ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສາງກົນຈັກ 1 ທາບທາມສ້າງແຜນກຳນົດພະນັກງານນຳພາ-ບັນຊາຂັ້ນກະຊວງປ້ອງກັນປະເທດຄຸ້ມຄອງ
ເວລາອອກຂ່າວ: 2023-03-31 10:01:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 422 | ຄວາມນິຍົມ:



ໃນວັນທີ 29 ມີນາ 2023 ນີ້, ສາງກົນຈັກ 1 ທາບທາມສ້າງແຜນກຳນົດພະນັກງານນຳພາ-ບັນຊາຂັ້ນກະຊວງປ້ອງກັນປະເທດຄຸ້ມຄອງ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ຄະນະປະຈຳພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພັນເອກ ສາຍຄຳ ພົມມະວົງ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກ ພ້ອມດ້ວຍຄະນະຮັບຜິດຊອບວຽກງານ ການສ້າງແຜນກຳນົດພະນັກງານນຳພາ-ບັນຊາຂັ້ນກະຊວງປ້ອງກັນປະເທດຄຸ້ມຄອງ, ມີຄະນະພັກ-ຄະນະບັຊາສາງກົນຈັກ 1, ບັນດາພະແນກການຕະຫຼອດຮອດພະນັກງານ-ສະມາຊິກພັກສົມບູນຢູ່ໃນ ສາງກົນຈັກ 1 ເຂົ້າຮ່ວມ. ສະຫາຍ ພັນເອກ ສາຍຄຳ ພົມມະວົງ ໄດ້ຜ່ານມະຕິສະບັບເລກທີ 030, 032/ກມສພ ລົງວັນທີ 03/01/2018 ມາດຖານພະນັກງານນຳພາ-ຄຸ້ມຄອງ ແລະ ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນຳພາ-ຄຸ້ມຄອງ, ການດໍາເນີນກອງປະຊຸມທາບທາມສ້າງແຜນກຳນົດພະນັກງານນຳພາ-ບັນຊາ ຂັ້ນກະຊວງປ້ອງກັນປະເທດຄຸ້ມຄອງ ທີ່ໄດ້ຈັດຂຶ້ນຢູ່ສາງກົນຈັກ 1 ໃນຄັ້ງນີ້ ແມ່ນສຸດທີ່ມີຄວາມໝາຍສໍາຄັນ, ເພາະເປັນການເລືອກເຟັ້ນເປົ້າໝາຍເພື່ອຈັດວາງເຂົ້າໃນໂຄງປະກອບຕຳແໜ່ງງານຂັ້ນຕ່າງໆ ແນໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ, ພ້ອມກັນນີ້ກໍ່ເປັນກອງປະຊຸມເພື່ອກວດກາ ແລະ ສະຫຼຸບຕີລາຄາຄືນຜ່ານການຈັດຕັ້ງປະຕິບັດແຜນກໍານົດພະນັກງານນໍາພາ-ບັນຊາ ຂັ້ນຂັ້ນກະຊວງປ້ອງກັນປະເທດຄຸ້ມຄອງ ຢູ່ສາງກົນຈັກ 1 ກົມໃຫຍ່ເຕັກນິກກອງທັບ, ໃນນີ້ວຽກງານສ້າງແຜນກຳນົດພະນັກງານເປັນວຽກງານໜຶ່ງ ທີ່ມີຄວາມສໍາຄັນ ແລະ ຈໍາເປັນເພາະວ່າມັນເປັນການປະຕິບັດແນວທາງຈັດຕັ້ງຂອງພັກ, ເປັນຂອດຕັດສິນເຖິງຜົນໄດ້ຜົນເສຍໃນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍລວມຂອງພັກ ແລະ ວຽກງານພະນັກງານ ກໍ່ແມ່ນກຸນແຈທີ່ສໍາຄັນໃນຂະບວນວິວັດການຈັດຕັ້ງປະຕິບັດ ການນຳພາຂອງພັກຕໍ່ພາລະກິດປະຕິວັດກໍຄືຜົນສຳເລັດວຽກງານຕົວຈິງ, ຍ້ອນແນວນັ້ນກະຊວງປ້ອງກັນປະເທດ ກໍ່ຄືອົງຄະນະພັກກົມໃຫຍ່ເຕັກນິກກອງທັບ ຍາມໃດກໍ່ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຊີ້ນຳເປັນພິເສດໃຫ້ບັນດາກົມກອງຮາກຖານໃນການສ້າງແຜນກຳນົດພະນັກງານເພື່ອຊອກໃຫ້ໄດ້ບັນດາເປົ້າໝາຍທີ່ມີເງື່ອນໄຂມາດຖານຄົບຖ້ວນຮັບປະກັນດ້ານປະລິມານ ແລະ ຄຸນນະພາບ, ທັງຈະເປັນພື້ນຖານໃຫ້ການບໍາລຸງສ້າງພະນັກງານແຕ່ລະເປົ້າໝາຍໃນສະເພາະໜ້າ ແລະ ຍາວນານ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງຂອງກອງທັບໃນໄລຍະໃໝ່. ໂດຍ: ຄຳສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ