ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານອາກາດ ປະກາດບົ່ງຕົວແຕ່ງຕັ້ງເພີ່ມເຕີມຄະນະໜ່ວຍພັກ
ເວລາອອກຂ່າວ: 2023-03-31 10:52:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 474 | ຄວາມນິຍົມ:



ໃນວັນທີ 29 ມີນາ 2023, ໄດ້ປະກາດບົ່ງຕົວແຕ່ງຕັ້ງເພີ່ມເຕີມຄະນະໜ່ວຍພັກ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນມາຈັນທະວົງສາ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການການທະຫານອາກາດ, ມີຄະນະໜ່ວຍພັກ ແລະ ບັນດາພະແນກການກ່ຽວຂ້ອງພ້ອມດ້ວຍພະງານສະມາຊິກພັກ ເຂົ້າຮ່ວມ. ສະຫາຍ ພັນໂທ ວັນນະກອນ ກໍຜາສຸກ ຮອງຫົວໜ້າພະແນກຈັດຕັ້ງພັກ ຫ້ອງການເມືອງ ທະຫານອາກາດ ໄດ້ຜ່ານມະຕິຕົກລົງ ວ່າດ້ວຍ ການປະກາດບົ່ງຕົວແຕ່ງຕັ້ງເພີ່ມເຕີມຄະນະໜ່ວຍພັກ ຫ້ອງອົບຮົມການບິນ ທະຫານອາກາດ ອີງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ໃນໝວດທີ II ມາດຕາ 13 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ, ຍົກຍ້າຍ ແລະ ການສີ້ນສຸດເປັນກໍາມະການຄະນະພັກ ແລະ ອີງຕາມໜັງສືສະເໜີ ວ່າດ້ວຍການແຕ່ງຕັ້ງເພີ່ມເຕີມຄະນະໝ່ວຍພັກຫ້ອງອົບຮົມການບິນ ທະຫານອາກາດ. ດັ່ງນັ້ນ, ຄະນະພັກກອງບັນຊາການທະຫານອາກາດຕົກລົງ: ແຕ່ງຕັ້ງ ສະຫາຍ ພັນເອກ ພິມມະຈັນ ວົງປັນຍາ ເປັນເລຂາ ຫ້ອງອົບຮົມການບິນ, ສະຫາຍ ພັນເອກ ສຸພັນ ເດດນໍລະສິນ ເປັນຮອງ ແລະ ສະຫາຍ ພັນເອກ ແສງເພັດ ສີປະເສີດ ເປັນກໍາມະການ. ໂອກາດນີ້, ສະຫາຍ ພົນຈັດຕະວາ ບຸນມາ ຈັນທະວົງສາ ໄດ້ສະແດງຍ້ອງຍໍຊົມເຊີຍຕໍ່ຄະນະພັກ ແລະ ມີຄໍາເຫັນຊີ້ນໍາ ພ້ອມທັງຮຽກຮ້ອງໃຫ້ຄະນະໜ່ວຍພັກຈົ່ງພ້ອມກັນເປັນເຈົ້າການຍົກສູງຄຸນທາດການເມືອງເປັນວຽກງານອັນສໍາຄັນໃນການສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານສະມະຊິກພັກປະຕິບັດລະບອບດໍາເນີນຊີວິດການເມືອງໃນຂັ້ນໜ່ວຍ, ຂັ້ນຈຸ ໃຫ້ເຂັ້ມແຂງໜັກແໜ້ນເປັນປົກກະຕິ, ເຄົາລົບລະບຽບຫຼັກການ ແລະ ປະຕິບັດໃຫ້ຖຶກຕ້ອງຕາມແນວທາງການປ່ຽນແປງໃໝ່ຂອງພັກ, ປະຕິບັດຫຼັກການລວມສູນປະຊາທິປະໄຕເປັນເອກະພາບພາຍໃນພັກ, ນໍາພາເປັນໝູ່ຄະນະ ແລະ ປືກສາຫາລືວຽກງານໃຫ້ສ່ອດຄ່ອງເປັນເອກະສັນ ແລະ ສະຫຼຸບຖອດຖອນບົດຮຽນແກ້ໄຂຂໍ້ບົກພ່ອງຂອງຕົນດ້ວຍຄວາມເປັນເຈົ້າການຮ່ວມກັນ, ຕັ້ງໜ້າຜັນຂະຫຍາຍປັບປຸງກໍ່ສ້າງໜ່ວຍພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ເຮັດສໍາເລັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານຢ່າງມີຜົນສໍາເລັດເປັນກ້າວໆ. ໂດຍ: ສີທາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ