ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ​ໃຫຍ່ 661 ປາຖະກະຖາ​ວັນ​ສ້າງຕັ້ງ​ຊາວ​ໜຸ່ມ ປະຊາຊົນ​ປະຕິວັດ​ລາວ ຄົບຮອບ 68 ປີ
ເວລາອອກຂ່າວ: 2023-03-30 09:52:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 244 | ຄວາມນິຍົມ:



ວັນ​ທີ 29 ມີນາ 2023 ນີ້, ກອງພັນ​ໃຫຍ່ 661 ໄດ້​ຈັດ​ຕັ້ງ​ປາຖະກະຖາ​ວັນ​ສ້າງຕັ້ງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ຄົບຮອບ 68 ປີ, ໂດຍ​ການ​ເປັນ​ ປະທານ​ຂອງ ສະຫາຍ ພັນ​ເອກ ຄຳ​ປານ ແພງ​ພັນ ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 661, ມີ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ ແຕ່​ລະ​ຂັ້ນ ຕະຫຼອດຮອດສະມາຊິກ​ຊາວ​ໜຸ່ມ​ທົ່ວກອງພັນ​ໃຫຍ່ ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ຄຳ​ປານ ແພງ​ພັນ ໄດ້​ຍົກ​ໃຫ້​ເຫັນ​ມູນເຊື້ອ​ການ​ກຳເນີດ​ເຕີບ​ໃຫຍ່​ຂະຫຍາຍຕົວ ແລະ ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ​ວັນ​ສ້າງຕັ້ງ​ຊາວ​ໜຸ່ມ​ປະ ຊາຊົນ​ປະຕິວັດ​ລາວ​ຕະຫຼອດ​ໄລຍະ 68 ປີຜ່ານມາ, ເຊິ່ງ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ຂະ​ບວນ​ການ​ຕໍ່ສູ້​ເພື່ອ​ປົດ​ປ່ອຍ​ຊາດ, ຕ້ານ​ຈັກກະພັດ​ຜູ້​ຮຸກ​ຮານ​ທັງ​ແບບ​ເກົ່າ ແລະ ແບບ​ໃໝ່, ຊາວ​ໜຸ່ມ​ເຮັດ​ໜ້າທີ່​ເປັນ​ກຳລັງ​ແຮງ​ອັນ​ແຂງ​ແກ່ນ​ຂອງ​ກອງທັບ​ປະຊາຊົນ​ລາວ, ເປັນ​ແຂນ​ຂວາ​ຂອງ​ພັກ, ເປັນ​ກະດູກ​ສັນຫຼັງ​ຂອງ​ຊາດ, ພ້ອມ​ທັງ​ປຸກລະດົມ​ຂົນຂວາຍ​ເປັນ​ກຳລັງ​ແຮງ​ປະກອບ​ອາວຸດ​ຢູ່​ແຖ້ວ​ໜ້າ, ເປັນ​ກຳລັງ​ລຳລຽງ​ຂົນສົ່ງ ແລະ ເຕົ້າໂຮມ​ຄວາມ​ສາມັກຄີ, ພາຍ​ໃຕ້​ການ​ຊີ້​ນຳ-ນຳພາ​ອັນ​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ໃນ​ຂະ​ບວນ​ການ​ຕໍ່ສູ້​ກູ້​ຊາດ ຈົນ​ສາມາດ​ປົດ​ປ່ອຍປະ​ເທດ​ຊາດ ແລະ ສະຖາປະນາ​ເປັນ ສາທາ​ລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ໃນ​ວັນ​ທີ 2 ທັນວາ 1975 ໄດ້​ຢ່າງ​ສົມບູນ. ການ​ຫວນ​ຄືນ​ມູນເຊື້ອ​ວັນ​ສ້າງຕັ້ງ​ດັ່ງກ່າວ ກໍ​ເພື່ອ​ເຮັດ​ໃຫ້​ພະນັກງານ, ສະມາຊິກ​ຊາວ​ໜຸ່ມ​ທົ່ວ​ກອງພັນ​ໃຫຍ່​ເຊື່ອມ​ຊຶມ​ກຳ​ໄດ້​ມູນເຊື້ອ​ອັນ​ພິລະ​ອາດ​ຫານ ແລະ ເຕີບ​ໃຫຍ່​ເຂັ້ມແຂງ​ຂອງ​ກຳລັງ​ຊາວ​ໜຸ່ມ​ໃນ​ເມື່ອ​ກ່ອນ, ການ​ເສຍສະຫຼະ​ຊີວິດ​ເລືອດ​ເນື້ອ​ເຫື່ອແຮງ​ເພື່ອ​ປົດ​ປ່ອຍປະ​ເທດ​ຊາດ​ໄດ້​ຢ່າງ​ສົມບູນ, ສະຫາຍ ຍັງ​ໄດ້​ຮຽກຮ້ອງ​ມາ​ຍັງ​ພະນັກງານ​ສະມາຊິກ​ຊາວ​ໜຸ່ມ​ຈົ່ງ​ນຳ​ເອົາ​ມູນເຊື້ອ​ອັນ​ດີງາມ​ດັ່ງກ່າວ​ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ຢູ່​ກົມ​ກອງ​ຂອງ​ຕົນ​ໃຫ້​ປະກົດ​ຜົນ​ເປັນ​ຈິງ, ປະຕິບັດ​ເນື້ອ​ໃນ​ຂໍ້​ແຂ່ງຂັນ​ຊາວ​ໜຸ່ມ 4 ບຸກ​ຕາມ​ເນື້ອ​ໃນ​ຈິດໃຈ​ຂອງ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ, ເຂົ້າ​ຮ່ວມ​ຂະ​ບວນ​ການ​ຕ່າງໆ​ຂອງ​ກົມ​ກອງ, ສ້າງ​ຜົນງານ​ເພື່ອ​ກຽມ​ຂ່ຳນັບ​ຮັບ​ຕ້ອນ​ເປັນ​ປະ​ຫັວດ​ສາດ​ສຳຄັນ​ຕ່າງໆ ຂອງ​ຊາດ, ຂອງ​ພັກ ແລະ ຂອງ​ກອງທັບ​ໃຫ້​ເປັນ​ຂະ​ບວນ​ຟົດຟື້ນ​ຕໍ່​ເນື່ອງ. ໂດຍ: ຈິດ ເພັດພູທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ