ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະນາຄານ​ພັດທະນາ​ລາວ ​ສາຂາ​ສະຫວັນ​ນະ​ເຂດ​ ມອບ​ເຄື່ອງ​ກິລາ​ໃຫ້ກອງພັນ​ທີ 7
ເວລາອອກຂ່າວ: 2023-03-31 08:56:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 144 | ຄວາມນິຍົມ:



ວັນ​ທີ 28 ມີນາ 2023 ນີ້, ສະຫາຍ ຄອນ​ເພັດ ຈັນທະ​ວົງ ຮອງ​ຫົວໜ້າ​ສາຂາ​​ສະຫວັນ​ນະ​ເຂດ ທະນາຄານ​ພັດທະນາ​ລາວ ໄດ້​ນຳ​ເຄື່ອງ​ກິລາ​ຈຳນວນ 30 ຊຸດ ລວມ​ມູນ​ຄ່າ 3 ລ້ານ​ກວ່າ​ກີບ ມອບ​ໃຫ້​ກອງພັນ​ທີ 7 ກອງ​ພົນ​ທີ 4 ເພື່ອ​ປະກອບສ່ວນ​ຊຸກຍູ້​ວຽກ​ງານ​ຂະ​ບວນ​ການ​ຕ່າງໆ​ຂອງ​ກົມ​ກອງ, ໂດຍ​ໃຫ້ການ​ຕ້ອນ ຮັບ​ຂອງ ສະຫາຍ ພັນ​ໂທ ສີ​ສະຫວັນ ເຄນ​ຈັນ​ຫອມ ຫົວໜ້າ​ການ​ທະຫານ ກອງພັນ​ທີ 7 ພ້ອມ​ດ້ວຍ​ຄະນະ. ໂອກາດ​ດັ່ງກ່າວ ສະຫາຍພັນໂທ ສີ​ສະຫວັນ ເຄນ​ຈັນ​ຫອມ ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ ແລະ ຕີ​ລາຄາ​ສູງ​ຕໍ່ ສະຫາຍ ຄອນ​ເພັດ ຈັນທະ​ວົງ ພ້ອມ​ຄະນະ ທີ່​ໄດ້​ນຳ​ເອົາ​ເຄື່ອງ​ກິລາ​ມາ​ມອບ​ໃຫ້​ໃນ​ຄັ້ງ​ນີ້ ເປັນ​ການ​ປະກອບສ່ວນ​ຮັດແໜ້ນຄວາມ​ສາມັກຄີ​ລະຫວ່າງ ກອງພັນ​ທີ 7 ແລະ ທະນາ​ຄານ​ພັດທະນາ​ລາວ ໃຫ້​ນັບ​ມື້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ນຳ​ເອົາ​ເຄື່ອງ​ດັ່ງກ່າວ​ໄປ​ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຂະ​ບວນ​ການ​ກິລາ​ພາຍ​ໃນ​ກົມ​ກອງ​ໃຫ້​ມີ​ບັນຍາກາດ​ຟົດຟື້ນ​ມ່ວນຊື່ນ. ​ ໂດຍ: ບົວ​ຄຳ ທອງ​ລັດສະໝີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ