ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງ​ພົນ​ທີ 2 ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ
ເວລາອອກຂ່າວ: 2023-03-31 08:51:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 186 | ຄວາມນິຍົມ:



ໃນ​ວັນ​ທີ 27 ມີນາ 2023, ກອງ​ພົນ​ທີ 2 ໄດ້​ມອບ​ເງິນ​ນະ ໂຍບາຍ​ອຸດ​ໜູນ ໃຫ້​ນາຍ​ທະຫານ​ອອກ​ການ ຮັບ​ເງິນ​ອຸດ​ໜູນ​ເທື່ອ​ດຽວ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ບຸນ​ເດີມ ດວງ​ຈຳປາ ຮອງ​ຫົວໜ້າ​ຫ້ອງ​ການເມືອງ​ ກອງ​ພົນ​ທີ 2, ມີພະ ແນກການ​ທີ່​ກ່ຽວຂ້ອງ ແລະ ນາຍ​ທະຫານທີ່​ອອກ​ການ​ຮັບ​ເງິນ​ອຸດ​ໜູນ​ເທື່ອ​ດຽວ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ອຸ່ນ​ເຮືອນ ໄຊ​ທະລັງ​ສີ ຊ່ວຍ​ວຽກ​ພະ​ແນກ​ພະນັກງານ ຫ້ອງ​ການເມືອງ ກອງ​ພົນ​ທີ 2 ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ ການ​ອະນຸມັດ​ໃຫ້​ນາຍ​ທະຫານ​ອອກ​ການ ຮັບ​ເງິນ​ອຸດ​ໜູນ​ເທື່ອ​ດຽວ. ໂດຍ​ອີງ​ຕາມ​ກົດໝາຍ ວ່າ​ດ້ວຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ, ອີງ​ຕາມ​ກົດໝາຍ ວ່າ​ດ້ວຍ​ປະກັນ​ສັງຄົມ, ອີງ​ຕາມ​ຄຳ​ຮ້ອງ​ຂອງ​ຜູ້ກ່ຽວ ແລະ ການ​ຄົ້ນຄວ້ານຳ​ສະເໜີຂອງ​ກອງ​ພົນ​ທີ 2, ກົມ​ພະນັກງານ ກົມ​ໃຫຍ່​ການເມືອງ​ກອງທັບ. ໄດ້​ຕົກລົງ​ອະນຸມັດ​ໃຫ້​ນາຍ​ທະຫານ​ອອກ​ການ ຮັບ​ເງິນ​ອຸດ​ໜູນ​ເທື່ອ​ດຽວ ຈຳນວນ 17 ສະຫາຍ. ໃນ​ນີ້, ມີ ຊັ້ນ​ພັນ​ຕີ 1 ສະຫາຍ, ຮ້ອຍ​ເອກ 6 ສະຫາຍ, ຮ້ອຍ​ໂທ 8 ສະຫາຍ ແລະ ຮ້ອຍ​ຕີ 2 ສະຫາຍ ລວມ​ເງິນ​ທັງ​ໝົດ 1.268.274.600 ກີບ. ໂດຍ: ສຸວັນ​ໂນ ທະລັງ​ສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ