ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານອາກາດ ມອບຫຼຽນກາມິດຕະພາບກອງທັບປະຊາຊົນລາວ ໃຫ້ຄະນະຊ່ຽວຊານ ສ.ຣັດເຊຍ
ເວລາອອກຂ່າວ: 2023-03-31 11:08:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 455 | ຄວາມນິຍົມ:



ໃນວັນທີ 29 ມີນາ 2023, ກອງບັນຊາການທະຫານອາກາດ ໄດ້ຈັດພິທີປະດັບຫຼຽນການມິດຕະພາບກອງທັບປະຊາຊົນລາວ ໃຫ້ຄະນະຊ່ຽວຊານ ບໍລິດສັດ ROSOBORONEXPORT ສ.ຮັດເຊຍ ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ບຸນມາ ຈັນທະວົງສາ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ, ມີ ທ່ານ ພັນເອກ ການຈາຣົບ ດີມີດຕຣີ ທີ່ປຶກສາກອງບັນຊາການທະຫານກາດ, ມີຕາງໜ້າຄະນະພັກ-ຄະນະບັນຊາ ອົງການ 6 ຫ້ອງ, ກອງພັນໃຫຍ່ 702-703 ແລະ ພະແນກການ ພ້ອມດ້ວຍຄະນະຊ່ຽວຊານ ເຂົ້າຮ່ວມ. ສະຫາຍ ພັນໂທ ສຸວັນແກ້ວ ພົນລືຊາ ຫົວໜ້າພະແນກນະໂຍບາຍ ຫ້ອງການເມືອງ ກອງບັນຊາການທະຫານອາກາດ ໄດ້ຜ່ານຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 116/ລບ, ລົງວັນທີ 22 ເມສາ 2019 ວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ, ກະຊວງປ້ອງກັນປະເທດ ອອກຂໍ້ຕົກລົງ: ມອບຫຼຽນກາມິດຕະພາບກອງທັບປະຊາຊົນລາວ ໃຫ້ຄະນະຊ່ຽວຊານ ບໍລິດສັດ ROSOBORONEXPORT ສ.ຮັດເຊຍ ຈຳນວນ 2 ສະຫາຍ ຄື: ສະຫາຍ ຮ້ອຍເອກ ວາໂລດີນ ເດນິດ ແລະ ສະຫາຍ ຮ້ອຍເອກ ກາລະນິນ ອາເລັກຊານດຼິ ທັງນີ້ກໍເພື່ອເປັນການຍ້ອງຍໍສັນລະເສີນຜົນງານໃຫ້ຄະນະຊ່ຽວຊານ ສ.ຣັດເຊຍ ທີ່ມີຜົນງານດີເດັ່ນ ໃນການປະຕິບັດໜ້າທີ່ຊ້ອມແປງ ແລະ ອັບເກດ, ຕິດຕາມດ້ານເຕັກນິກຍົນ YAK-130 ໃຫ້ທະຫານອາກາດ ກອງທັບປະຊາຊົນລາວ ໄດ້ສຳເລັດຕາມແຜນການມີຜົນສໍາເລັດ, ນັ້ນສະແດງໃຫ້ເຫັນຜົນງານດັ່ງກ່າວເປັນການປະກອບສ່ວນທີ່ອັນສຳຄັນ ເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຍຸດທະສາດທີ່ເປັນມູນເຊື້ອອັນດີງາມ ລະຫວ່າງສອງຊາດ, ສອງກອງທັບ ສປປ ລາວ-ສ.ຣັດເຊຍ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ແຕກດອກອອກຜົນສູງຂື້ນຢ່າງບໍ່ຢຸດຢັ້ງ. ໂດຍ: ສີທາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ