
ວັດຖຸປັດໄຈຈາກນັກສຶກສາ ເສນາ-ພະລາວິທະຍາຄານພະລາທິການກອງທັບ
ເວລາອອກຂ່າວ: 2023-03-30 09:57:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 165 | ຄວາມນິຍົມ:
ໃນໂອກາດທີ່ ສະຫາຍ ສິບເອກ ສຸພະກອນ ຂຸນບັນດິດ ນັກສຶກສາເສນາ-ພະລາ ຊຸດທີ 12 ວິທະຍາຄານພະລາທິການກອງ ທັບ ໄດ້ມາເຝິກອົບຮົມຢູ່ກອງພັນ 794 ກອງພັນໃຫຍ່ 279, ໃນວັນທີ 20 ມີນາ 2023, ສະຫາຍ ໄດ້ນຳເອົາເຄື່ອງກິລາຈຳນວນ 20 ຊຸດ ລວມມູນຄ່າ 2.000.000 ກີບ ມາມອບໃຫ້ກອງພັນ 794 ເພື່ອປະກອບສ່ວນຊຸກຍູ້ຂະບວນການກິລາຢູ່ກອງພັນດັ່ງກ່າວ, ໃນໂອກາດສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງ ພັນໃຫຍ່ 279 ທີ່ຈະມາເຖິງໃນ ມໍ່ໆນີ້ໃຫ້ເປັນຂະບວນຟົດຟື້ນກວ້າງຂວາງ, ໂດຍການກ່າວຮັບ ຂອງຄະນະພັກ-ຄະນະບັນຊາ ກອງພັນດັ່ງກ່າວ.
ໂອກາດນີ້, ສະຫາຍ ພັນໂທ ສາຍສຳພັນ ໄຊຈຳພອນ ຫົວໜ້າການເມືອງ ກອງພັນ 794 ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນ ຊາ ແລະ ພະນັກງານ-ນັກຮົບ ພາຍໃນກົມກອງ ກ່າວຄຳຂອບ ໃຈຕໍ່ ສະຫາຍ ສິບເອກ ສຸພະກອນ ຂຸນບັນດິດ ທີ່ເຫັນໄດ້ຄວາມໝາຍສຳຄັນຂອງວຽກງານຂະບວນການກິລາຢູ່ກົມກອງ ຈຶ່ງໄດ້ນຳເອົາເຄື່ອງກິລາມາມອບຊຸກຍູ້ໃນຄັ້ງນີ້, ພ້ອມທັງກ່າວວ່າ ຈະນຳເອົາເຄື່ອງດັ່ງກ່າວແຈກຢາຍໃຫ້ນັກກິລາພາຍໃນກົມກອງ ເພື່ອສ້າງຂະບວນການກິລາໃຫ້ຟົດຟື້ນກວ່າເກົ່າ. ພ້ອມກັນນັ້ນ, ຄະນະພັກ-ຄະນະບັນຊາກອງພັນ 794 ກໍໄດ້ມອບໃບກຽດຕິຄຸນ ໃຫ້ສະຫາຍ ສິບເອກ ສຸພະກອນ ຂຸນບັນດິດ ອີກດ້ວຍ.
ໂດຍ: ນ໋ອດ ແສນຈົງຮັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ