ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໜ່ວຍ​ສະຫະພັນ​ແມ່ຍິງ​ ກອງພັນ 414 ທະຫານ​ແຂວງ​ອຸດົມ​ໄຊ ຈັດ​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ VI
ເວລາອອກຂ່າວ: 2023-03-31 08:46:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 89 | ຄວາມນິຍົມ:



ໃນ​ວັນ​ທີ 23 ມີນາ 2023, ໜ່ວຍ​ສະຫະພັນ​ແມ່ຍິງ ກອງພັນ 414 ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ໄດ້​ຈັດ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ VI, ໂດຍ​ການເປັນ​ ປະທານ​ຂອງ ສະຫາຍ ພັນ​ໂທ ນາງ ອຳພອນ ເພັດ​ສຸພາ​ພອນ ຫົວໜ້າ​ພະ​ແນກ​ສະຫະພັນ​ແມ່ຍິງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ, ມີ ສະຫາຍ ພັນ​ໂທ ໄພ​ວັນ ປັນຍາ​ສິດ ຫົວໜ້າ​ການເມືອງ​ກອງພັນ 414, ຄະນະ​ໜ່ວຍ​ສະຫະພັນ​ແມ່ຍິງ, ແຂກ​ຖືກ​ເຊີນ ຕະຫຼອດ​ຮອດສະມາຊິກ​ສະຫະພັນ​ແມ່ຍິງ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ນາງ​ ບົວ​ມົນ ປັນຍາ​ສິດ ຫົວໜ້າ​ໜ່ວຍ​ສະຫະນ​ແມ່ຍິງ ກອງພັນ 414 ໄດ້​ຜ່ານ​ບົດ​ສະຫຼຸບ​ຕີ​ລາຄາ​ຄືນ​ໃນ​ການ​ຈັດ​ຈັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ໃນ​ໄລຍະ 3 ປີຜ່ານມາ ແລະ ທິດ​ທາງ​ແຜນການ​ໃນ​ຊຸມ​ປີ​ຕໍ່ໜ້າ. ຄະນະ​ໜ່ວຍ​ສະຫະພັນ​ແມ່ຍິງ​ກົມ​ກອງ ໄດ້​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ກົກ, ເຊື່ອມ​ຊຶມ​ກຳ​ແໜ້ນ​ແນວທາງ​ນະໂຍບາຍ​ຂອງ​ພັກ, ລະບຽບ​ກົດໝາຍ​ຂອງ​ລັດ, ຂໍ້​ກຳນົດ​ ກົດ​ລະບຽບ​ຂອງ​ສະຫະ ພັນ​ແມ່ຍິງ​ລາວ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ ເຮັດ​ໃຫ້​ສະຫະພັນ​ແມ່ຍິງ​ພາຍ​ໃນ​ໜ່ວຍ​ມີ​ແນວ​ຄິດ​ຄວາມ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ຫ້າວ ຫັນ​ຕໍ່ໜ້າ​ທີ່​ວຽກ​ງານ, ຮັກສາ​ໄດ້​ຮີດຄອງ​ປະເພນີ​ອັນ​ດີງາມ​ຂອງ​ຊາດ, ຂອງແມ່ຍິງ​ລາວ, ມີ​ສະຕິ​ຕື່ນ​ຕົວ​ສູງ​ເປັນ​ເຈົ້າ​ການ​ຕ້ານ ແລະ ສະກັດ​ກັ້ນ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆທີ່​ຈະ​ເກີດ​ຂຶ້ນ​ໃຫ້​ທັນ​ເວລາ, ເປັນ​ເຈົ້າ​ການ​ປະກອບ​ສ່ວນ​ທຸກ​ຂະ​ບວນ​ການ​ຂອງ​ກົມ​ກອງ​ໃຫ້​ມີ​ຂະ​ບວນ​ການ​ຟົດຟື້ນ, ນຳ​ເອົາ​ມູນເຊື້ອ​ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ, ຂອງພັກ, ຂອງກອງທັບ ແລະ ຂອງແມ່ຍິງ​ລາວ​ມາ​ຈັດ​ຕັ້ງ​ເຊື່ອມ​ຊຶມ​ທັງ​ໝົດ 56 ຄັ້ງ, ໄດ້​ຮັບ​ໃບ​ຍ້ອງຍໍ​ຂັ້ນ​ຕ່າງໆ​ຈຳນວນ 54 ໃບ, ຈັດ​ຕັ້ງ​ປະຕິບັດ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 3 ດີ​ ​ຕີ​ລາຄາ ແລະ ຮັບຮອງ​ໄດ້​ແມ່​ຍິງ 3 ດີ​ປະເພດ I ມີ 17 ສະຫາຍ, ປະເພດ II ມີ 15 ສະຫາຍ, ໄດ້​ຮັບ​ນາ​ມມະ​ຍົດ​ເປັນ​ໜ່ວຍສະຫະພັນ​ແມ່​ຍິງ 3 ດີ 3 ສະໄໝ​ຊ້ອນ, ວຽກ​ງານ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ແມ່ນ​ອີງໃສ່​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ກົມ​ກອງ​ສາມາດ​ເຮັດ​ໃຫ້​ກົມ​ກອງ ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ. ໃນ​ໄລຍະ 3 ປີຜ່ານມາ ສ້າງ​ລາຍ​ຮັບ​ເຂົ້າ​ກົມ​ກອງ​ທັງ​ໝົດ18.500.000 ກີບ. ກອງ​ປະຊຸມ​ຍັງ​ໄດ້​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ໜ່ວຍ​ຊຸດ​ໃໝ່ ໃນນັ້ນ, ໄດ້ຄັດ​ເລືອກ​ເອົາ ສະຫາຍ ຮ້ອຍ​ເອກ ນາງ​ ຄຳ​ມີ ໄຊ​ທະ​ນາ ເປັນ​ເລຂາ, ສະຫາຍ ຮ້ອຍ​ເອກ ນາງ ຄຳ​ເປືອງ ເປັນ​ຮອງ​ເລຂາ ແລະ ສະຫາຍ ຮ້ອຍ​ໂທ ນາງ ຄຳ​ແປງ ສີ​ລິ​ວົງສາ ເປັນ​ກຳມະການ​ກວດກາ. ໂດຍ: ນາງ ວິໄລ​ພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ