ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະແພດທະຫານ-ປົກຄອງຈາກທະຫານແຂວງບີ້ງດີ້ງ ກອງທັບປະຊົນຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຈຳປາສັກ
ເວລາອອກຂ່າວ: 2023-03-31 10:34:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 562 | ຄວາມນິຍົມ:



ໃນວັນທີ 28 ມີນາ 2023 ນີ້, ຄະນະແພດທະຫານ ແລະ ແພດປົກຄອງທີ່ເດີນທາງມາຈາກກອງບັນຊາການທະຫານແຂວງບີ້ງດີ້ງ ກອງທັບປະຊາຊົນ ຫວຽດນາມ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກເຮັດວຽກຢູ່ແຂວງຈຳປາສັກ, ເຊິ່ງນຳໂດຍ ສະຫາຍ ພັນເອກ ຫງ້ຽນ ຊ່ວນ ເຊີນ ຮອງຫົວໜ້າການເມືອງ ກອງບັນຊາການທະຫານແຂວງບີ້ງດີ້ງ ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ, ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ພົນຈັດຕະວາ ສຸໄກ ພີມມະສານ ຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງກອງບັນຊາການ, ຕະຫຼອດຮອດພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ສຸໄກ ພີມມະສານ ໄດ້ຜ່ານບົດລາຍງານສະພາບການເຄື່ອນໄຫວການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງກົມກອງໃນໄລຍະຜ່ານມາ ໃຫ້ຄະນະຜູ້ແທນທີ່ມາຈາກກອງບັນຊາການທະຫານແຂວງບີ້ງດີ້ງ ກອງທັບປະຊາຊົນຫວຽດນາມ ໄດ້ຮັບຊາບໂດຍຫຍໍ້ ພ້ອມທັງກ່າວສະແດງຄວາມຍີນດີຕ້ອນຮັບ ດ້ວຍຄວາມອົບອຸ່ນມີໄມຕີຈິດ-ມິດຕະພາບ ທີ່ດີຕໍ່ກັນ. ນອກຈາກນີ້, ທັງສອງຝ່າຍຍັງໄດ້ແລກປ່ຽນສະພາບການ ເຊິ່ງກັນ ແລະ ກັນເປັນຕົ້ນແມ່ນສະພາບການທາງດ້ານຂົງເຂດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂົງເຂດວຽກງານການເມືອງວັດທະນະທຳ ເສດຖະກິດ-ສັງຄົມ, ການພົວພັນຮ່ວມມືກັບສາກົນ ແລະ ການຊ່ວຍເຫຼືອທືນຮອນການກໍ່ສ້າງຕ່າງໆ. ເພື່ອເປັນການຮັດແໜ້ນຄວາມສາມັກຄີໃນການໄປມາຫາສູ່ສະຫວ່າງທັງສອງກົມກອງ ຄື: ກອງບັນຊາການທະຫານແຂວງຈຳປາສັກ ກອງທັບປະຊາຊົນລາວ ກັບ ກອງບັນຊາການທະຫານແຂວງບີ້ງດີ້ງ ກອງທັບປະຊາຊົນຫວຽດນາມ, ໃຫ້ນັບມື້ເພີ່ມພູນຄູນສ້າງຈະເລີນງອກງາມຍິ່ງໆຂຶ້ນ ແລະ ໜັ້ນຄົງທະນົງແກ່ນໄປຊົ່ວຕະຫຼອດກາລະນານ ແລະ ເພື່ອເປັນການສືບຕໍ່ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນຢູ່ແຂວງຈໍາປາສັກ ໃຫ້ມີຜົນສໍາເລັດ, ຈາກນັ້ນຄະນະຜູ້ແທນທັງສອງຝ່າຍຍັງໄດ້ມອບຂອງຂວັນໃຫ້ເຊິ່ງກັນ ແລະ ກັນ ເພື່ອເປັນທີ່ລະນືກໃນການລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ອີກດ້ວຍ. ຂ່າວ-ພາບ: ສົມພອນ ພົງສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ