ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໜ່ວຍ​ພັກ​ພະ​ແນກ​ປິ່ນປົວ​ພະນັກງານ-ການ​ຢາ ໂຮງໝໍ​ບໍລິເວນັ 107 ຈັດ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ I
ເວລາອອກຂ່າວ: 2023-03-31 08:53:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 398 | ຄວາມນິຍົມ:



ໃນ​ວັນ​ທີ 28 ມີນາ 2023, ໜ່ວຍ​ພັກ​ພະ​ແນກ​ປິ່ນປົວ​ພະນັກງານ-ການ​ຢາ ໂຮງໝໍ​ບໍລິເວນ 107 ໄດ້​ຈັດ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ I, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ຍຸ​ຄອນ ຜາ​ລີ​ເພັງຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ ຫົວໜ້າ​ການເມືອງ​ ໂຮງໝໍ​ບໍລິ ເວນ 107, ມີຄະນະ​ໜ່ວຍ​ພັກ, ແຂກ​ຖືກ​ເຊີນ ຕະຫຼອດ​ຮອດ​ສະ ມາຊິກ​ພັກ​ສຳຮອງ-ສົມບູນ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ເຄນ​ສີ ສີ​ແສງ​ຈັນ ເລຂາ​ໜ່ວຍ​ພັກ​ພະ​ແນກ​ປິ່ນປົວ​ະນັກງານ-ການ​ຢາ ໄດ້​ຜ່ານ​ບົດ​ລາຍ​ງານ​ການເມືອງ​ທັງ 2 ພາກ. ໃນ​ໄລຍະ​ຜ່ານ​ມາ​ໄດ້ນຳພາ-ຊີ້​ນຳ 2 ພະແນກການ, ພະນັກງານ-ນັກຮົບ ຈັດ​ຕັ້ງ​ປະຕິບັດ​ໜ້າທີ່​ການເມືອງ, ວຽກ​ງານ​ວິຊາ​ສະເພາະ​ຂອງ​ກົມ​ກອງ, ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ເຮັດ​ໃຫ້​ພະນັກງານ​ສະມາຊິກ​ພັກ ມີ​ແນວ​ຄິດ​ຫຼັກ​ໝັ້ນ, ອຸ່ນ​ອຽນ​ທຸ່ນ​ທ່ຽງ, ມີ​ສະຕິ​ເຄົາລົບ​ການຈັດຕັ້ງ, ປະຕິບັດ​ໄດ້​ກົດ​ລະບຽບ​ວິໄນ​ຂອງ​ພັກ, ຂອງ​ກອງທັບ ແລະ ກົດໝາຍ​ຂອງ​ລັດ, ມີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ, ສາມາດ​ຮັບປະ ກັນ​ວຽກ​ງານ​ວິຊາ​ສະເພາະ​ເຕັກນິກ​ການ​ແພດ​ເຮັດ​ໜ້າທີ່​ປິ່ນປົວ, ຕອບ​ສະໜອງ​ວັດຖຸ​ການ​ຢາ ແລະ ອຸປະກອນ​ການ​ແພດ ໄດ້​ເປັນ​ຢ່າງ​ດີ. ໂດຍ​ສາມາດ​ຮັບ​ຄົນ​ເຈັບ​ເຂົ້າ​ນອນ​ປິ່ນປົວ 670 ເທື່ອ​ຄົນ, ກວດ ແລະ ເອົາ​ອາການ​ກ່ຽວ​ແກ່​ຊີວິດ 1.992 ເທື່ອ​ຄົນ, ສັກ​ຢາ, ຈ່າຍ​ຢາ 1.350 ເທື່ອ​ຄົນ, ເຈາະ​ເລືອດ 890 ເທື່ອ​ຄົນ, ໃສ່​ນໍ້າເກືອ 890 ເທື່ອ​ຄົນ, ໃສ່​ອົກ​ຊີ, ແຍ່​ທໍ່ຍ່ຽວ, ໃສ່​ເລືອດ 176 ເທື່ອ​ຄົນ, ຈ່າຍ​ຢາ​ໃຫ້​ຄົນ​ເຈັບ 2.139 ບົງ, ຈ່າຍ​ຢາ​ອອກ​ສາງ 48 ເທື່ອ, ສະຫຼຸບ​ບັນຊີ​ສາງ, ກວດ​ສາງ 24 ເທື່ອ, ສະຫຼຸບ​ບົງ​ຢາ 121 ເທື່ອ, ຈ່າຍ​ອົກ​ຊີ 75 ເທື່ອ ແລະ ຈ່າຍ​ມັດ 48 ເທື່ອ. ກອງ​ປະຊຸມ​ຍັງ​ໄດ້​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ໜ່ວຍ​ຊຸດ​ໃໝ່ ໄດ້​ຄັດ​ເລືອກ​ເອົາ ສະຫາຍ ພັນ​ຕີ ເຄນ​ສີ ສີ​ແສງ​ຈັນ ເປັນ​ເລຂາ, ສະຫາຍ ພັນ​ຕີ ນາງ ຕາ​ມົນ ພອນ​ປະເສີດ ເປັນ​ຮອງ​ເລຂາ ແລະ ສະຫາຍ ພັນ​ໂທ ວິໄລ​ສັກ ລໍ​ພະຈັນ ເປັນ​ມະການ ໜ່ວຍ​ພັກ​ພະ​ແນກ​ປິ່ນປົວ​ພະນັກງານ-ການ​ຢາ ໂຮງ ໝໍ​ບໍລິເວນ 107. ໂດຍ: ສົມ​ພອນ ພວງ​ແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ