ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນ​ໃຫຍ່ 605 ສະຫຼຸບ​ວຽກ​ງານ​ກໍ່ສ້າງ​ໜ່ວຍ​ພັກ​ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ
ເວລາອອກຂ່າວ: 2023-03-31 09:03:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 100 | ຄວາມນິຍົມ:



ໃນ​ບໍ່​ດົນ​ນີ້, ກອງ​​ພັນ​ໃຫຍ່ 605 ໄດ້​ສະຫຼຸບ​ຖອດ​ຖອນ​ບົດຮຽນ​ວຽກ​ງານ​ກໍ່ສ້າງ​ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2022 ແລະ ວາງ​ທິດ​ທາງ​ແຜນການ ປະຈຳ​ປີ 2023 ໂດຍການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ບົວ​ຄຳ ສາ​ມາ​ວົງ ເລຂາ​ຄະນະ​ພັກ ຫົວໜ້າ​ການເມືອງ​ກອງພັນ​ໃຫຍ່ 605, ມີ​ຄະນະ​ພັກ​ ກອງພັນ​ໃຫຍ່, ຄະນະ​ນະ​ພັກ​ຮາກ​ຖານ, ຄະນະ​ໜ່ວຍ​ພັກ ຕະຫຼອດ​ຮອດ​ບັນດາ​ສະມາຊິກ​ພັກ-ພະນັກງານ​ຫຼັກ​ແຫຼ່ງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ໄມ​ສີ ມາ​ວັນ​ດີ ປະທານ​ກວດກາ​ພັກ ຮອງ​ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 605 ໄດ້​ສະຫຼຸບ​ຕີ​ລາຄາ​ຄືນ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2022 ໂດຍ​ຍົກ​ໃຫ້​ເຫັນ​ດ້ານ​ດີ ດ້ານ​ອ່ອນ ແລະ ຂໍ້ຄົງຄ້າງ ທີ່​ຈະ​ຕ້ອງ​ໄດ້​ປັບປຸງ​ແກ້​ໄຂ​ໃນຕໍ່ໜ້າ ໂດຍ​ປະຕິບັດ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ​ໃຫ້​ໄດ້​ຮັບ​ຜົນ​ສູງ ຄະນະ​ພັກ​ກອງພັນ​ໃຫຍ່​ໄດ້​ເອົາໃຈໃສ່​ຊີ້​ນຳ-ນຳພາ​ພະນັກງານ-ສະມາຊິກ​ພັກ​ແຕ່​ລະ​ສະຫາຍ​ເຊື່ອມ​ຊຶມ​ບັນດາ​ມະຕິ, ​ຄຳ​ສັ່ງ, ​ຂໍ້​ກຳນົດ, ບົດ​ແນະນຳ​ກ່ຽວ​​ກັ​ບວິ​ທີ​ການ​ກໍ່ສ້າງ​ໜ່ວຍ​ພັກ​ໃຫ້​ມີ​ຄວາມ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ໂດຍ​ຖື​ເອົາ 5 ມາດຖານ​ມາ​ເປັນ​ບ່ອນ​ອີງ​ເພື່ອ​ຈັດ​ຕັ້ງ​ປະຕິບັດ ແລະ ສອດ​ຫ້ອຍ​ເຂົ້າ​ໃນ​ທຸກ​ຂົງເຂດ​ວຽກ​ງານ​ຂອງ​ກົມ​ກອງ, ພ້ອມ​ທັງ​ຈັດ​ຕັ້ງຜັນ​ຂະຫຍາຍ​ມະຕິ​, ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ, ຫັນ​ເປັນ​ແຜນການ​ປະຕິບັດ​ຂໍ້​ແຂ່ງຂັນ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ຮັບປະກັນ​ທາງ​ດ້ານ​ຈຳນວນ ແລະ ຄຸນ​ນະ​ພາບ​ສູງ, ທົ່ວ​ຄະນະ​ພັກ​ກອງພັນ​ໃຫຍ່ ມີ 8 ຄະນະ​ພັກ​ຮາກ​ຖານ, ມີ 31 ໜ່ວຍ​ພັກ​ຂຶ້ນ​ກັບ​ຄະນະ​ພັກ​ຮາກ​ຖານ, ມີ​ສະມາ ຊິກ​ພັກ​ທັງ​ໝົດ 562 ສະຫາຍ, ສາມາດ​ຕີ​ລາຄາ​ຄຸນ​ນະ​ພາບ​ສະມາຊິກ​ພັກ​ປະເພດ​ແຂງ​ໄດ້ 457 ສະ​ຫາ​​ຍ, ກາງ 25 ສະຫາຍ, ບໍ່​ໄດ້​ຈັດ​ປະເພດ 79 ສະຫາຍ, ໜ່ວຍ​ພັກ​ແຂງ 30 ໜ່ວຍ, ບໍ່​ໄດ້​ແບ່ງ​ປະເພດ 1 ໜ່ວຍ, ສະເໜີ​ເປັນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ມີ 30 ໜ່ວຍ​ພັກ. ໃນ​ນັ້ນ, ຮັບຮອງ 4 ​ຄັ້ງ​ຕິດຕໍ່​ກັນ​ມີ 21 ໜ່ວຍ​ພັກ, ຮັບຮອງ 3 ຄັ້ງ​ຕິດຕໍ່​ກັນ​ມີ 5 ໜ່ວຍ​ພັກ, ຮັບຮອງ 2 ຄັ້ງ​ຕິດ​ຕໍ່​​ກັນ​ມີ 2 ໜ່ວຍ​​ພັກ ແລະ ໜ່ວຍ​ພັກ​ຮັບຮອງ​ໃໝ່​ມີ 2 ໜ່ວຍ​ພັກ. ຈາກ​ນັ້ນ ສະຫາຍ ພັນ​ເອກ ບົວ​ຄຳ ສາ​ມາ​ວົງ ກໍ​ໄດ້​ມອບ​ໃບຢັ້ງຢືນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ໃຫ້​ບັນດາ​ໜ່ວຍ​ພັກ​ດັ່ງກ່າວ​ຢ່າງ​ສົມ​ກຽດ. ໂດຍ: ນາງ ໜູ​ແດງ ລາດ​ສະ​ແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ