
ຫ້ອງເສນາທິການ ທະຫານແຂວງໄຊຍະບູລີ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2022
ເວລາອອກຂ່າວ: 2023-03-30 09:54:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 54 | ຄວາມນິຍົມ:
ໃນວັນທີ 21 ມິນາ 2023 ນີ້, ຫ້ອງເສນາທິການ ກອງບັນຊາການທະຫານແຂວງໄຊຍະບູລີໄດ້ເປີດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2022 ແລະ ທິດທາງແຜນການ 2023, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ໄວຍາກອນ ເພັດສະລາດ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງໄຊຍະບູລີ ມີຄະນະຫ້ອງ, ຫົວໜ້າພະແນກການທີ່ຂຶ້ນກັບ ຕະຫຼອດຮອດ
ພະນັກງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນໄທ ລິນທອງ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານໃນໄລ
ຍະ 1 ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັນຫຼາຍດ້ານໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເປັນຕົ້ນແມ່ນວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ໄດ້ລົງກໍ່ສ້າງຮາກຖານການເມືອງຕາມແນວທາງຂອງພັກ, ຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ນຳພາ-ຊີ້ນຳກຳລັງຈັດ
ຕັ້ງຜັນຂະຫຍາຍແນວທາງຂອງຂັ້ນເທິງຫັນເປັນແຜນວຽກ, ເປັນໂຄງການອັນລະອຽດຊີ້ນຳແຕ່ລະວຽກ, ແຕ່ລະບັນຫາຢ່າງມີຈຸດສຸມ ແລະ ແທດເໝາະຕົວຈິງ ໂດຍສະເພາະສຸມໃສ່ນຳພາ-ຊີ້ນຳຢ່າງໃກ້ຊິດການ ຈັດຕັ້ງເຄື່ອນໄຫວປະຕິບັດໜ້າທີ່ການເມືອງກົມກອງ. ໃນ 1 ປີຜ່ານມາ ກົມກອງໄດ້ເຮັດສຳເລັດໜ້າທີ່ວິຊາສະເພາະຫຼາຍດ້ານໃນການປະສານສົມທົບກັບບັນດາກົມກອງຈັດຕັ້ງເຄື່ອນໄຫວສະກັດກັ້ນແຜນການກໍລະນີຕ່າງໆທີ່ຈະເກີດຂຶ້ນໃຫ້ທັນກັບເວລາ, ເພີ່ມທະວີ ແລະ ຍົກສູງສະ
ຕິລະວັງຕົວກຽມພ້ອມສູ້ຮົບ, ປະຕິບັດລະບອບປະຈຳການຕະຫຼອດ 24 ຊົ່ວໂມງ. ພ້ອມນີ້, ຍັງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໂດຍໄດ້ນຳເອົາ
ແນວທາງນະໂຍບາຍຂອງພັກ, ມະຕິ ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ, ກົດໝາຍຂອງລັດມາຈັດຕັ້ງເຜີຍແຜ່ເຊື່ອມຊຶມເຮັດໃຫ້ພະນັກງານ-ນັກຮົບເຂົ້າໃຈຢ່າງເລິກເຊິ່ງ, ໄດ້ເປີດອົບຮົມໄລຍະສັ້ນໃຫ້ຫົວໜ້າການທະຫານ, ຮອງຫົວໜ້າການທະ
ຫານ ແລະ ຜູ້ຊ່ວຍວຽກຕົວຈິງໃຫ້ກົມກອງທົ່ວທະຫານແຂວງ, ອົບຮົມ-ຫັດແອບໃຫ້ກອງຫຼອນໄດ້ 11 ກອງຮ້ອຍ, ບ້ານປ້ອມໝັ້ນໄດ້ 10 ບ້ານ, ອົບຮົມ-ຫັດແອບ
ວຽກງານສຶກສາປ້ອງກັນຊາດໃຫ້ໂຮງຮຽນວິຊາຊີບພາກລັດ ແລະ ເອກະຊົນ ແລະ ໂຮງຮຽນມັດທະຍົມຕອນປາຍປາຍ. ພ້ອມນີ້, ຍັງໄດ້ຊຸກຍູ້ຂະບວນການເພີ່ມ
ພູນຜະລິດຜົນປູກຝັງ-ລ້ຽງສັດຕາມຄຳຂວັນ 4 ປູກ 4 ລ້ຽງ ທີ່ກົມໃຫຍ່ພະລາທິການວາງອອກ. ຈາກນັ້ນ ຍັງມອບໃບຢັ້ງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ