
ໜ່ວຍພັກພະແນກປິ່ນປົວພະນັກງານ-ການຢາ ໂຮງໝໍບໍລິເວນັ 107 ຈັດກອງປະຊຸມໃຫຍ່ ຄັ້ງທີ I
ເວລາອອກຂ່າວ: 2023-03-31 08:53:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 25 | ຄວາມນິຍົມ:
ໃນວັນທີ 28 ມີນາ 2023, ໜ່ວຍພັກພະແນກປິ່ນປົວພະນັກງານ-ການຢາ ໂຮງໝໍບໍລິເວນ 107 ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຍຸຄອນ ຜາລີເພັງຮອງເລຂາຄະນະພັກຮາກຖານ ຫົວໜ້າການເມືອງ ໂຮງໝໍບໍລິ ເວນ 107, ມີຄະນະໜ່ວຍພັກ, ແຂກຖືກເຊີນ ຕະຫຼອດຮອດສະ ມາຊິກພັກສຳຮອງ-ສົມບູນ ເຂົ້າຮ່ວມ.
ສະຫາຍ ພັນຕີ ເຄນສີ ສີແສງຈັນ ເລຂາໜ່ວຍພັກພະແນກປິ່ນປົວະນັກງານ-ການຢາ ໄດ້ຜ່ານບົດລາຍງານການເມືອງທັງ 2 ພາກ. ໃນໄລຍະຜ່ານມາໄດ້ນຳພາ-ຊີ້ນຳ 2 ພະແນກການ, ພະນັກງານ-ນັກຮົບ ຈັດຕັ້ງປະຕິບັດໜ້າທີ່ການເມືອງ, ວຽກງານວິຊາສະເພາະຂອງກົມກອງ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ເຮັດໃຫ້ພະນັກງານສະມາຊິກພັກ ມີແນວຄິດຫຼັກໝັ້ນ, ອຸ່ນອຽນທຸ່ນທ່ຽງ, ມີສະຕິເຄົາລົບການຈັດຕັ້ງ, ປະຕິບັດໄດ້ກົດລະບຽບວິໄນຂອງພັກ, ຂອງກອງທັບ ແລະ ກົດໝາຍຂອງລັດ, ມີຄວາມສາມັກຄີເປັນເອກະພາບ, ສາມາດຮັບປະ
ກັນວຽກງານວິຊາສະເພາະເຕັກນິກການແພດເຮັດໜ້າທີ່ປິ່ນປົວ, ຕອບສະໜອງວັດຖຸການຢາ ແລະ ອຸປະກອນການແພດ ໄດ້ເປັນຢ່າງດີ. ໂດຍສາມາດຮັບຄົນເຈັບເຂົ້ານອນປິ່ນປົວ 670 ເທື່ອຄົນ, ກວດ ແລະ ເອົາອາການກ່ຽວແກ່ຊີວິດ 1.992 ເທື່ອຄົນ, ສັກຢາ, ຈ່າຍຢາ 1.350 ເທື່ອຄົນ, ເຈາະເລືອດ 890 ເທື່ອຄົນ, ໃສ່ນໍ້າເກືອ 890 ເທື່ອຄົນ, ໃສ່ອົກຊີ, ແຍ່ທໍ່ຍ່ຽວ, ໃສ່ເລືອດ 176 ເທື່ອຄົນ, ຈ່າຍຢາໃຫ້ຄົນເຈັບ 2.139 ບົງ, ຈ່າຍຢາອອກສາງ 48 ເທື່ອ, ສະຫຼຸບບັນຊີສາງ, ກວດສາງ 24 ເທື່ອ, ສະຫຼຸບບົງຢາ 121 ເທື່ອ, ຈ່າຍອົກຊີ 75 ເທື່ອ ແລະ ຈ່າຍມັດ 48 ເທື່ອ. ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ ໄດ້ຄັດເລືອກເອົາ ສະຫາຍ ພັນຕີ ເຄນສີ ສີແສງຈັນ ເປັນເລຂາ, ສະຫາຍ ພັນຕີ ນາງ ຕາມົນ ພອນປະເສີດ ເປັນຮອງເລຂາ ແລະ ສະຫາຍ ພັນໂທ ວິໄລສັກ ລໍພະຈັນ ເປັນມະການ ໜ່ວຍພັກພະແນກປິ່ນປົວພະນັກງານ-ການຢາ ໂຮງ ໝໍບໍລິເວນ 107.
ໂດຍ: ສົມພອນ ພວງແກ້ວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ