ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວັດຖຸ​ປັດ​ໄຈ​ຈາກ​ນັກ​ສຶກ​ສາ ເສນາ-ພະ​ລາວິທະຍາຄານ​ພະລາທິການ​ກອງທັບ
ເວລາອອກຂ່າວ: 2023-03-30 09:57:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 76 | ຄວາມນິຍົມ:



ໃນ​ໂອກາດ​ທີ່ ສະຫາຍ ສິບ​ເອກ ສຸພະ​ກອນ ຂຸນ​ບັນດິດ ນັກ​ສຶກ​ສາເສນາ-ພະ​ລາ​ ຊຸດ​ທີ 12 ວິທະ​ຍາ​ຄານ​ພະລາທິການ​ກອງ ທັບ ໄດ້​ມາ​ເຝິກ​ອົບຮົມ​ຢູ່​ກອງພັນ 794 ກອງພັນ​ໃຫຍ່ 279, ໃນ​ວັນ​ທີ 20 ມີນາ 2023, ສະຫາຍ ໄດ້​ນຳ​ເອົາ​ເຄື່ອງ​ກິລາ​ຈຳນວນ 20 ຊຸດ ລວມ​ມູນ​ຄ່າ 2.000.000 ກີບ ມາ​ມອບ​ໃຫ້​ກອງພັນ 794 ເພື່ອ​ປະກອບສ່ວນ​ຊຸກຍູ້​ຂະ​ບວນ​ການ​ກິລາ​ຢູ່​ກອງພັນ​ດັ່ງກ່າວ, ໃນ​ໂອກາດ​ສ້າງ​ຂະ​ບວນ​ການ​ຂໍ່ານັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ກອງ ພັນ​ໃຫຍ່ 279 ທີ່​ຈະ​ມາ​ເຖິງໃນ ​ມໍ່ໆນີ້​ໃຫ້​ເປັນ​ຂະ​ບວນ​ຟົດຟື້ນ​ກວ້າງຂວາງ, ໂດຍ​ການ​ກ່າວຮັບ ​ຂອງ​ຄະນະ​ພັກ-ຄະນະ​ບັນຊາ ກອງພັນ​ດັ່ງກ່າວ. ໂອກາດ​ນີ້, ສະຫາຍ ພັນ​ໂທ ສາຍສຳພັນ ໄຊ​ຈຳ​ພອນ ຫົວໜ້າ​ການເມືອງ​ ກອງພັນ 794 ໄດ້​ຕາງໜ້າ​ໃຫ້​ຄະນະ​ພັກ-ຄະນະບັນ ຊາ ແລະ ພະນັກງານ-ນັກຮົບ​ ພາຍ​ໃນ​ກົມ​ກອງ ກ່າວ​ຄຳ​ຂອບ ໃຈຕໍ່ ສະຫາຍ ສິບ​ເອກ ສຸພະ​ກອນ ຂຸນ​ບັນດິດ ທີ່​ເຫັນ​ໄດ້​ຄວາມ​ໝາຍ​ສຳຄັນ​ຂອງ​ວຽກ​ງານ​ຂະ​ບວນ​ການ​ກິລາ​ຢູ່​ກົມ​ກອງ ຈຶ່ງ​ໄດ້​ນຳ​ເອົາ​ເຄື່ອງ​ກິລາ​ມາ​ມອບ​ຊຸກຍູ້​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ກ່າວ​ວ່າ ຈະ​ນຳ​ເອົາ​ເຄື່ອງ​ດັ່ງກ່າວ​ແຈກ​ຢາຍ​ໃຫ້​ນັກ​ກິລາ​ພາຍ​ໃນ​ກົມ​ກອງ ເພື່ອ​ສ້າງ​ຂະ​ບວນ​ການ​ກິລາ​ໃຫ້​ຟົດຟື້ນ​ກວ່າ​ເກົ່າ. ພ້ອມ​ກັນ​ນັ້ນ, ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ 794 ກໍ​ໄດ້​ມອບ​ໃບ​ກຽດ​ຕິ​ຄຸນ ​ໃຫ້​ສະຫາຍ ສິບ​ເອກ ສຸພະ​ກອນ ຂຸນ​ບັນດິດ ອີກ​ດ້ວຍ. ໂດຍ: ນ໋ອດ ແສນ​ຈົງ​ຮັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ