຫ່ວງຊາດ ຫ່ວງນາງ, ຟ້ອນໝູ່ຍິງ-ຊາຍ ຮ່ວມກັນພັດທະນາກ້າວໄປ, ລຳ ຜູ້ໄທ, ຫວນຄືນມູນເຊື້ອ, ຮ້ອງ ປະສານຟ້ອນໝູ່ຍິງ-ຊາຍໃນບົດ ເພງ: ຕາມຮອຍພໍ່, ຄະນະສິລະ ປະກອງບັນຊາການທະຫານ ແຂວງສາລະວັນປະກອບມີ 5 ລາຍການຄື: ຮ້ອງປະສານຟ້ອນ ໝູ່ຍິງ-ຊາຍໃນບົດເພງ: ແສງສະ ຫວ່າງ 20 ມັງກອນ, ຮ້ອງໝູ່ ຍິງ-ຊາຍ: ບ່າວຕະໂອ້ຍມ່ວນຊື່ນ ເກັບກ່ຽວຜົນຜະລິດ, ຮ້ອງເພງ ລວມໝູ່ຍິງ: ໃນບົດເພງຊົມເຊີຍ ອ້າຍກອງຫຼອນ, ລຳສາລະວັນ ວີລະກໍາທີ່ຍິ່ງໃຫຍ່ ແລະ ໃນຄ່ຳ ຄືນທີ 2 ນີ້, ລວມມີ 5 ຄະນະຄື: ຄະນະກອງບັນຊາການແຂວງ ສະຫັວນນະເຂດປະກອບມີ 5 ລາຍການຄື: ຮ້ອງປະສານຟ້ອນ ໝູ່ຍິງ-ຊາຍໃນບົດເພງ 70 ປີ ກອງທັບລາວໝັ້ນຢືນ, ຮ້ອງໝູ່ ຊາຍໃນບົດເພງ: ວີລະຊົນບົນ ປາກປືນໃຫຍ່, ຟ້ອນລວມໝູ່ຍິງ-ຊາຍ: ສຽງແຄນແດນສະຫວັນ, ຮ້ອງດ່ຽວຍິງ: ຮັກສາວແພດທະ ຫານ, ຮ້ອງປະສານຟ້ອນໝູ່ຍິງ- ຊາຍໃນບົດເພງ: ຜົນງານກອງ ພັນທີ 4 ເຂັ້ມແຂງຕ້ອນຮັບ 70 ປີ, ຄະນະສິລະປະກົມ 213 ຮ້ອງ ເພງລວມປະສານຟ້ອນໃນບົດ ເພງ 70 ປີກອງທັບມີໄຊ, ຮ້ອງ ຄູ່ຍິງ-ຊາຍຍາມໄກອາໄລແຟນ, ຟ້ອນໝູ່ຍິງ-ຊາຍ: ເພື່ອຊາດເພື່ອ ປະຊາຊົນ, ລຳຜູ້ໄທ: ເຊີນທ່ຽວ ເມືອງລາວ, ຮ້ອງໝູ່ຍິງ-ຊາຍປະ ກອບຟ້ອນ: ພູມໃຈທີ່ໄດ້ຮັບໃຊ້ ຊາດ, ຄະນະກອງພັນໃຫຍ່ລົດ ຕັງ-ຍານເກາະ 661 ປະກອບ ມີ 5 ລາຍການຄື: ຮ້ອງປະສານ ຟ້ອນໝູ່ຍິງ-ຊາຍໃນບົດເພງ: 70 ປີ ໃຕ້ຮົ່ມທຸງພັກ, ຮ້ອງດ່ຽວ ຍິງໃນບົດເພງນໍ້າໃຈເມຍຜູ້ເສຍ ສະຫຼະ, ຟ້ອນລວມໝູ່ຍິງ-ຊາຍ ເຫຼົ່າຮົບເຫຼັກກ້າ, ລຳເຕ້ຍຫົວໂນນ ຕານ: ບ່າວເຫຼັກໄຫຼຫົວໃຈຫຼົ່ນ ບົນທົ່ງນາ, ລຳເຊີ້ງໝູ່ຍິງ-ຊາຍ: ແສງສະຫວ່າງທີ່ບໍ່ມີມື້ຈາງ ຫາຍ, ຄະນະສິລະປະກອງບັນ ຊາການທະຫານແຂວງວຽງ ຈັນປະກອບມີ 5 ລາຍການຄື: ຮ້ອງປະສານຟ້ອນໝູ່ຍິງ-ຊາຍ ໃນບົດເພງ ເຕີບໃຫຍ່ໃຕ້ຮົ່ມທຸງ ພັກ, ຮ້ອງໝູ່ຍິງ-ຊາຍ ນັດພົບ ທີ 20 ມັງກອນ, ຟ້ອນລວມໝູ່ ຍິງ-ຊາຍ ຄໍ່າຄືນມະຫັດສະຈັນ, ດົນຕີພື້ນເມືອງ: ສຽງຂຸ່ຍນັກຮົບ, ຮ້ອງປະສານຟ້ອນໝູ່ຍິງ-ຊາຍ ໃນບົດເພງ: ຍິນດີຕ້ອນຮັບ, ຄະ ນະກົມໃຫຍ່ການເມືອງກອງທັບ ປະກອບມີ 5 ລາຍການຄື: ຮ້ອງ ລວມໝູ່ຍິງ-ຊາຍປະກອບຟ້ອນ 70 ປີມີໄຊ, ຮ້ອງລວມໝູ່ຊາຍ ໃນບົດເພງ ນັກຮົບອິນຊີແດງ, ຟ້ອງລວມໝູ່ຊາຍ: ຊົ່ວໂມງທຳ ອິດຂອງນັກຮົບ, ລຳຕັ່ງຫວາຍ: ອ້າຍສ້າງ ນ້ອງຊົມ, ຮ້ອງປະ ກອບຟ້ອນ: ສະຫຼອງໄຊ 20 ມັງ ກອນ. ເຊິ່ງແຕ່ລະລາຍການລ້ວນ ແຕ່ສ່ອງແສງໃຫ້ເຫັນເຖິງມູນ ເຊື້ອ ແລະ ການເຕິບໃຫຍ່ຂະ ຫຍາຍຕົວຂອງກອງທັບປະຊາ ຊົນລາວກໍຄືຮິດຄອງປະເພນີອັນ ດີງາມຂອງປະຊາຊົນລາວບັນ ດາເຜົ່າ, ສ່ອງແສງໃຫ້ເຫັນມູນ ເຊື້ອການຕໍ່ສູ້ອັນພິລາດອາດ ຫານຂອງກອງທັບ ແລະ ປະຊາ ຊົນພາຍໃຕ້ການນຳພາອັນປີຊາ ສາມາດສະຫຼາດສ່ອງໃສຂອງ ພັກປະຊາຊົນປະຕິບັດລາວ, ສ່ອງ ແສງໃຫ້ເຫັນການປະຕິບັດໜ້າທີ່ ຂອງກອງທັບເຮົາ, ສ່ອງແສງໃຫ້ ເຫັນນ້ຳໃຈຮັກຊາດ, ຮັກບ້ານ ເກີດເມືອງນອນຮັກລະບອບປະ ຊາທິປະໄຕ, ສະແດງໃຫ້ເຫັນ ຄວາມສາມັກຄີອັນແໜ້ນແຟ້ນ ລະຫວ່າງກອງທັບກັບປະຊາຊົນ ບັນດາເຜົ່າຄືປາກັບນ້ຳ, ຄຽງຄູ ກັນນັ້ນກໍ່ສ່ອງແສງໃຫ້ເຫັນເຖິງ ລັກສະນະຊາດ, ລັກສະນະກ້າວ ໜ້າ ແລະ ລັກສະນະມະຫາຊົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ