
ໜ່ວຍສະຫະພັນແມ່ຍິງ ກອງພັນ 414 ທະຫານແຂວງອຸດົມໄຊ ຈັດກອງປະຊຸມໃຫຍ່ ຄັ້ງທີ VI
ເວລາອອກຂ່າວ: 2023-03-31 08:46:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 19 | ຄວາມນິຍົມ:
ໃນວັນທີ 23 ມີນາ 2023, ໜ່ວຍສະຫະພັນແມ່ຍິງ ກອງພັນ 414 ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ VI, ໂດຍການເປັນ ປະທານຂອງ ສະຫາຍ ພັນໂທ ນາງ ອຳພອນ ເພັດສຸພາພອນ ຫົວໜ້າພະແນກສະຫະພັນແມ່ຍິງກອງບັນຊາການທະຫານແຂວງອຸດົມໄຊ, ມີ ສະຫາຍ ພັນໂທ ໄພວັນ ປັນຍາສິດ ຫົວໜ້າການເມືອງກອງພັນ 414, ຄະນະໜ່ວຍສະຫະພັນແມ່ຍິງ, ແຂກຖືກເຊີນ ຕະຫຼອດຮອດສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມ.
ສະຫາຍ ພັນຕີ ນາງ ບົວມົນ ປັນຍາສິດ ຫົວໜ້າໜ່ວຍສະຫະນແມ່ຍິງ ກອງພັນ 414 ໄດ້ຜ່ານບົດສະຫຼຸບຕີລາຄາຄືນໃນການຈັດຈັ້ງປະຕິບັດໜ້າທີ່ວຽກງານໃນໄລຍະ 3 ປີຜ່ານມາ ແລະ ທິດທາງແຜນການໃນຊຸມປີຕໍ່ໜ້າ. ຄະນະໜ່ວຍສະຫະພັນແມ່ຍິງກົມກອງ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຂໍ້ກຳນົດ ກົດລະບຽບຂອງສະຫະ ພັນແມ່ຍິງລາວວາງອອກຢ່າງເຂັ້ມງວດ ເຮັດໃຫ້ສະຫະພັນແມ່ຍິງພາຍໃນໜ່ວຍມີແນວຄິດຄວາມອຸ່ນອຽນທຸ່ນທ່ຽງ, ຫ້າວ
ຫັນຕໍ່ໜ້າທີ່ວຽກງານ, ຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດ, ຂອງແມ່ຍິງລາວ, ມີສະຕິຕື່ນຕົວສູງເປັນເຈົ້າການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນໃຫ້ທັນເວລາ, ເປັນເຈົ້າການປະກອບສ່ວນທຸກຂະບວນການຂອງກົມກອງໃຫ້ມີຂະບວນການຟົດຟື້ນ, ນຳເອົາມູນເຊື້ອວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງແມ່ຍິງລາວມາຈັດຕັ້ງເຊື່ອມຊຶມທັງໝົດ 56 ຄັ້ງ, ໄດ້ຮັບໃບຍ້ອງຍໍຂັ້ນຕ່າງໆຈຳນວນ 54 ໃບ, ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຕີລາຄາ ແລະ ຮັບຮອງໄດ້ແມ່ຍິງ 3 ດີປະເພດ I ມີ 17 ສະຫາຍ, ປະເພດ II ມີ 15 ສະຫາຍ, ໄດ້ຮັບນາມມະຍົດເປັນໜ່ວຍສະຫະພັນແມ່ຍິງ 3 ດີ 3 ສະໄໝຊ້ອນ, ວຽກງານແກ້ໄຂຊີວິດການເປັນຢູ່ແມ່ນອີງໃສ່ທ່າແຮງບົ່ມຊ້ອນຂອງກົມກອງສາມາດເຮັດໃຫ້ກົມກອງ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ໃນໄລຍະ 3 ປີຜ່ານມາ ສ້າງລາຍຮັບເຂົ້າກົມກອງທັງໝົດ18.500.000 ກີບ. ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ ໃນນັ້ນ, ໄດ້ຄັດເລືອກເອົາ ສະຫາຍ ຮ້ອຍເອກ ນາງ ຄຳມີ ໄຊທະນາ ເປັນເລຂາ, ສະຫາຍ ຮ້ອຍເອກ ນາງ ຄຳເປືອງ ເປັນຮອງເລຂາ ແລະ ສະຫາຍ ຮ້ອຍໂທ ນາງ ຄຳແປງ ສີລິວົງສາ ເປັນກຳມະການກວດກາ.
ໂດຍ: ນາງ ວິໄລພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ