ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປີ 2022 ຜ່ານ​ມາ ກອງ​ບັນຊາ​ການ​ທະຫານ​ເມືອງ​ສັງ​ທອງ ສາມາດ​ສ້າງ​ໄດ້ຜົນ​ງານ​ພົ້ນ​ເດັ່ນ​ຫຼາຍ​ດ້ານ
ເວລາອອກຂ່າວ: 2023-03-30 09:58:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 71 | ຄວາມນິຍົມ:



ສະຫາຍ ພັນ​ໂທ ບົວລອຍ ໄຊ​ຈະເລີນ​ສຸກ ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ເມືອງ​ສັງ​ທອງ ​ນະຄອນຫຼວງ​ວຽງ​ຈັນ ​ໄດ້​ໃຫ້​ຮູ້​ວ່າ: ຕະຫຼອດ​ໄລຍະ 1 ປີ ຜ່ານມາ, ຄະນະ​ພັກ-ຄະນະ​ບັນຊາ​ກົມ​ກອງ​, ຍາມໃດກໍ​ໄດ້​ເອົາໃຈໃສ່​ຊີ້​ນຳ-ນຳພາພະນັກ ງານ-ນັກຮົບ ເຄື່ອນ​ໄຫວ​ວຽກ​ງານ​ຕາມ​ພາລະ​ບົດບາດ​ຂອງ​ກົມກອງ ກໍ​ຄືການ​ປົກ​ປັກ​ຮັກສາ ເຂດນ້ຳ-ແດນ​ດິນ​ຂອງ​ເມືອງ​ສັງ​ທອງ, ຮັບປະກັນ​ເຮັດ​ໃຫ້ປະ ຊາຊົນ​ຊາວ​ເມືອງ​ສັງ​ທອງ ​ທຳ​ການ​ຜະລິດ, ຄ້າຂາຍ​ໄດ້​ສະດວກ​ສະບາຍປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດຂອງ ​ເມືອງ​ສັງ​ທອງ ໄປ​ພ້ອມ​ກັນ​ນັ້ນ, ກໍ​ໄດ້​ນຳພາ​ປະຕິບັດ​ຂົງເຂດວຽກ​ງານ​ປິ່ນ​ອ້ອມ​ຕາມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານທີ່​ຄະນະ​ພັກ​ກະຊວງ​ປ້ອງກັນ​ປະເທດ​ວາງ​ອອກ ໄດ້​ຮັບ​ຜົນສຳເລັດທີ່​ ເປັນ​ພື້ນຖານ​ຫຼາຍ​ດ້ານ​ໂດຍສະເພາະຂົງເຂດ​ວຽກ​ງານ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ ເຊິ່ງ​ແມ່ນ​ໜ້າທີ່​ຕົ້ນ​ຂອງ​ກົມ​ກອງ, ຄະນະ​ພັກ​ຄະນະ​ພັກ-ຄະນະ​ບັນຊາ​ກົມກອງ ໄດ້​ຫັນ​ເອົາ​ພະນັກງານ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ຢູ່​ຮາກ​ຖານ​ບ້ານ​ປະຊາຊົນ​ຈຳນວນ 9 ສະຫາຍ, ສົມທົບ​ແໜ້ນ​ກັບ​ອົງ ການ​ປົກຄອງ​ທ້ອງຖິ່ນ ແລະ ອົງ​ ການຈັດຕັ້ງ​ທີ່​ກ່ຽວຂ້ອງ​ຊີ້​ນຳ-ນຳ ພາ​ກຳລັງ​ກອງ​ຫຼອນ​ເຄື່ອນ​ໄຫວ​ເຮັດ​ວຽກ​ງານ ​ປກຊ-​ປກສ ຕາມ​ຂອບ​ເຂດ​ບ້ານ​ຮັບ​ຜິດຊອບ, ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ຖອດ​ຖອນ​ບົດຮຽນ​ກັບ​ບ້ານ​ແຮກສ່ຽວ, ຈັດ​ພິທີ​ປະກາດການ​ຮັບຮອງ​ເອົາ​ບ້ານ​ແກ້ງ​ໝໍ້ ແລະ ບ້ານ​ທ່າ​ນາ​ສ້າງ​ຫີນ​ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ສຳເລັດ ພ້ອມ​ກັນ​ນັ້ນ, ກໍ​ໄດ້​ຈັດ​ຕັ້ງ​ພະນັກງານ​ອອກ​ເຄື່ອນ​ໄຫວ​ລາດຕະເວນ​ຂອບ​ເຂດ​ຊາຍ​ແດນ​ເຊື່ອມ​ຕໍ່​ເມືອງ 18 ຄັ້ງ, ເຄື່ອນ​ໄຫວ​ຕາມ​ຂອບ​ເຂດ​ເທສະບານ​ເມືອງ​ສັງ​ທອງ​ 10 ຄັ້ງ, ເຄື່ອນ​ໄຫວ​ແກ້​ໄຂ​ກຸ່ມ​ຄົນ​ບໍ່​ຫວັງ​ດີ​ລັກ ລອບ​ຂຸດ​ຄົ້ນ​ແຮ່-ລັກລອບ​ຕັດ​ໄມ້​ຮ່ວມ​ກັບ​ໜ່ວຍ​ສະເພາະ​ກິດ​ເມືອງ​ສັງ​ທອງ 25 ຄັ້ງ, ສົມທົບ​ກັບ ​ປກສ ເມືອງ​ເຄື່ອນ​ໄຫວ​ອາ​ຍັດ​ວັດຖຸ​ອຸປະກອນ​ໂຮງ​ຊອຍ​ໄມ້​ທີ່​ບໍ່​ຖືກຕ້ອງ​ຢູ່​ບ້ານ​ກົ້ວ, ເຮືອ​ເຄື່ອນ​ໄຫວ​ຕາມ​ຊາຍ​ແດນ​ແມ່ນ້ຳ​ຂອງ​ທີ່​ບໍ່​ຖືກ​ລະບຽບ​ຢູ່​ບ້ານ​ໂຄກ​ເພີງ 2 ຄັ້ງ ແລະ ຕະ​ແກງ​ຮ່ອນ​ຄຳ​ບໍ່​ຖືກຕ້ອງ​ຢູ່​ບ້ານ​ຊໍ້-ວັງ​ມ້າ 5 ຄັ້ງ, ປ້ອງ​ກັນ​ງານ​ບຸນ​ສຳຄັນ​ຕ່າງໆ ແລະ ປ້ອງ​ກັນ​ ເວນຍາມ​ແຂກ​ຂັ້ນ​ເທິງມາຢ້ຽມ ຢາມ ແລະ ເຮັດ​ວຽກ​ຢູ່​ເມືອງ​ສັງ ທອງ 10 ຄັ້ງ ສາມາດຮັບປະກັນ ຄວາມສະຫງົບ​ປອດໄພ 100%, ດ້ານ​ວຽກ​ງານ​ອົບຮົມ-ຫັດ​ແອບ​ປັບປຸງ​ລະບຽບ​ແບບແຜນ ໄດ້​ນຳພາ​ອົບຮົມ-ຫັດ​ແອບ​ຕາມ​ແຜນ ການ​ປີ 2022 ສຳເລັດຕາມຄາດ ໝາຍ​ທີ່​ວາງ​ໄວ້, ​ຕີ​ລາຄາ​ຜົນ​ໄດ້​ຮັບ​ຄື: ພາກ​ການເມືອງ ບັນລຸ​85%, ພາກ​ການ​ທະຫານ 85% ແລະ ພາກ​ພະລາທິການ​ເຕັກນິກ ບັນລຸ​ 85% ແລະ ໄດ້​ອົບຮົມ-ຫັດ ​ແອບ​ສວນສະໜາມ 12 ຄັ້ງ, ສ່ວນ​ວຽກ​ງານ​ການ​ທະຫານ​ທ້ອງຖິ່ນ ໄດ້​ເອົາໃຈໃສ່​ປັບປຸງ​ກຳລັງ​ກອງ​ຫຼອນ​ໃນ​ທົ່ວ​ເມືອງ​ໃຫ້​ມີ​ຄວາມ​ໜັກ​ແໜ້ນເຂັ້ມ ແຂງ, ປັບປຸງ​ການຈັດຕັ້ງ​ຂັ້ນ​ໝູ່​ກອງ​ຫຼອນ​ຈຳນວນ10 ບ້ານ, ສ້າງ​ສະ ຖິຕິ​ພົນລະເມືອງ ແລະ ເກັບກຳ ສະຖິຕິ​ກຳລັງ​ກອງຫຼອນທົ່ວເມືອງ ​ສັງ​ທອງ ສົ່ງ​ໃຫ້​ພະແນກການ ​ທະຫານ​ທ້ອງຖິ່ນ​ ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ ຈັນສຳເລັດ, ປັດຈຸບັນ​ທົ່ວ​ເມືອງ​ສັງ​ທອງ​ມີ​ກຳລັງ​ກອງຫຼອນທັງ​ໝົດ 394 ສະຫາຍ, ເປັນ​ສະມາ ຊິກ​ພັກ 22 ສະຫາຍ, ມີ 5 ກອງ ຮ້ອຍ, ມີ 1 ໝວດ ແລະ ມີ 37 ໝູ່, ປະກອບ​ອາວຸດ​ໃຫ້ແລ້ວຈຳ ນວນ 361 ກະບອກ ແລະ ປະ ກອບ​ເຄື່ອງນຸ່ງ​ໃຫ້​ແລ້ວ 4 ບ້ານ 45 ຊຸດ, ດ້ານ​ວຽກ​ງານ​ພະລາ ທິການສາມາດ​ຕອບ​ສະໜອງ​ດ້ານ​ເຂົ້າ​ກິນ​ໄດ້​ທັນ​ກັບ​ເວລາ, ຕອບ​ສະໜອງ​ດ້ານ​ພືດ​ຜັກ​ໄດ້ 950 ກິ​ໂລກຣາມ​ເທົ່າ​ກັບ 38,6% ແລະ ຊີ້ນ​ໄດ້ 380 ກິ​ໂລກຣາມ​ເທົ່າ​ກັບ 47,5%, ຮັບປະກັນ​ການຈັດຕັ້ງ​ກິນ​ດື່ມ​ລວມ​ໝູ່, ພະນັກງານ-ນັກ ຮົບ​ໄດ້​ກິນ​ເຂົ້າ​ມື້ໜຶ່ງ 3 ຄາບ​ເປັນ​ປົກກະຕິ. ພ້ອມ​ກັນ​ນັ້ນ, ກໍ​ໄດ້​ຮັບປະກັນ​ການ​ເບີກ​ຈ່າຍ​ເຄື່ອງ ນຸ່ງ​ຫົ່ມ ແລະ ວັດຖຸ​ຮັບ​ໃຊ້​ອື່ນໆ ຕາມ​ລະບອບ​ອັດຕາ​ທີ່​ຂັ້ນ​ເທິງ​ກຳນົດ​ໃຫ້, ຮັບປະກັນ​ດ້ານ​ວຽກ​ງານ​ນ້ຳມັນ​ເຊື້ອ​ໄຟ ແລະ ວຽກ​ງານ​ຂົນສົ່ງ​ໄດ້​ເປັນ​ປົກກະຕິ, ດ້ານ​ວຽກ​ງານ​ປັບປຸງ​ສະຖານທີ່​ຄ້າຍ​ຄູ ໄດ້​ສຳເລັດ​ການ​ສ້ອມ​ແປງ​ໂຄງ​ຫຼັງຄາ​ຫ້ອງການ​ຫຼັງ​ເກົ່າ, ສ້ອມ​ແປງ​ເຮືອນນອນ, ສ້ອມ​ແປງ​ນ້ຳ​ປະປາ ແລະ ຊ້ອມ​ແປງ​ເຄື່ອງ​ເຟີ​ນີ​ເຈີ ລວມ​ມູນ​ຄ່າ​ທັງ​ໝົດ 21 ລ້ານ​ກວ່າ​ກີບ. ດ້ານ​ວຽກງານຜະ ລິດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ ແລະ ຜະລິດ​ເປັນ​ສິນຄ້າ ໄດ້​ຈັດ​ຕັ້ງ​ກຳລັງ 1 ໝູ່​ຜະລິດ ປະຈຳ​ຢູ່​ຈຸດ​ ຫ້ວຍ​ແຕນ ເພື່ອເຮັດວຽກງານ ​ປູກຝັງ-ລ້ຽງສັດ​ຕາມ​ລະດູການ ​ເຮັດໃຫ້ກົມ​ກອງສາມາດກຸ້ມຕົນ ​ເອງ ເພິ່ງ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍຕົນເອງ​ໂດຍພື້ນຖານ, ໃນ​ໄລຍະ 1 ປີ ຜ່ານມາ​ ປູກ​ພືດ​ຜັກຕາມລະ ດູການ​ເກັບ​ກູ້​ໄດ້ 820 ກິ​ໂລ ກຣາມ, ສະໜອງເຂົ້າ​ເຮືອນຄົວ​ລວມ 330 ກິ​ໂລກຣາມ, ຂາຍ​ສົ່ງ​ອອກ 490 ກິ​ໂລກຣາມ, ຂາຍ​ຢາງພາລາ​ໄດ້ 2.109 ກິ​ໂລກຣາມ, ດ້ານ​ການ​ລ້ຽງສັດ​ໄດ້​ຈັດ​ຕັ້ງ​ພະນັກງານ​ວິຊາ​ສະເພາະ​ຮັບຜິດຊອບ​ລ້ຽງສັດ​ເປັນຕົ້ນ​ໄດ້​ລ້ຽງ​ງົວ 11 ໂຕ, ເກີດ​ເພີ່ມ​ໃໝ່ 3 ໂຕ, ແບ້ 19 ໂຕ, ຂ້າ​ຮັບ​ໃຊ້​ວຽກ​ງານ​ລວມ​ຂອງ​ກົມ​ກອງ​ 4 ໂຕ ແລະ ລ້ຽງ​ປາ​ຈຳນວນ​ໜຶ່ງ, ສັງ​ລວມ​ແລ້ວ​ປີ 2022 ຜ່ານ​ມາ​ສາມາດ​ສ້າງ​ລາຍ​ຮັບ​ໄດ້​ທັງ​ໝົດ 147 ລ້ານ​ກວ່າ​ກີບ, ໃນ​ນັ້ນ, ລາຍ​ຮັບ​ຈາກ​ການ​ປູກຝັງ 27 ລ້ານ​ກວ່າ​ກີບ, ຈາກ​ການ​ລ້ຽງ ສັດ 8 ລ້ານ​ກວ່າ​ກີບ ແລະ ລາຍ​ຮັບ​ຈາກ​ການ​ບໍລິການ​ອື່ນໆ 111 ລ້ານ​ກວ່າ​ກີບ. ໝາກຜົນ​ດັ່ງກ່າວ ກໍ​ຍ້ອນ​ໄດ້​ຮັບ​ການ​ຊີ້​ນຳ-ນຳພາ​ຢ່າງ​ໃກ້ຊິດ​ຈາກ​ຄະນະ​ພັກ-ຄະນະບັນຊາ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ກໍ​ຄືຄະນະ​ພັກ​ເມືອງ​ສັງ​ທອງ, ບວກ​ກັບ​ຄະນະ​ພັກ-ຄະນະ​ບັນຊາ​ກົມ​ກອງ ໄດ້​ເອົາໃຈໃສ່ຄົ້ນ ຄວ້າ​ເຊື່ອມຊຶມ ແລະ ຜັນ​ຂະ ຫຍາຍ​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ, ບັນດາມະຕິ​ ຄຳ​ສັ່ງ​ຕ່າງໆ​ຢ່າງ​ຖືກຕ້ອງສອດຄ່ອງ​ກັບ​ສະພາບ​ເງື່ອນໄຂ​ຕົວ​ຈິງຂອງ​ກົມ​ກອງ, ມີ​ຄວາມ​ເປັນ​ເອກະ​ພາບ​ໃນ​ທຸກ​ຂົງເຂດ​ວຽກ​ງານ ແລະ ໄດ້​ເອົາໃຈໃສ່​ສຶກ​ສາອົບຮົມ​ ການເມືອງ-​ນຳພາ​ແນວ​ຄິດ​ໃຫ້​ພະ ນັກງານ-ນັກຮົບ​ຢ່າງ​ເປັນ​ປົກກະຕິ​ຕໍ່​ເນື່ອງ ເຮັດ​ໃຫ້​ພະນັກງານ-ນັກ ຮົບ​ມີ​ຄວາມ​ບຸກ​ບືນ, ຫ້າວຫັນ​ຕໍ່ໜ້າ​ທີ່​ວຽກ​ງານ ແລະ ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ທີ່​ການຈັດຕັ້ງ​ມອບ​ໝາຍ​ໃຫ້. ໂດຍ: ນາງ ຍ້ອມ​ເພັດ ວິໄລ​ພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ