ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍ​ພັກ​ພະແນກການ​ເມືອງ ກອງພັນໃຫຍ່ 202 ​ດຳເນີນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ II
ເວລາອອກຂ່າວ: 2023-03-31 08:59:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 117 | ຄວາມນິຍົມ:



ໜ່ວຍ​ພັກ​ພະແນກການ​ເມືອງກອງພັນ​ໃຫຍ່ 202 ​ກອງ​ພົນ​ທີ 2 ດຳເນີນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ II, ໃນ​ວັນ​ທີ 23 ມີນາ 2023 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ອູ່​ທອງ ມະໂນ​ລາດ ເລ ຂາ​ໜ່ວຍ​ພັກ ຫົວໜ້າ​ພະແນກການ​ເມືອງ, ມີ​ສະຫາຍ ພັນ​ໂທ ສົມ​ໝາຍ ດອນ​ພະຈັນ ເລຂາ​ຄະນະ​ພັກ ຫົວໜ້າ​ການ ເມືອງ ກອງພັນ​ໃຫຍ່ 202, ມີ​ບັນດາ​ຄະນະ​ໜ່ວຍ​ພັກ​ອ້ອມ​ຂ້າງ, ແຂກ​ຖືກ​ເຊີນ ພ້ອມ​ດ້ວຍ​ສະມາຊິກ​ພັກ ພາຍ​ໃນ​ກົມ​ກອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ອູ່​ທອງ ມະໂນ​ລາດ ເລຂາ​ໜ່ວຍ​ພັກ ຫົວໜ້າ​ພະແນກການ​ເມືອງ ໄດ້​ສະຫຼຸບ​ຕີ​ລາຄາ​ຄືນ ການເຄື່ອນໄຫວ​ຈັດ​ຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ ຮອບດ້ານ​ຂອງ​ໜ່ວຍ​ພັກ​ໃນ​ໄລຍະ 5 ປີຜ່ານມາ, ໂດຍ​ຖື​ເອົາ​ວຽກ​ງານ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ ​ເປັນຕົ້ນ ວຽກ​ງານ​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ ຄະ ນະ​ພັກ​ໄດ້​ຊີ້​ນຳ​ຂະແໜງ​ກໍ່່​ສ້າງ​ຮາກ​ຖານ, ຊີ້​ນຳ​ບັນດາ​ກົມ​ກອງ​ໃນ​ການ​ກໍ່ສ້າງ​ຮາກ​ຖານ​ບ້ານ​ພື້ນຖານ​ຕາມ​ການ​ມອບ​ໝາຍ, ເພື່ອ​ກຳ​ແໜ້ນ​ສະພາບ​ການ, ພົວພັນ​ກັບ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ ແລະ ກົມ​ກອງ​ເພື່ອນ​ມີ​ການ​ແລກປ່ຽນ​ສະພາບ​ເປັນ​ປົກກະຕິ​ເຮັດ​ໃຫ້​ສະພາບ​ຂອບ​ເຂດ​ກົມ​ກອງ​ຮັບຜິດຊອບ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ. ນອກ​ນັ້ນ, ຍັງ​ໄດ້​ເອົາໃຈໃສ່​ຕໍ່​ວຽກ​ງານ​ກຽມພ້ອມ​ສູ້​ຮົບ ແລະ ກອບ​ກູ້​ໄພ ພິບັດ ໂດຍ​ຈັດ​ຕັ້ງ​ກຳລັງ​ປະຈຳການ​ຕະຫຼອດ 24 ຊົ່ວໂມງ ເພື່ອ​ຕິດຕາມ​ກຳ​ແໜ້ນ​ສະພາບ​ການ​ຮອບດ້ານ ​ເພື່ອ​ຕ້ານ ແລະ ສະກັດ​ກັ້ນ​ປະກົດການ​ຫຍໍ້ທໍ້​ຕ່າງໆ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ກົມ​ກອງ. ພ້ອມ​ນີ້, ຍັງ​ເອົາໃຈໃສ່​ນຳພາ​ການ​ປັບປຸງ​ກໍ່ສ້າງ​ພັກ​ຕາມ 5 ຫຼັກການ 3 ທິດ​ນຳ​ຂອງ​ພັກ ​ໂດຍ​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ກົກ, ເຮັດ​ໃຫ້​ພະນັກງານ-ສະມາຊິກ​ພັກ-ນັກຮົບ ໄດ້​ຮັບ​ຮູ້​ເຊື່ອມ​ຊຶມ, ເຂົ້າໃຈ​ແຈ້ງ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ-ກົດໝາຍ​ຂອງ​ລັດ, ຍົກ​ສູງ​ຄຸນ​ທາດ​ການເມືອງ, ຄວາມ​ຮູ້, ຄວາມ​ສາມາດ​ຕິດ​ພັນ​ກັບ​ຂະ ​ບວນ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ສາມາດ​ຕີ​ລາຄາ ແລະ ຮັບຮອງ​ສະມາຊິກ​ພັກ​ແຂງ 17 ສະຫາຍ, ກາງ 11 ສະຫາຍ, ບໍ່​ໄດ້​ແບ່ງ​ປະເພດ 1 ສະຫາຍ. ນອກ​ນີ້, ຍັງ​ຍັງ​ໄດ້​ເອົາໃຈໃສ່​ວຽກ​ງານ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ດ້ວຍ​ການ​ປູກຝັງ-ລ້ຽງສັດ ຕາມ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ກົມ​ກອງ. ໃນ​ນີ້, ລ້ຽງ​ງົວ 7 ໂຕ, ໝູ 15 ໂຕ, ແບ້ 5 ໂຕ, ລ້ຽງສັດ​ປີກ 273 ໂຕ, ມີ​ໜອງ​ປາ 1 ໜອງ, ປ່ອຍ​ປາ ແລ້ວ 1 ພັນ​ກວ່າ​ໂຕ, ປູກ​ພືດ​ຜັກ​ຊະນິດ​ຕ່າງໆ​ ​ເກັບ​ກູ້​ໄດ້ 2.256 ກິ​ໂລກ​ຣາມ ແລະ ການ​ບໍລິການ​ອື່ນໆ ​ສາມາດ​ສ້າງ​ລາຍ​ຮັບ​ເຂົ້າ​ຄັງ​ລວມ​ໄດ້ 66 ລ້ານ​ກວ່າ ​ກີບ. ກອງ​ປະຊຸມ​ຍັງ​ໄດ້​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ໜ່ວຍ​ພັກ​ຊຸດ​ໃໝ່​ໄດ້​ຕາມ​ລະດັບ​ຄາດໝາຍ. ໂດຍ: ຄຳ​ຊາຍ ກວ່າງ​ຄຸນ​ສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ