ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະນໍາກະຊວງປ້ອງກັນປະເທດ ຈັດກິດຈະກໍາແຂ່ງຂັນກີລາຕີກ໋ອບມິດຕະພາບ
ເວລາອອກຂ່າວ: 2023-03-31 11:24:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 433 | ຄວາມນິຍົມ:



ວັນທີ 30 ມີນາ 2023 ນີ້, ຄະນະນໍາກະຊວງປ້ອງກັນປະເທດ ຮ່ວມກັບສະມາຄົມທີ່ປຶກສາທູດຝ່າຍປ້ອງກັນຊາດ ປະຈໍາ ສປປ ລາວ ແລະ ວ່າການ ສປປ ລາວ ຢູ່ຕ່າງປະເທດ ໄດ້ຈັດກິດຈະກໍາຕີກ໋ອບມິດຕະພາບຂຶ້ນ ຝ່າຍລາວນໍາໂດຍ ສະຫາຍ ພົນຕີ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກໍາມະການຄະນະປະຈໍາພັກກະຊວງ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ສະມາຄົມທີ່ປຶກສາທູດ ນໍາໂດຍ ທ່ານ ເອັດເວີດ ທຮິນາຕາ ປະທານສະມາຄົມ ທີ່ປຶກສາທູດຝ່າຍປ້ອງກັນຊາດ ປະຈໍາ ສປປ ລາວ ແລະ ວ່າການ ສປປ ລາວຢູ່ຕ່າງປະເທດ ພ້ອມດ້ວຍຄະນະ. ຈຸດປະສົງໃນການຈັດກິດຈະກໍາແຂ່ງຂັນໃນຄັ້ງນີ້, ກໍເນື່ອງໃນໂອກາດທີ່ທາງສະມາຄົມທີ່ປຶກສາທູດຝ່າຍປ້ອງກັນຊາດ ປະຈໍາ ສປປ ລາວ ແລະ ວ່າການ ສປປ ລາວຢູ່ຕ່າງປະເທດມາເຄື່ອນໄຫວທັດສະນະທ່ອງທ່ຽວ ແລະ ຢ້ຽມຢາມແຂວງຈໍາປາສັກ ໃນໂອກາດບຸນປີໃໝ່ລາວ ພສ 2566, ຄສ 2023 ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ແລະ ສ້າງໄດ້ຄວາມຜູກພັນຄວາມເຂົ້າໃຈກັນ ແລະ ກັນລະຫ່ວາງຄະນະນໍາກະຊວງປ້ອງກັນປະເທດ ກັບ ສະມາຄົມທີ່ປຶກສາທູດຝ່າຍປ້ອງກັນຊາດ ປະຈໍາ ສປປ ລາວ ແລະ ວ່າການ ສປປ ລາວຢູ່ຕ່າງປະເທດ, ເປັນການເສີມສ້າງໄມຕີຈິດມິດຕະພາບຄວາມສາມັກຄີໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ, ຈາກຜົນການແຂ່ງຂັນປະກົດວ່າລາຍວັນທີ 1 ແມ່ນທູດຝ່າຍປ້ອງກັນຊາດ ເກົາຫຼີໃຕ້ ປະຈໍາລາວ, ປະເພດ 2 ແມ່ນ ທູດຫວຽດນາມ ແລະ ທີ 3 ແມ່ນທູດຝ່າຍປ້ອງກັນຊາດ ໄທ. ໃນມື້ດຽວກັນຍັງໄດ້ມີພິທີງານລ້ຽງ ຢ່າງເປັນທາງການເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2565 ແລະ ຕ້ອນຮັບປີໃໝ່ ພສ 2566 ໃຫ້ບັນດາສະມາຄົມທີ່ປຶກສາທູດທະຫານ ຕ່າງປະເທດປະຈໍາລາວ ແລະ ວ່າການ ສປປ ລາວຢູ່ຕ່າງປະເທດ, ການພົບປະສ້າງສັນໃນຄັ້ງນີ້, ເປັນນິມິດໝາຍທີ່ດີໃນການຮັດແໜ້ນຄວາມສາມັກຄີມິດຕະພາບ ແລະ ເປັນໂອກາດໃຫ້ບັນດາທ່ານການທູດຝ່າຍປ້ອງກັນຊາດຕ່າງປະເທດ ປະຈໍາລາວ ໄດ້ມີໂອກາດພັກຜອນຢ້ຽມຢາມ ແລະ ທ່ອງທ່ຽວບັນດາແຂວງຕ່າງໆຂອງລາວ, ໂດຍສະເພາະປີນີ້, ໄດ້ມີໂອກາດສ້າງບາງເງື່ອນໄຂໃຫ້ມາທ່ຽວດິນແດນຈໍາປາສັກພາກໃຕ້ຂອງ ສປປ ລາວ. ຈັດໂດຍ ສະຫາຍ ພົນຕີ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ