
ກອງພັນໃຫຍ່ 605 ສະຫຼຸບວຽກງານກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2023-03-31 09:03:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1800 | ຄວາມນິຍົມ:
ໃນບໍ່ດົນນີ້, ກອງພັນໃຫຍ່ 605 ໄດ້ສະຫຼຸບຖອດຖອນບົດຮຽນວຽກງານກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022 ແລະ ວາງທິດທາງແຜນການ ປະຈຳປີ 2023 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບົວຄຳ ສາມາວົງ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ 605, ມີຄະນະພັກ
ກອງພັນໃຫຍ່, ຄະນະນະພັກຮາກຖານ, ຄະນະໜ່ວຍພັກ ຕະຫຼອດຮອດບັນດາສະມາຊິກພັກ-ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນໂທ ໄມສີ ມາວັນດີ ປະທານກວດກາພັກ ຮອງຫົວໜ້າການເມືອງ ກອງພັນໃຫຍ່ 605 ໄດ້ສະຫຼຸບຕີລາຄາຄືນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022 ໂດຍຍົກໃຫ້ເຫັນດ້ານດີ ດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ ໂດຍປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ໄດ້ຮັບຜົນສູງ ຄະນະພັກກອງພັນໃຫຍ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາພະນັກງານ-ສະມາຊິກພັກແຕ່ລະສະຫາຍເຊື່ອມຊຶມບັນດາມະຕິ, ຄຳສັ່ງ, ຂໍ້ກຳນົດ, ບົດແນະນຳກ່ຽວກັບວິທີການກໍ່ສ້າງໜ່ວຍພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍຖືເອົາ 5 ມາດຖານມາເປັນບ່ອນອີງເພື່ອຈັດຕັ້ງປະຕິບັດ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານຂອງກົມກອງ, ພ້ອມທັງຈັດຕັ້ງຜັນຂະຫຍາຍມະຕິ, ຄຳສັ່ງຂອງຂັ້ນເທິງ, ຫັນເປັນແຜນການປະຕິບັດຂໍ້ແຂ່ງຂັນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຮັບປະກັນທາງດ້ານຈຳນວນ ແລະ ຄຸນນະພາບສູງ, ທົ່ວຄະນະພັກກອງພັນໃຫຍ່ ມີ 8 ຄະນະພັກຮາກຖານ, ມີ 31 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ, ມີສະມາ
ຊິກພັກທັງໝົດ 562 ສະຫາຍ, ສາມາດຕີລາຄາຄຸນນະພາບສະມາຊິກພັກປະເພດແຂງໄດ້ 457 ສະຫາຍ, ກາງ 25 ສະຫາຍ, ບໍ່ໄດ້ຈັດປະເພດ 79 ສະຫາຍ, ໜ່ວຍພັກແຂງ 30 ໜ່ວຍ, ບໍ່ໄດ້ແບ່ງປະເພດ 1 ໜ່ວຍ, ສະເໜີເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ມີ 30 ໜ່ວຍພັກ. ໃນນັ້ນ, ຮັບຮອງ 4 ຄັ້ງຕິດຕໍ່ກັນມີ 21 ໜ່ວຍພັກ, ຮັບຮອງ 3 ຄັ້ງຕິດຕໍ່ກັນມີ 5 ໜ່ວຍພັກ, ຮັບຮອງ 2 ຄັ້ງຕິດຕໍ່ກັນມີ 2 ໜ່ວຍພັກ ແລະ ໜ່ວຍພັກຮັບຮອງໃໝ່ມີ 2 ໜ່ວຍພັກ. ຈາກນັ້ນ ສະຫາຍ ພັນເອກ ບົວຄຳ ສາມາວົງ ກໍໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ບັນດາໜ່ວຍພັກດັ່ງກ່າວຢ່າງສົມກຽດ.
ໂດຍ: ນາງ ໜູແດງ ລາດສະແກ້ວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ