
ກອງພົນທີ 2 ມອບເງິນນະໂຍບາຍອຸດໜູນ
ເວລາອອກຂ່າວ: 2023-03-31 08:51:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 137 | ຄວາມນິຍົມ:
ໃນວັນທີ 27 ມີນາ 2023, ກອງພົນທີ 2 ໄດ້ມອບເງິນນະ ໂຍບາຍອຸດໜູນ ໃຫ້ນາຍທະຫານອອກການ ຮັບເງິນອຸດໜູນເທື່ອດຽວ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນເດີມ ດວງຈຳປາ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 2, ມີພະ ແນກການທີ່ກ່ຽວຂ້ອງ ແລະ ນາຍທະຫານທີ່ອອກການຮັບເງິນອຸດໜູນເທື່ອດຽວ ເຂົ້າຮ່ວມ.
ສະຫາຍ ພັນຕີ ອຸ່ນເຮືອນ ໄຊທະລັງສີ ຊ່ວຍວຽກພະແນກພະນັກງານ ຫ້ອງການເມືອງ ກອງພົນທີ 2 ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍ
ການອະນຸມັດໃຫ້ນາຍທະຫານອອກການ ຮັບເງິນອຸດໜູນເທື່ອດຽວ. ໂດຍອີງຕາມກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ, ອີງຕາມກົດໝາຍ ວ່າດ້ວຍປະກັນສັງຄົມ, ອີງຕາມຄຳຮ້ອງຂອງຜູ້ກ່ຽວ ແລະ ການຄົ້ນຄວ້ານຳສະເໜີຂອງກອງພົນທີ 2, ກົມພະນັກງານ ກົມໃຫຍ່ການເມືອງກອງທັບ. ໄດ້ຕົກລົງອະນຸມັດໃຫ້ນາຍທະຫານອອກການ ຮັບເງິນອຸດໜູນເທື່ອດຽວ ຈຳນວນ 17 ສະຫາຍ. ໃນນີ້, ມີ ຊັ້ນພັນຕີ 1 ສະຫາຍ, ຮ້ອຍເອກ 6 ສະຫາຍ, ຮ້ອຍໂທ 8 ສະຫາຍ ແລະ ຮ້ອຍຕີ 2 ສະຫາຍ ລວມເງິນທັງໝົດ 1.268.274.600 ກີບ.
ໂດຍ: ສຸວັນໂນ ທະລັງສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ